Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 2:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ໃນ​ບ່ອນ​ນັ້ນ​ມີ​ອ່າງຫີນ​ຕັ້ງ​ຢູ່​ຫົກ​ໜ່ວຍ, ເປັນ​ອ່າງ​ທີ່​ໃຊ້​ໃນ​ພິທີ​ຊຳລະ​ຂອງ​ຊາວຢິວ, ແຕ່​ລະ​ໜ່ວຍ​ໃສ່​ນ້ຳ​ໄດ້ 20 ຫາ 30 ກາລອນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ໃນ​ບ່ອນ​ນັ້ນ​ມີ​ອ່າງ​ຕັ້ງ​ໄວ້​ຢູ່​ຫົກ​ໜ່ວຍ ຄື​ອ່າງ​ທີ່​ຊາວ​ຢິວ​ໃຊ້​ໃນ​ພິທີ​ຊຳລະ​ລ້າງ​ຕາມ​ທຳນຽມ ອ່າງ​ແຕ່ລະ​ໜ່ວຍ​ໃສ່​ນໍ້າ​ໄດ້​ປະມານ​ຮ້ອຍ​ລິດ.

Uka jalj uñjjattʼäta Copia luraña




ໂຢຮັນ 2:6
9 Jak'a apnaqawi uñst'ayäwi  

“ລາວ​ຕອບ​ວ່າ, ‘ເປັນໜີ້​ນ້ຳມັນໝາກກອກ​ສາມພັນ​ລິດ’. “ຜູ້ຈັດການ​ຄົນ​ນັ້ນ​ບອກ​ລາວ​ວ່າ, ‘ຈົ່ງ​ນຳ​ເອກະສານ​ຂອງ​ເຈົ້າ​ມາ, ຮີບ​ນັ່ງ​ລົງ​ແກ້​ໃຫ້​ເປັນ​ໜຶ່ງ​ພັນ​ຫ້າ​ຮ້ອຍ’.


ພຣະເຢຊູເຈົ້າ​ກ່າວ​ພວກ​ຄົນຮັບໃຊ້​ວ່າ, “ຈົ່ງ​ຕັກ​ນ້ຳ​ໃສ່​ອ່າງ​ໃຫ້​ເຕັມ;” ດັ່ງນັ້ນ​ພວກເຂົາ​ຈຶ່ງ​ຕັກ​ນ້ຳ​ໃສ່​ຈົນ​ເຕັມ​ພໍດີ​ກັບ​ປາກອ່າງ.


ເກີດ​ການໂຕ້ຖຽງກັນ​ຂຶ້ນ​ລະຫວ່າງ​ລູກສິດ​ບາງຄົນ​ຂອງ​ໂຢຮັນ​ກັບ​ຊາວ​ຢິວ​ຄົນ​ໜຶ່ງ​ກ່ຽວກັບ​ເລື່ອງ​ພິທີ​ຊຳລະ.


ເພື່ອ​ເຮັດ​ໃຫ້​ຄຣິສຕະຈັກ​ບໍລິສຸດ​ໂດຍ​ການ​ຊຳລະ​ຄຣິສຕະຈັກ​ນັ້ນ​ດ້ວຍ​ນ້ຳ​ຜ່ານທາງ​ພຣະຄຳ,


ກໍ​ໃຫ້​ພວກເຮົາ​ເຂົ້າ​ໃກ້​ພຣະເຈົ້າ​ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ຄວາມໝັ້ນໃຈ​ຢ່າງ​ເຕັມທີ່​ໃນ​ຄວາມເຊື່ອ ໂດຍ​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການຊິດໃສ່​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ໝົດ​ຈາກ​ຈິດສຳນຶກ​ທີ່​ຟ້ອງ​ວ່າ​ຕົນ​ຜິດ ແລະ ຮ່າງກາຍ​ຂອງ​ພວກເຮົາ​ໄດ້​ຮັບ​ການຊຳລະລ້າງ​ດ້ວຍ​ນ້ຳ​ບໍລິສຸດ​ແລ້ວ.


ຄຳສອນ​ເລື່ອງ​ບັບຕິສະມາ, ເລື່ອງ​ການວາງມື, ເລື່ອງ​ການເປັນຄືນມາຈາກຕາຍ ແລະ ເລື່ອງ​ການພິພາກສາ​ລົງໂທດ​ເປັນນິດ.


ສິ່ງ​ເຫລົ່ານີ້​ເປັນ​ພຽງ​ເລື່ອງ​ຂອງ​ອາຫານ ແລະ ເຄື່ອງດື່ມ ແລະ ການຊຳລະ​ຕ່າງໆ​ຕາມ​ລະບຽບ​ພິທີ ເຊິ່ງ​ເປັນ​ຂໍ້ປະຕິບັດ​ພາຍນອກ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ຂອງ​ລະບົບ​ໃໝ່.


ເມື່ອ​ໂມເຊ​ປະກາດ​ກົດບັນຍັດ​ທຸກ​ຂໍ້​ແກ່​ປະຊາຊົນ​ທັງໝົດ​ແລ້ວ, ເພິ່ນ​ກໍ​ໄດ້​ເອົາ​ເລືອດ​ລູກງົວ​ພ້ອມ​ດ້ວຍ​ນ້ຳ, ຂົນແກະ​ສີແດງເຂັ້ມ ແລະ ກິ່ງ​ຫູສົບ​ມາ ແລ້ວ​ຊິດ​ໃສ່​ໜັງສືມ້ວນ​ນັ້ນ ແລະ ຊິດ​ໃສ່​ຄົນ​ທັງໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka