Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 2:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ໃນຂະນະ​ທີ່​ພຣະອົງ​ຍັງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ໃນ​ເທດສະການ​ປັດສະຄາ​ນັ້ນ, ພຣະອົງ​ໄດ້​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ ມີ​ຄົນ​ຈໍານວນ​ຫລາຍ​ໄດ້​ເຫັນ ແລະ ໄດ້​ເຊື່ອ​ໃນ​ນາມ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ຂະນະທີ່​ພຣະເຢຊູເຈົ້າ​ຍັງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຍາມ​ເທດສະການ​ສະຫລອງ​ປັດສະຄາ​ນັ້ນ ໄດ້​ມີ​ຫລາຍ​ຄົນ​ຮັບ​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ເພາະ​ພວກເຂົາ​ເຫັນ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ.

Uka jalj uñjjattʼäta Copia luraña




ໂຢຮັນ 2:23
18 Jak'a apnaqawi uñst'ayäwi  

ເມັດພືດ​ທີ່​ຕົກ​ໃສ່​ເທິງ​ພື້ນ​ຫີນ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ຮັບ​ເອົາ​ພຣະຄຳ​ດ້ວຍ​ຄວາມຍິນດີ, ແຕ່​ພວກເຂົາ​ບໍ່​ມີ​ຮາກ. ພວກເຂົາ​ເຊື່ອ​ຢູ່​ພຽງ​ຊົ່ວໄລຍະໜຶ່ງ, ແຕ່​ເມື່ອ​ພວກເຂົາ​ຖືກ​ທົດລອງ​ພວກເຂົາ​ກໍ​ລົ້ມເລີກ​ໄປ.


ເຫດສະນັ້ນ ຊາວ​ຢິວ​ຫລາຍ​ຄົນ​ທີ່​ມາ​ຢ້ຽມຢາມ​ມາຣີ ແລະ ໄດ້​ເຫັນ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ນັ້ນ ກໍ​ເຊື່ອ​ພຣະອົງ.


ສິ່ງ​ທີ່​ພຣະເຢຊູເຈົ້າ​ກະທຳ​ໃນ​ທີ່​ນີ້ ເປັນ​ໝາຍສຳຄັນ​ຄັ້ງ​ທຳອິດ​ຂອງ​ພຣະອົງ​ທີ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ພຣະອົງ​ໄດ້​ສະແດງ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ກໍ​ໄດ້​ເຊື່ອ​ໃນ​ພຣະອົງ.


ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປັດສະຄາ​ຂອງ​ຊາວຢິວ, ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.


ລາວ​ໄດ້​ມາຫາ​ພຣະເຢຊູເຈົ້າ​ໃນ​ເວລາ​ກາງຄືນ ແລະ ເວົ້າ​ວ່າ, “ຣັບບີ ພວກເຮົາ​ຮູ້​ຢູ່​ວ່າ​ທ່ານ​ເປັນ​ຄູສອນ​ຜູ້​ມາ​ຈາກ​ພຣະເຈົ້າ. ເພາະ​ບໍ່​ມີ​ຜູ້ໃດ​ສາມາດ​ສະແດງ​ໝາຍສຳຄັນ​ທີ່​ທ່ານ​ເຮັດ​ຢູ່​ນັ້ນ ຖ້າ​ພຣະເຈົ້າ​ບໍ່​ໄດ້​ສະຖິດ​ຢູ່​ນໍາ​ຜູ້​ນັ້ນ”.


ເມື່ອ​ພຣະອົງ​ໄປ​ຮອດ​ແຂວງ​ຄາລີເລ​ແລ້ວ, ຊາວ​ຄາລີເລ​ກໍ​ໄດ້​ຕ້ອນຮັບ​ພຣະອົງ. ພວກເຂົາ​ໄດ້​ເຄີຍ​ເຫັນ​ທຸກສິ່ງ​ທີ່​ພຣະອົງ​ກະທຳ​ໃນ​ເທດສະການ​ປັດສະຄາ​ທີ່​ນະຄອນ​ເຢຣູຊາເລັມ ເພາະ​ພວກເຂົາ​ຢູ່​ທີ່​ນັ້ນ​ເໝືອນກັນ.


“ເຮົາ​ມີ​ຄຳພະຍານ​ທີ່​ສຳຄັນ​ກວ່າ​ຄຳພະຍານ​ຂອງ​ໂຢຮັນ​ອີກ ເພາະ​ງານ​ທີ່​ພຣະບິດາເຈົ້າ​ໄດ້​ມອບໝາຍ​ແກ່​ເຮົາ​ເພື່ອ​ເຮັດ​ໃຫ້​ສຳເລັດ ຄື​ທຸກ​ງານ​ທີ່​ເຮົາ​ກຳລັງ​ເຮັດ​ຢູ່​ນີ້​ແຫລະ ທີ່​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ວ່າ​ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ.


ຫລັງຈາກ​ທີ່​ປະຊາຊົນ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ພຣະເຢຊູເຈົ້າ​ໄດ້​ສະແດງ​ແລ້ວ, ພວກເຂົາ​ກໍ​ເລີ່ມ​ເວົ້າ​ວ່າ, “ແນ່ນອນ​ຜູ້​ນີ້​ຕ້ອງ​ແມ່ນ​ຜູ້ທຳນວາຍ​ທີ່​ກຳນົດ​ວ່າ​ຈະ​ເຂົ້າ​ມາ​ໃນ​ໂລກ”.


ແລະ ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ​ເພາະ​ພວກເຂົາ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ພຣະອົງ​ສະແດງ​ໂດຍ​ການຮັກສາ​ຄົນເຈັບປ່ວຍ.


ແຕ່​ປະຊາຊົນ​ຫລາຍ​ຄົນ​ກໍ​ຍັງ​ເຊື່ອ​ໃນ​ພຣະອົງ​ຢູ່. ພວກເຂົາ​ເວົ້າ​ວ່າ, “ເມື່ອ​ພຣະຄຣິດເຈົ້າ​ມາ, ພຣະອົງ​ຈະ​ສະແດງ​ໝາຍສຳຄັນ​ຫລວງຫລາຍ​ກວ່າ​ຜູ້​ນີ້​ບໍ?”


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


ແລະ ນີ້​ແມ່ນ​ຄຳສັ່ງ​ຂອງ​ພຣະອົງ​ຄື: ໃຫ້​ເຊື່ອ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ ແລະ ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ພວກເຮົາ​ໄວ້​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka