ໂຢຮັນ 21:12 - ພຣະຄຳພີລາວສະບັບສະໄໝໃໝ່12 ພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ຈົ່ງພາກັນມາກິນເຂົ້າເຊົ້າສາ”. ບໍ່ມີສາວົກຄົນໃດກ້າຖາມວ່າ, “ທ່ານແມ່ນຜູ້ໃດ?” ພວກເພິ່ນຮູ້ຈັກຢູ່ແລ້ວວ່າແມ່ນອົງພຣະຜູ້ເປັນເຈົ້າ. Uka jalj uñjjattʼätaພຣະຄຳພີສັກສິ12 ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ຈົ່ງພາກັນມາກິນເຂົ້າສາ,” ໃນຈຳນວນພວກສາວົກບໍ່ມີຜູ້ໃດກ້າຖາມເລີຍວ່າ ທ່ານແມ່ນຜູ້ໃດ? ເພາະພວກເພິ່ນຮູ້ວ່າ ພຣະອົງແມ່ນອົງພຣະຜູ້ເປັນເຈົ້າ. Uka jalj uñjjattʼäta |
ພຣະເຢຊູເຈົ້າເຫັນວ່າພວກເພິ່ນຢາກຖາມພຣະອົງກ່ຽວກັບເລື່ອງນີ້, ດັ່ງນັ້ນພຣະອົງຈຶ່ງກ່າວກັບພວກເພິ່ນວ່າ, “ພວກເຈົ້າກຳລັງຖາມກັນໃນເລື່ອງທີ່ເຮົາໄດ້ກ່າວນັ້ນວ່າເຮົາໝາຍຄວາມວ່າຢ່າງໃດທີ່ກ່າວວ່າ, ‘ອີກບໍ່ດົນພວກເຈົ້າຈະບໍ່ເຫັນເຮົາ ແລະ ຫລັງຈາກນັ້ນອີກບໍດົນພວກເຈົ້າກໍຈະເຫັນເຮົາ’ ແມ່ນບໍ?