Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 2:22 - ພຣະຄຳພີລາວສະບັບສະໄໝໃໝ່

22 ຫລັງ​ຈາກ​ທີ່​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ, ພວກສາວົກ​ຈຶ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ແລ້ວ​ພວກເພິ່ນ​ຈຶ່ງ​ເຊື່ອ​ພຣະຄຳພີ ແລະ ຖ້ອຍຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 ດັ່ງນັ້ນ ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ພວກ​ສາວົກ​ຈຶ່ງ​ລະນຶກເຖິງ​ຄຳ​ເວົ້າ ທີ່​ພຣະອົງ​ເຄີຍ​ໄດ້​ກ່າວ ແລະ​ພວກເພິ່ນ​ກໍໄດ້​ເຊື່ອ​ພຣະຄຳພີ​ກັບ​ທັງ​ຖ້ອຍຄຳ ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຮັນ 2:22
13 Jak'a apnaqawi uñst'ayäwi  

ພຣະຄຣິດເຈົ້າ​ຕ້ອງ​ທົນທຸກທໍລະມານ​ຕໍ່​ສິ່ງ​ເຫລົ່ານັ້ນ​ກ່ອນ ແລ້ວ​ຈຶ່ງ​ເຂົ້າ​ສູ່​ສະຫງ່າລາສີ​ຂອງ​ພຣະອົງ​ບໍ່​ແມ່ນ​ບໍ?”


ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ເຮົາ​ບອກ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ຄື: ທຸກສິ່ງ​ຈະ​ຕ້ອງ​ເກີດຂຶ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ເຮົາ​ໃນ​ກົດບັນຍັດ​ຂອງ​ໂມເຊ, ຂໍ້​ຂຽນ​ຜູ້ທຳນວາຍ ແລະ ໃນ​ເພງສັນລະເສີນ”.


ໃນ​ຕອນທຳອິດ​ນັ້ນ​ພວກສາວົກ​ຂອງ​ພຣະອົງ​ບໍ່​ທັນ​ເຂົ້າໃຈ​ເຫດການ​ທັງໝົດ​ນີ້. ແຕ່​ເມື່ອ​ຫລັງຈາກ​ພຣະເຢຊູເຈົ້າ​ໄດ້​ຮັບ​ສະຫງ່າລາສີ​ແລ້ວ ພວກເພິ່ນ​ຈຶ່ງ​ຮູ້​ວ່າ​ສິ່ງ​ເຫລົ່ານີ້​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ ແລະ ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ຕໍ່​ພຣະອົງ.


ແຕ່​ພຣະຜູ້ຊ່ວຍ​ຄື​ອົງ​ພຣະວິນຍານບໍລິສຸດເຈົ້າ ຜູ້​ທີ່​ພຣະບິດາເຈົ້າ​ຈະ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ຈະ​ສັ່ງສອນ​ທຸກສິ່ງ​ແກ່​ພວກເຈົ້າ ແລະ ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ທຸກສິ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ.


ເຮົາ​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ ເພື່ອວ່າ​ເມື່ອ​ເວລາ​ຂອງ​ພວກເຂົາ​ມາ​ເຖິງ ພວກເຈົ້າ​ຈະ​ໄດ້​ລະນຶກ​ວ່າ​ເຮົາ​ໄດ້​ເຕືອນ​ພວກເຈົ້າ​ໄວ້​ແລ້ວ. ເຮົາ​ບໍ່​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ຕັ້ງແຕ່​ຕົ້ນ ເພາະວ່າ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.


ສິ່ງ​ທີ່​ພຣະເຢຊູເຈົ້າ​ກະທຳ​ໃນ​ທີ່​ນີ້ ເປັນ​ໝາຍສຳຄັນ​ຄັ້ງ​ທຳອິດ​ຂອງ​ພຣະອົງ​ທີ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ພຣະອົງ​ໄດ້​ສະແດງ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ກໍ​ໄດ້​ເຊື່ອ​ໃນ​ພຣະອົງ.


ພວກສາວົກ​ຂອງ​ພຣະອົງ​ຈຶ່ງ​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຄວາມ​ຮ້ອນໃຈ​ສຳລັບ​ວິຫານ​ຂອງ​ພຣະອົງ​ກໍ​ໄໝ້​ຢູ່​ພາຍໃນ​ຂ້ານ້ອຍ”.


ແລະ ພຣະເຢຊູເຈົ້າ​ກັບ​ພວກສາວົກ​ຂອງ​ພຣະອົງ​ກໍ​ຖືກ​ເຊີນ​ໄປ​ງານ​ແຕ່ງງານ​ເໝືອນກັນ.


ແລ້ວ​ຂ້າພະເຈົ້າ​ຈຶ່ງ​ໄດ້​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ໄວ້​ວ່າ: ‘ໂຢຮັນ​ໄດ້​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ, ແຕ່​ຝ່າຍ​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ’.


ພຣະເຈົ້າ​ໄດ້​ເຮັດ​ແລ້ວ​ເພື່ອ​ພວກເຮົາ​ທີ່​ເປັນ​ລູກຫລານ​ຂອງ​ພວກເຂົາ, ໂດຍ​ໄດ້​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາ, ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເພງສັນລະເສີນ​ບົດທີ​ສອງ​ວ່າ: “‘ທ່ານ​ເປັນ​ບຸດ​ຂອງ​ເຮົາ; ວັນ​ນີ້​ເຮົາ​ໄດ້​ເປັນ​ບິດາ​ຂອງ​ທ່ານ’.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka