Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 21:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ຊີໂມນ​ເປໂຕ, ໂທມາ (ທີ່​ເອີ້ນ​ວ່າ​ດີໄດມັດ), ນະທານາເອັນ ມາ​ຈາກ​ບ້ານ​ການາ​ໃນ​ແຂວງ​ຄາລີເລ, ລູກຊາຍ​ທັງ​ສອງ​ຂອງ​ເຊເບດາຍ ແລະ ສາວົກ​ອີກ​ສອງ​ຄົນ​ກໍ​ຢູ່​ນຳ​ກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຊີໂມນ​ເປໂຕ, ໂທມາ​ທີ່​ເອີ້ນ​ວ່າ​ຝາແຝດ, ນະທານາເອັນ​ໄທ​ບ້ານ​ການາ ແຂວງ​ຄາລີເລ, ລູກຊາຍ​ທັງສອງ​ຂອງ​ເຊເບດາຍ ແລະ​ສາວົກ​ຂອງ​ພຣະອົງ​ອີກ​ສອງ​ຄົນ​ກໍ​ຢູ່​ພ້ອມ​ໜ້າ​ກັນ.

Uka jalj uñjjattʼäta Copia luraña




ໂຢຮັນ 21:2
12 Jak'a apnaqawi uñst'ayäwi  

ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ​ຄົນເກັບພາສີ, ຢາໂກໂບ ລູກຊາຍ​ຂອງ​ອາລະຟາຍ ແລະ ທາດາຍ,


ເມື່ອ​ພຣະອົງ​ເດີນ​ທາງ​ໄປ​ອີກ​ໜ້ອຍ​ໜຶ່ງ ພຣະອົງ​ກໍ​ເຫັນ​ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ ກຳລັງ​ແປງ​ມອງ​ຂອງ​ຕົນ​ຢູ່​ໃນ​ເຮືອ.


ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ ຜູ້​ຮ່ວມງານ​ຂອງ​ຊີໂມນ​ກໍ​ປະຫລາດໃຈ​ເໝືອນກັນ. ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ຊີໂມນ​ວ່າ, “ຢ່າ​ຢ້ານ​ເລີຍ, ຕັ້ງແຕ່​ນີ້​ໄປ​ພວກເຈົ້າ​ຈະ​ເປັນ​ຜູ້ຫາຄົນ”.


ຟີລິບ​ໄດ້​ພົບ​ນະທານາເອັນ ແລະ ບອກ​ລາວ​ວ່າ, “ພວກເຮົາ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຂຽນ​ໄວ້​ເໝືອນ​ກັນ​ຄື ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ລູກ​ຂອງ​ໂຢເຊັບ”.


ໂທມາ​ທີ່​ມີ​ຊື່​ອີກ​ວ່າ​ດີໄດມັດ ໄດ້​ເວົ້າ​ກັບ​ພວກສາວົກ​ຄົນ​ອື່ນໆ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ນຳ​ກັນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ກັບ​ພຣະອົງ”.


ໃນ​ວັນ​ທີ​ສາມ ມີ​ງານ​ແຕ່ງງານ​ທີ່​ຈັດ​ຂຶ້ນ​ຢູ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ແມ່​ຂອງ​ພຣະເຢຊູເຈົ້າ​ກໍ​ຢູ່​ທີ່​ນັ້ນ


ສິ່ງ​ທີ່​ພຣະເຢຊູເຈົ້າ​ກະທຳ​ໃນ​ທີ່​ນີ້ ເປັນ​ໝາຍສຳຄັນ​ຄັ້ງ​ທຳອິດ​ຂອງ​ພຣະອົງ​ທີ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ພຣະອົງ​ໄດ້​ສະແດງ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ກໍ​ໄດ້​ເຊື່ອ​ໃນ​ພຣະອົງ.


ໂທມາ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ ແລະ ພຣະເຈົ້າ​ຂອງ​ຂ້ານ້ອຍ!”


ແລ້ວ​ພຣະອົງ​ໄດ້​ໄປ​ຍັງ​ບ້ານ​ການາ​ໃນ​ແຂວງ​ຄາລີເລ​ອີກ​ເທື່ອ​ໜຶ່ງ, ຄື​ບ່ອນ​ທີ່​ພຣະອົງ​ໄດ້​ປ່ຽນ​ນ້ຳ​ໃຫ້​ກາຍເປັນ​ເຫລົ້າອະງຸ່ນ. ແລະ ມີ​ຂ້າລາຊະການ​ຄົນ​ໜຶ່ງ ເຊິ່ງ​ລູກຊາຍ​ຂອງ​ລາວ​ນອນ​ປ່ວຍ​ຢູ່​ທີ່​ເມືອງ​ກາເປນາອູມ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka