Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 2:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ແລ້ວ​ພວກ​ຢິວ​ໄດ້​ຖາມ​ພຣະອົງ​ວ່າ, “ເຈົ້າ​ຈະ​ສະແດງ​ໝາຍສຳຄັນ​ອັນໃດ​ໃຫ້​ພວກເຮົາ​ເຫັນ​ວ່າ​ເຈົ້າ​ມີ​ສິດອຳນາດ​ທີ່​ຈະ​ເຮັດ​ສິ່ງ​ທັງໝົດ​ນີ້?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ພວກ​ຜູ້ນຳ​ຢິວ​ໄດ້​ຖາມ​ພຣະອົງ​ວ່າ, “ເຈົ້າ​ຈະ​ສະແດງ​ໝາຍສຳຄັນ​ການ​ອັດສະຈັນ​ອັນໃດ​ໃຫ້​ພວກເຮົາ​ເຫັນ​ວ່າ ເຈົ້າ​ມີ​ສິດ​ເຮັດ​ການ​ນີ້?”

Uka jalj uñjjattʼäta Copia luraña




ໂຢຮັນ 2:18
14 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ ແລະ ໃນ​ຂະນະ​ທີ່​ພຣະອົງ​ສັ່ງສອນ​ຢູ່​ນັ້ນ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ປະຊາຊົນ​ກໍ​ມາ​ຫາ​ພຣະອົງ. ພວກເຂົາ​ໄດ້​ຖາມ​ວ່າ, “ເຈົ້າ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ? ແລະ ຜູ້ໃດ​ໃຫ້​ສິດອຳນາດ​ນີ້​ແກ່​ເຈົ້າ?”


ພວກ​ຟາຣີຊາຍ​ໄດ້​ມາ​ຫາ ແລະ ເລີ່ມ​ຖາມ​ພຣະເຢຊູເຈົ້າ. ເພື່ອ​ທົດລອງ​ພຣະອົງ ພວກເຂົາ​ຂໍ​ໃຫ້​ພຣະອົງ​ສະແດງ​ໝາຍສຳຄັນ​ຢ່າງ​ໜຶ່ງ​ຈາກ​ສະຫວັນ.


ຂະນະ​ທີ່​ປະຊາຊົນ​ມາ​ເຕົ້າໂຮມ​ກັນ​ຫລາຍ​ຂຶ້ນ, ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ຄົນ​ໃນ​ຍຸກ​ນີ້​ຊົ່ວຮ້າຍ. ພວກເຂົາ​ຂໍ​ແຕ່​ໝາຍສຳຄັນ, ແຕ່​ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດ ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ.


ນີ້​ແມ່ນ​ຄຳພະຍານ​ຂອງ​ໂຢຮັນ ເມື່ອ​ພວກເຈົ້າໜ້າທີ່​ຊາວຢິວ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ໄດ້​ໃຊ້​ບັນດາ​ປະໂລຫິດ ແລະ ພວກ​ເລວີ​ມາ​ຖາມ​ເພິ່ນ​ວ່າ​ທ່ານ​ແມ່ນ​ຜູ້ໃດ.


ຈຶ່ງ​ຖາມ​ເພິ່ນ​ວ່າ, “ຖ້າ​ທ່ານ​ບໍ່ແມ່ນ​ພຣະຄຣິດເຈົ້າ ບໍ່ແມ່ນ​ເອລີຢາ ຫລື ຜູ້ທຳນວາຍ​ນັ້ນ ເປັນຫຍັງ​ທ່ານ​ຈຶ່ງ​ໃຫ້​ຮັບ​ບັບຕິສະມາ?”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ທ່ານ​ຈະ​ໃຫ້​ໝາຍສຳຄັນ​ອັນໃດ​ເພື່ອ​ພວກຂ້ານ້ອຍ​ຈະ​ໄດ້​ເຫັນ ແລະ ເຊື່ອ​ທ່ານ? ທ່ານ​ຈະ​ເຮັດຫຍັງ​ແດ່?


ພວກເຂົາ​ໄດ້​ນຳ​ເອົາ​ເປໂຕ ແລະ ໂຢຮັນ​ມາ​ຢູ່​ຕໍ່ໜ້າ ແລະ ຖາມ​ພວກເຂົາ​ວ່າ: “ພວກເຈົ້າ​ເຮັດ​ການ​ນີ້​ໂດຍ​ລິດອຳນາດ ຫລື ໃນ​ນາມ​ຂອງ​ຜູ້ໃດ?”


ມະຫາປະໂລຫິດ​ກ່າວ​ວ່າ, “ພວກເຮົາ​ສັ່ງຫ້າມ​ເດັດຂາດ​ບໍ່​ໃຫ້​ພວກເຈົ້າ​ສັ່ງສອນ​ໃນ​ນາມ​ຊື່​ນີ້, ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຄຳສັ່ງສອນ​ນັ້ນ​ແຜ່​ອອກໄປ​ທົ່ວ​ເຢຣູຊາເລັມ ແລະ ຕັ້ງໃຈ​ເຮັດ​ໃຫ້​ພວກເຮົາ​ມີ​ຄວາມຜິດ​ຍ້ອນ​ຄວາມຕາຍ​ຂອງ​ຊາຍ​ຜູ້​ນີ້”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka