Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 20:9 - ພຣະຄຳພີລາວສະບັບສະໄໝໃໝ່

9 (ພວກເພິ່ນ​ຍັງ​ບໍ່​ເຂົ້າໃຈ​ຂໍ້​ພຣະຄຳພີ​ທີ່​ມີ​ຂຽນ​ໄວ້​ວ່າ​ພຣະເຢຊູເຈົ້າ​ຕ້ອງ​ເປັນຄືນມາຈາກຕາຍ.)

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ໃນ​ຂະນະ​ນັ້ນ ພວກເພິ່ນ​ບໍ່​ເຂົ້າໃຈ​ໃນ​ຂໍ້​ພຣະຄຳພີ ທີ່​ມີ​ຂຽນ​ໄວ້​ວ່າ, ພຣະອົງ​ຈະ​ຕ້ອງ​ເປັນ​ຄືນ​ມາ​ຈາກ​ຕາຍ.

Uka jalj uñjjattʼäta Copia luraña




ໂຢຮັນ 20:9
22 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ຜິດ​ເພາະ​ວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື ລິດອຳນາດ​ຂອງ​ພຣະເຈົ້າ.


ພຣະຄຣິດເຈົ້າ​ຕ້ອງ​ທົນທຸກທໍລະມານ​ຕໍ່​ສິ່ງ​ເຫລົ່ານັ້ນ​ກ່ອນ ແລ້ວ​ຈຶ່ງ​ເຂົ້າ​ສູ່​ສະຫງ່າລາສີ​ຂອງ​ພຣະອົງ​ບໍ່​ແມ່ນ​ບໍ?”


ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ຖ້ອຍຄຳ​ເຫລົ່ານີ້. ເພາະ​ຖ້ອຍຄຳ​ນີ້​ຖືກ​ປິດບັງ​ໄວ້​ຈາກ​ພວກເພິ່ນ ເພື່ອ​ວ່າ​ພວກເພິ່ນ​ຈະ​ບໍ່​ເຂົ້າໃຈ ແລະ ພວກເພິ່ນ​ກໍ​ຢ້ານ​ທີ່​ຈະ​ຖາມ​ພຣະອົງ​ເຖິງ​ເລື່ອງ​ນີ້.


ຫລັງ​ຈາກ​ທີ່​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ, ພວກສາວົກ​ຈຶ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ແລ້ວ​ພວກເພິ່ນ​ຈຶ່ງ​ເຊື່ອ​ພຣະຄຳພີ ແລະ ຖ້ອຍຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ນັ້ນ.


ໂດຍ​ອະທິບາຍ ແລະ ພິສູດ​ໃຫ້​ເຫັນ​ວ່າ, ພຣະຄຣິດເຈົ້າ​ຕ້ອງ​ທົນທຸກ​ທໍລະມານ ແລະ ເປັນຄືນມາຈາກຕາຍ. ໂປໂລ​ກ່າວ​ວ່າ, “ພຣະເຢຊູເຈົ້າ​ຜູ້​ທີ່​ຂ້າພະເຈົ້າ​ປະກາດ​ແກ່​ພວກເຈົ້າ​ນີ້​ຄື​ພຣະເມຊີອາ”.


ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ ໄດ້​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມເຈັບປວດ, ອອກ​ຈາກ​ອຳນາດ​ແຫ່ງ​ຄວາມຕາຍ, ເພາະ​ຄວາມຕາຍ​ບໍ່​ສາມາດ​ຈະ​ກັກ​ຈ່ອງ​ພຣະອົງ​ໄວ້​ໄດ້.


ພຣະອົງ​ຖືກ​ຝັງ​ໄວ້, ໃນ​ວັນ​ທີສາມ​ພຣະອົງ​ເປັນຄືນມາຈາກຕາຍ​ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka