Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 2:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ມ້າງ​ວິຫານ​ນີ້​ລົງ ແລ້ວ​ເຮົາ​ຈະ​ສ້າງຂຶ້ນ​ໃໝ່​ພາຍໃນ​ສາມ​ວັນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ຖ້າ​ມ້າງ​ພຣະວິຫານ​ນີ້​ລົງ​ເສຍ ແລະ​ເຮົາ​ຈະ​ສ້າງ​ຂຶ້ນ​ໃໝ່​ໃນ​ສາມ​ວັນ.”

Uka jalj uñjjattʼäta Copia luraña




ໂຢຮັນ 2:19
23 Jak'a apnaqawi uñst'ayäwi  

ດ້ວຍວ່າ ໂຢນາ​ຢູ່​ໃນ​ທ້ອງ​ປາ​ໃຫຍ່​ສາມ​ວັນ​ສາມ​ຄືນ​ສັນໃດ, ບຸດມະນຸດ​ກໍ​ຈະ​ຢູ່​ໃນ​ໃຈກາງ​ແຜ່ນດິນ​ໂລກ​ສາມ​ວັນ​ສາມ​ຄືນ​ສັນນັ້ນ.


ຕັ້ງ​ແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ເລີ່ມ​ອະທິບາຍ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ຟັງ​ວ່າ​ພຣະອົງ​ຈະ​ຕ້ອງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ ແລະ ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ​ຈາກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ສູ່​ຊີວິດ.


ແລະ ເວົ້າ​ວ່າ, “ເຈົ້າ​ຜູ້​ທີ່​ຈະ​ທຳລາຍ​ວິຫານ​ແລ້ວ​ສ້າງຂຶ້ນ​ໃໝ່​ໃນ​ສາມວັນ, ຈົ່ງ​ຊ່ວຍ​ຕົນເອງ​ໃຫ້​ພົ້ນ​ສາ! ລົງ​ມາ​ຈາກ​ໄມ້ກາງແຂນ​ເບິ່ງ​ດູ​ຖ້າ​ເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!”


ພວກເຂົາ​ເວົ້າ​ວ່າ, “ນາຍ​ເອີຍ, ພວກຂ້າພະເຈົ້າ​ຈື່​ໄດ້​ວ່າ​ຂະນະ​ທີ່​ຄົນຫລອກລວງ​ຜູ້​ນັ້ນ​ຍັງ​ມີຊີວິດ​ຢູ່​ໄດ້​ເວົ້າ​ວ່າ, ‘ຫລັງ​ຈາກ​ສາມ​ວັນ​ເຮົາ​ຈະ​ເປັນຄືນມາ​ອີກ’.


“ພວກເຮົາ​ໄດ້​ຍິນ​ລາວ​ກ່າວ​ວ່າ, ‘ເຮົາ​ຈະ​ມ້າງ​ວິຫານ​ຫລັງ​ນີ້​ທີ່​ສ້າງຂຶ້ນ​ດ້ວຍ​ມື​ມະນຸດ ແລະ ໃນ​ສາມ​ວັນ​ເຮົາ​ຈະ​ສ້າງຂຶ້ນ​ໃໝ່ ເຊິ່ງ​ບໍ່​ໄດ້​ສ້າງ​ດ້ວຍ​ມື​ມະນຸດ’”.


ບັນດາ​ຄົນ​ທີ່​ຜ່ານ​ໄປ​ມາ​ຕ່າງ​ກໍ​ດູຖູກ​ພຣະອົງ, ພາກັນ​ແກວ່ງຫົວ ແລະ ເວົ້າ​ວ່າ, “ເປັນ​ຢ່າງ​ໃດ! ເຈົ້າ​ຜູ້​ທີ່​ຈະ​ທຳລາຍ​ວິຫານ​ແລ້ວ​ສ້າງຂຶ້ນ​ໃໝ່​ໃນ​ສາມວັນ,


ຕັ້ງ​ແຕ່​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ໄດ້​ເລີ່ມ​ສັ່ງສອນ​ພວກສາວົກ​ວ່າ​ບຸດມະນຸດ​ຈະ​ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ. ຖືກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ປະຕິເສດ, ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ອີກ.


ພຣະເຢຊູເຈົ້າ​ກ່າວ​ຕໍ່​ນາງ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ເຫດ​ໃຫ້​ຄົນ​ທັງປວງ​ເປັນຄືນມາຈາກຕາຍ ແລະ ເປັນ​ຊີວິດ. ຜູ້​ທີ່​ເຊື່ອ​ໃນ​ເຮົາ​ເຖິງ​ວ່າ​ຕາຍ​ໄປ​ແລ້ວ​ກໍ​ຈະ​ມີຊີວິດ​ຢູ່


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພຣະບຸດ​ຈະ​ກະທຳ​ສິ່ງ​ໜຶ່ງ​ສິ່ງ​ໃດ​ໂດຍ​ຕົນ​ເອງ​ບໍ່​ໄດ້, ພຣະອົງ​ສາມາດ​ກະທຳ​ໄດ້​ແຕ່​ພຽງ​ສິ່ງ​ທີ່​ເຫັນ​ພຣະບິດາເຈົ້າ​ຂອງ​ພຣະອົງ​ກະທຳ ເພາະ​ພຣະບິດາຈົ້າ​ກະທຳ​ສິ່ງ​ໃດ ພຣະບຸດ​ກໍ​ກະທຳ​ສິ່ງ​ນັ້ນ​ເໝືອນກັນ.


ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ ໄດ້​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມເຈັບປວດ, ອອກ​ຈາກ​ອຳນາດ​ແຫ່ງ​ຄວາມຕາຍ, ເພາະ​ຄວາມຕາຍ​ບໍ່​ສາມາດ​ຈະ​ກັກ​ຈ່ອງ​ພຣະອົງ​ໄວ້​ໄດ້.


ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ຜູ້​ນີ້​ໃຫ້​ເປັນຄືນມາຈາກຕາຍ ແລະ ພວກຂ້າພະເຈົ້າ​ທຸກຄົນ​ຕ່າງ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ຄວາມຈິງ​ນີ້.


ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ພຣະອົງ​ຜູ້​ທີ່​ໃຫ້​ຊີວິດ, ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ, ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.


ເມື່ອ​ພຣະເຈົ້າ​ໄດ້​ເລືອກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ, ກໍ​ສົ່ງ​ພຣະອົງ​ມາ​ຫາ​ພວກທ່ານ​ທັງຫລາຍ​ກ່ອນ ເພື່ອ​ອວຍພອນ​ພວກທ່ານ ໂດຍ​ເຮັດ​ໃຫ້​ແຕ່ລະຄົນ​ຫັນ​ໜີ​ຈາກ​ການ​ຊົ່ວຮ້າຍ​ຂອງ​ຕົນ”.


ເພາະ​ພວກເຮົາ​ໄດ້​ຍິນ​ລາວ​ເວົ້າ​ວ່າ​ເຢຊູ​ແຫ່ງ​ນາຊາເຣັດ​ຈະ​ທຳລາຍ​ສະຖານທີ່​ນີ້ ແລະ ປ່ຽນ​ທຳນຽມ​ທີ່​ໂມເຊ​ໄດ້​ໃຫ້​ໄວ້​ກັບ​ພວກເຮົາ”.


ແຕ່​ສຳລັບ​ພວກເຮົາ​ທັງຫລາຍ​ຜູ້​ທີ່​ພຣະເຈົ້າ​ຖືວ່າ​ເປັນ​ຜູ້ຊອບທຳ​ດ້ວຍ, ສຳລັບ​ພວກເຮົາ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປັນຄືນມາຈາກຕາຍ.


ເຫດສະນັ້ນ, ພວກເຮົາ​ຈຶ່ງ​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ແລ້ວ ໂດຍ​ການ​ຮັບ​ບັບຕິສະມາ​ເຂົ້າ​ໃນ​ຄວາມຕາຍ​ຂອງ​ພຣະອົງ ເພື່ອ​ວ່າ​ພວກເຮົາ​ເອງ​ກໍ​ຈະ​ໄດ້​ມີ​ຊີວິດ​ໃໝ່ ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຖືກ​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ.


ແລະ ຖ້າ​ພຣະວິນຍານ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ຢູ່​ໃນ​ພວກເຈົ້າ, ພຣະວິນຍານ​ຜູ້​ເຮັດ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ນັ້ນ​ກໍ​ຈະ​ໃຫ້ຊີວິດ​ແກ່​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ເໝືອນກັນ ເພາະ​ພຣະວິນຍານ​ທີ່​ຢູ່​ໃນ​ພວກເຈົ້າ.


ແຕ່​ຖ້າ​ໄດ້​ປະກາດ​ວ່າ​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ແລ້ວ, ດ້ວຍເຫດໃດ ບາງຄົນ​ໃນ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ​ບໍ່​ມີ​ການເປັນຄືນມາຈາກຕາຍ?


ພວກເຈົ້າ​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ໃນ​ພິທີບັບຕິສະມາ ແລະ ໃຫ້​ພວກເຈົ້າ​ເປັນຄືນມາຈາກຕາຍ​ດ້ວຍ​ກັນ​ກັບ​ພຣະອົງ​ຜ່ານ​ທາງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ການທຳງານ​ຂອງ​ພຣະເຈົ້າ​ຜູ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ.


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka