Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 2:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ແຕ່​ວິຫານ​ທີ່​ພຣະອົງ​ກ່າວ​ເຖິງ​ນັ້ນ​ຄື​ຮ່າງກາຍ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ພຣະວິຫານ​ທີ່​ພຣະເຢຊູເຈົ້າ​ກ່າວ​ເຖິງ​ນັ້ນ ແມ່ນ​ຮ່າງກາຍ​ຂອງ​ພຣະອົງ​ເອງ.

Uka jalj uñjjattʼäta Copia luraña




ໂຢຮັນ 2:21
10 Jak'a apnaqawi uñst'ayäwi  

ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ຫລັງ​ຈາກ​ທີ່​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ, ພວກສາວົກ​ຈຶ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ແລ້ວ​ພວກເພິ່ນ​ຈຶ່ງ​ເຊື່ອ​ພຣະຄຳພີ ແລະ ຖ້ອຍຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ນັ້ນ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ພວກເຈົ້າ​ເອງ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ສະຖິດ​ຢູ່​ພາຍໃນ​ພວກເຈົ້າ?


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະວິນຍານບໍລິສຸດເຈົ້າ ຜູ້​ສະຖິດ​ໃນ​ພວກເຈົ້າ, ອົງ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະເຈົ້າ? ພວກເຈົ້າ​ບໍ່ໄດ້​ເປັນ​ເຈົ້າຂອງ​ຕົວ​ພວກເຈົ້າ​ເອງ;


ວິຫານ​ຂອງ​ພຣະເຈົ້າ ແລະ ວິຫານ​ຂອງ​ຮູບເຄົາລົບ​ຈະ​ມີ​ຂໍ້ຕົກລົງ​ກັນ​ໄດ້​ຢ່າງໃດ? ເພາະ​ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ວ່າ: “ເຮົາ​ຈະ​ຢູ່​ກັບ​ພວກເຂົາ ແລະ ເດີນ​ຢູ່​ທ່າມກາງ​ພວກເຂົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ເຮົາ”.


ເພາະວ່າ​ພຣະເຈົ້າ​ພໍໃຈ​ທີ່​ຈະ​ໃຫ້​ຄວາມບໍລິບູນ​ທັງໝົດ​ຂອງ​ພຣະອົງ​ສະຖິດ​ຢູ່​ໃນ​ພຣະບຸດ,


ເພາະ​ໃນ​ພຣະຄຣິດເຈົ້າ​ນັ້ນ ລັກສະນະ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ດໍາລົງ​ຢູ່​ຢ່າງ​ເຕັມ​ບໍລິບູນ​ໃນ​ກາຍ​ຂອງ​ພຣະອົງ


ແລະ ຜູ້​ປະຕິບັດ​ໜ້າທີ່​ໃນ​ສະຖານ​ນະມັດສະການ​ອັນ​ເປັນ​ຫໍເຕັນ​ແທ້​ທີ່​ອົງພຣະຜູ້ເປັນເຈົ້າ​ຕັ້ງ​ຂຶ້ນ ບໍ່​ແມ່ນ​ມະນຸດ​ຕັ້ງ​ຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka