Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 20:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ດັ່ງນັ້ນ ນາງ​ຈຶ່ງ​ແລ່ນ​ໄປ​ຫາ​ຊີໂມນ​ເປໂຕ ແລະ ສາວົກ​ຄົນ​ອື່ນ​ຜູ້​ທີ່​ພຣະເຢຊູເຈົ້າ​ຮັກ​ນັ້ນ ແລະ ເວົ້າ​ວ່າ, “ພວກເຂົາ​ໄດ້​ເອົາ​ອົງພຣະຜູ້ເປັນເຈົ້າ​ອອກ​ຈາກ​ອຸບມຸງ​ແລ້ວ ແລະ ພວກເຮົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ເອົາ​ພຣະອົງ​ໄປ​ໄວ້​ບ່ອນໃດ!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ນາງ​ຈຶ່ງ​ໄປ​ຫາ​ຊີໂມນ​ເປໂຕ ແລະ​ສາວົກ​ຄົນອື່ນ​ທີ່​ພຣະເຢຊູເຈົ້າ​ຮັກ​ນັ້ນ, ແລ້ວ​ບອກ​ວ່າ, “ພວກເຂົາ​ໄດ້​ເອົາ​ພຣະສົບ​ຂອງ​ພຣະອົງເຈົ້າ​ອອກ​ຈາກ​ອຸບມຸງ​ແລ້ວ ແລະ​ພວກເຮົາ​ບໍ່​ຮູ້​ວ່າ ພວກເຂົາ​ເອົາ​ໄປ​ໄວ້​ໃສ.”

Uka jalj uñjjattʼäta Copia luraña




ໂຢຮັນ 20:2
9 Jak'a apnaqawi uñst'ayäwi  

ມີ​ຜູ້​ໜຶ່ງ​ໃນ​ພວກສາວົກ​ທີ່​ພຣະເຢຊູເຈົ້າ​ຮັກ​ກຳລັງ​ນັ່ງເອນໂຕ​ໃກ້​ກັບ​ພຣະອົງ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ແມ່​ຂອງ​ພຣະອົງ ແລະ ສາວົກ​ທີ່​ພຣະອົງ​ຮັກ​ຢືນ​ຢູ່​ໃກ້ໆ, ພຣະອົງ​ຈຶ່ງ​ກ່າວ​ກັບ​ແມ່​ຂອງ​ພຣະອົງ​ວ່າ, “ນາງ​ເອີຍ, ນີ້​ແຫລະ ຄື​ລູກຊາຍ​ຂອງ​ເຈົ້າ”


ເທວະດາ​ທັງ​ສອງ​ຕົນ​ນັ້ນ​ໄດ້​ຖາມ​ນາງ​ມາຣີ​ວ່າ, “ນາງ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້?” ນາງ​ມາຣີ​ຕອບ​ວ່າ, “ເພາະ​ພວກເຂົາ​ໄດ້​ເອົາ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ໄປ​ແລ້ວ ແລະ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ເອົາ​ພຣະອົງ​ໄປ​ໄວ້​ຢູ່​ໃສ”.


ພຣະອົງ​ກ່າວ​ວ່າ, “ນາງ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້? ເຈົ້າ​ກຳລັງ​ຊອກຫາ​ຜູ້ໃດ?” ນາງ​ມາຣີ​ຄິດ​ວ່າ​ພຣະອົງ​ເປັນ​ຄົນ​ຮັກສາ​ສວນ​ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ຖ້າ​ທ່ານ​ໄດ້​ເອົາ​ພຣະອົງ​ໄປ ຂໍ​ທ່ານ​ບອກ​ຂ້ານ້ອຍ​ໃຫ້​ຮູ້​ແດ່​ວ່າ​ທ່ານ​ເອົາ​ພຣະອົງ​ໄປ​ໄວ້​ຢູ່​ໃສ ແລະ ຂ້ານ້ອຍ​ຈະ​ໄດ້​ໄປ​ຮັບ​ເອົາ​ພຣະອົງ”.


(ພວກເພິ່ນ​ຍັງ​ບໍ່​ເຂົ້າໃຈ​ຂໍ້​ພຣະຄຳພີ​ທີ່​ມີ​ຂຽນ​ໄວ້​ວ່າ​ພຣະເຢຊູເຈົ້າ​ຕ້ອງ​ເປັນຄືນມາຈາກຕາຍ.)


ເປໂຕ​ຫັນຫລັງ​ມາ​ເຫັນ​ສາວົກ​ທີ່​ພຣະເຢຊູເຈົ້າ​ຮັກ​ກຳລັງ​ຕິດຕາມ​ມາ (ເຊິ່ງ​ເປັນ​ສາວົກ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ເນີ້ງ​ໂຕ​ອີງ​ພຣະເຢຊູເຈົ້າ​ໃນ​ລະຫວ່າງ​ຮັບປະທານ​ອາຫານຄ່ຳ​ໃນ​ວັນ​ນັ້ນ ແລະ ເຄີຍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ແມ່ນ​ຜູ້ໃດ​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ?”)


ສາວົກ​ຄົນ​ນີ້​ແຫລະ ທີ່​ເປັນ​ພະຍານ​ເຖິງ​ເຫດການ​ເຫລົ່ານີ້ ແລະ ເປັນ​ຜູ້​ຈົດ​ບັນທຶກ​ໄວ້. ພວກເຮົາ​ກໍ​ຮູ້ຈັກ​ວ່າ​ຄຳພະຍານ​ຂອງ​ເພິ່ນ​ນັ້ນ​ເປັນ​ຈິງ.


ແລ້ວ​ສາວົກ​ຄົນ​ທີ່​ພຣະເຢຊູເຈົ້າ​ຮັກ​ຈຶ່ງ​ເວົ້າ​ກັບ​ເປໂຕ​ວ່າ, “ແມ່ນ​ອົງພຣະຜູ້ເປັນເຈົ້າ!” ເມື່ອ​ຊີໂມນ​ເປໂຕ​ໄດ້​ຍິນ​ລາວ​ເວົ້າ​ວ່າ, “ແມ່ນ​ອົງພຣະຜູ້ເປັນເຈົ້າ” ເປໂຕ​ກໍ​ຈັບ​ເສື້ອຊັ້ນນອກ​ມາ​ນຸ່ງ (ເພາະ​ເພິ່ນ​ໄດ້​ຖອດ​ໄວ້) ແລ້ວ​ໂດດ​ລົງ​ນ້ຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka