Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 21:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຕໍ່ມາ ພຣະເຢຊູເຈົ້າ​ປາກົດ​ແກ່​ພວກສາວົກ​ຂອງ​ພຣະອົງ​ອີກ​ທີ່​ທະເລ​ຄາລີເລ. ເຫດການ​ເກີດຂຶ້ນ​ດັ່ງນີ້​ຄື

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ສຳແດງ​ແກ່​ພວກ​ສາວົກ​ອີກ​ຄັ້ງ​ໜຶ່ງ ຢູ່​ແຄມ​ທະເລສາບ​ຕີເບເຣຍ, ເຫດການ​ເກີດຂຶ້ນ​ດັ່ງນີ້:

Uka jalj uñjjattʼäta Copia luraña




ໂຢຮັນ 21:1
11 Jak'a apnaqawi uñst'ayäwi  

ແຕ່​ຫລັງຈາກ​ທີ່​ເຮົາ​ເປັນຄືນມາຈາກຕາຍ​ແລ້ວ ເຮົາ​ຈະ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ”.


ແລ້ວ​ພວກສາວົກ​ທັງ​ສິບເອັດ​ຄົນ​ຈຶ່ງ​ໄປ​ທີ່​ແຂວງ​ຄາລີເລ, ໄປ​ທີ່​ພູເຂົາ​ບ່ອນ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ​ພວກເພິ່ນ​ໄວ້.


ແລ້ວ​ຈົ່ງ​ຟ້າວ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ​ວ່າ, ‘ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ແລະ ກຳລັງ​ໄປ​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ. ພວກເຈົ້າ​ຈະ​ເຫັນ​ພຣະອົງ​ໃນ​ທີ່​ນັ້ນ’. ບັດນີ້ ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ”.


ຫລັງຈາກນັ້ນ​ແລ້ວ ພຣະເຢຊູເຈົ້າ​ກໍ​ໄດ້​ປາກົດ​ໃນ​ລັກສະນະ​ໜຶ່ງ​ອີກ​ແກ່​ສາວົກ​ສອງ​ຄົນ​ໃນຂະນະ​ທີ່​ພວກເພິ່ນ​ເດີນ​ທາງ​ຢູ່​ນອກ​ເມືອງ.


ຕໍ່ມາ ພຣະເຢຊູເຈົ້າ​ກໍ​ໄດ້​ປາກົດ​ແກ່​ສາວົກ​ສິບເອັດ​ຄົນ​ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ກິນເຂົ້າ​ຢູ່, ພຣະອົງ​ໄດ້​ຕຳໜິ​ພວກເພິ່ນ​ທີ່​ຂາດ​ຄວາມເຊື່ອ ແລະ ດື້ດ້ານ​ທີ່​ບໍ່​ຍອມ​ເຊື່ອ​ຜູ້​ທີ່​ໄດ້​ເຫັນ​ພຣະອົງ​ຫລັງຈາກ​ທີ່​ພຣະອົງ​ໄດ້​ເປັນຄືນມາ​ແລ້ວ.


ແຕ່​ຈົ່ງ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ ແລະ ເປໂຕ​ວ່າ, ‘ພຣະອົງ​ກຳລັງ​ໄປ​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ. ພວກເຈົ້າ​ຈະ​ເຫັນ​ພຣະອົງ​ໃນ​ທີ່​ນັ້ນ ຕາມ​ທີ່​ພຣະອົງ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ’”.


ນີ້​ເປັນ​ເທື່ອ​ທີ​ສາມ​ທີ່​ພຣະເຢຊູເຈົ້າ​ປາກົດ​ແກ່​ພວກສາວົກ​ຂອງ​ພຣະອົງ ຫລັງຈາກ​ທີ່​ພຣະອົງ​ເປັນຄືນມາຈາກຕາຍ.


ຕໍ່ມາ ພຣະເຢຊູເຈົ້າ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ​ຂອງ​ທະເລສາບ​ຄາລີເລ (ຄື​ທະເລ​ຕີເບເຣຍ),


ແລ້ວ​ມີ​ເຮືອ​ລຳ​ອື່ນ​ທີ່​ມາ​ຈາກ​ເມືອງ​ຕີເບເຣຍ​ມາ​ຈອດ​ໃກ້​ບ່ອນ​ທີ່​ປະຊາຊົນ​ໄດ້​ກິນ​ເຂົ້າຈີ່​ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ.


ຫລັງຈາກ​ທີ່​ພຣະອົງ​ໄດ້​ທົນທຸກທໍລະມານ, ພຣະອົງ​ກໍ​ໄດ້​ສະແດງ​ພຣະອົງ​ແກ່​ຄົນ​ເຫລົ່ານັ້ນ ແລະ ໄດ້​ໃຫ້​ຂໍ້​ພິສູດ​ທີ່​ເຮັດ​ໃຫ້​ມີ​ຄວາມໝັ້ນໃຈ​ຫລາຍ​ປະການ​ວ່າ​ພຣະອົງ​ມີຊີວິດ​ຢູ່. ພຣະອົງ​ໄດ້​ປາກົດ​ແກ່​ພວກເພິ່ນ​ໃນ​ລະຫວ່າງ​ສີ່ສິບ​ວັນ ແລະ ໄດ້​ກ່າວ​ກ່ຽວກັບ​ອານາຈັກ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka