8 ເມື່ອປີລາດໄດ້ຍິນຢ່າງນີ້ ເພິ່ນກໍຕົກໃຈຢ້ານຫລາຍຂຶ້ນ,
8 ເມື່ອປີລາດໄດ້ຍິນດັ່ງນັ້ນແລ້ວ ເພິ່ນກໍຕົກໃຈຫລາຍຂຶ້ນ.
ເມື່ອປີລາດໄດ້ຍິນຢ່າງນັ້ນ, ເພິ່ນກໍພາພຣະເຢຊູເຈົ້າອອກມາທາງນອກ ແລະ ນັ່ງເທິງບັນລັງພິພາກສາໃນບ່ອນທີ່ເອີ້ນວ່າລານຫີນ (ພາສາອາຣາມິກເອີ້ນວ່າຄັບບາທາ.)
ພວກຢິວຢືນຢັນວ່າ, “ພວກເຮົາມີກົດບັນຍັດ ແລະ ຕາມກົດບັນຍັດນັ້ນລາວຕ້ອງຕາຍ ເພາະລາວອ້າງໂຕເອງວ່າເປັນພຣະບຸດຂອງພຣະເຈົ້າ”.
ເພິ່ນຈຶ່ງກັບຄືນເຂົ້າໄປໃນວັງ ແລະ ຖາມພຣະເຢຊູເຈົ້າວ່າ, “ເຈົ້າມາແຕ່ໃສ?” ແຕ່ພຣະເຢຊູເຈົ້າບໍ່ໄດ້ຕອບຫຍັງ.