Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 3:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເປັນ​ອາຈານ​ຂອງ​ຄົນ​ອິດສະຣາເອນ ແລ້ວ​ເຈົ້າ​ຍັງ​ບໍ່​ເຂົ້າໃຈ​ສິ່ງ​ເຫລົ່ານີ້​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເປັນ​ອາຈານ​ຂອງ​ຊາດ​ອິດສະຣາເອນ ແລະ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ສິ່ງ​ເຫຼົ່ານີ້​ບໍ?

Uka jalj uñjjattʼäta Copia luraña




ໂຢຮັນ 3:10
28 Jak'a apnaqawi uñst'ayäwi  

ໃນເວລານັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຜູ້ສະຫລາດ ແລະ ຜູ້​ມີ​ສະຕິປັນຍາ, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ​ຮູ້.


ຢ່າ​ສົນ​ນໍາ​ພວກເຂົາ, ພວກເຂົາ​ເປັນ​ຄົນ​ນຳ​ທາງ​ທີ່​ຕາບອດ. ຖ້າ​ຄົນ​ຕາບອດ​ນຳທາງ​ໃຫ້​ຄົນ​ຕາບອດ ທັງ​ສອງ​ກໍ​ຈະ​ຕົກລົງ​ໃນ​ຂຸມ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ຜິດ​ເພາະ​ວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື ລິດອຳນາດ​ຂອງ​ພຣະເຈົ້າ.


ສາມ​ມື້​ຕໍ່ມາ​ພວກເພິ່ນ​ຈຶ່ງ​ພົບ​ພຣະເຢຊູເຈົ້າ​ຢູ່​ທີ່​ເດີ່ນ​ວິຫານ, ພຣະອົງ​ນັ່ງ​ຢູ່​ໃນ​ທ່າມກາງ​ບັນດາ​ອາຈານ, ກຳລັງ​ຟັງ ແລະ ຖາມ​ບັນດາ​ອາຈານ​ເຫລົ່ານັ້ນ.


ມື້​ໜຶ່ງ ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່, ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ນັ່ງ​ຢູ່​ທີ່​ນັ້ນ​ດ້ວຍ. ພວກເຂົາ​ມາ​ຈາກ​ທຸກ​ບ້ານ​ໃນ​ແຂວງ​ຄາລີເລ ແລະ ຈາກ​ແຂວງ​ຢູດາຍ ແລະ ຈາກ​ນະຄອນ​ເຢຣູຊາເລັມ. ລິດອຳນາດ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ຢູ່​ນຳ​ພຣະອົງ​ເພື່ອ​ຮັກສາ​ຄົນເຈັບ.


ນີໂກເດມ​ຖາມ​ວ່າ, “ສິ່ງ​ນີ້​ຈະ​ເປັນ​ໄປ​ໄດ້​ຢ່າງໃດ?”


ແຕ່​ມີ​ຟາຣີຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຄາມາລິເອັນ ເປັນ​ຄູສອນກົດບັນຍັດ​ທີ່​ຄົນ​ທັງຫລາຍ​ນັບຖື, ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະຊຸມ​ສະພາ​ແຊນເຮດຣິນ ແລະ ສັ່ງ​ໃຫ້​ນຳ​ພວກ​ອັກຄະສາວົກ​ອອກ​ໄປ​ຂ້າງ​ນອກ​ຊົ່ວໄລຍະ​ໜຶ່ງ.


ຜູ້​ທີ່​ເປັນ​ຄົນ​ຢິວ​ແທ້​ທີ່​ບໍ່​ແມ່ນ​ຄົນ​ຢິວ​ແຕ່​ພຽງ​ພາຍນອກ, ທັງ​ການ​ຮັບພິທີຕັດ​ແທ້​ກໍ​ບໍ່ແມ່ນ​ການ​ຮັບພິທີຕັດ​ແຕ່​ພຽງ​ພາຍນອກ ແລະ ທາງ​ຮ່າງກາຍ​ເທົ່ານັ້ນ.


ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ


ໃນ​ພຣະອົງ ພວກເຈົ້າ​ຍັງ​ໄດ້​ຮັບພິທີຕັດ​ແລ້ວ​ດ້ວຍ​ການ​ປະຖິ້ມ​ທຳມະຊາດບາບ ເປັນ​ພິທີຕັດ​ທີ່​ບໍ່​ໄດ້​ເຮັດ​ດ້ວຍ​ມື​ມະນຸດ​ແຕ່​ເຮັດ​ໂດຍ​ພຣະຄຣິດເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka