Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 19:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຈົ້າໜ້າທີ່​ເຫັນ​ພຣະອົງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ໄວ້​ທີ່​ໄມ້ກາງແຂນ! ຄຶງ​ໄວ້​ທີ່​ໄມ້ກາງແຂນ!” ແຕ່​ປີລາດ​ຕອບ​ວ່າ, “ໃຫ້​ພວກທ່ານ​ເອົາ​ລາວ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ສາ. ຝ່າຍ​ເຮົາ, ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ເມື່ອ​ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ເຈົ້າໜ້າທີ່​ໄດ້​ເຫັນ​ພຣະອົງ ກໍ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ໄວ້​ທີ່​ໄມ້ກາງແຂນ ຄຶງ​ໄວ້​ທີ່​ໄມ້ກາງແຂນ.” ປີລາດ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ໃຫ້​ພວກທ່ານ​ເອົາ​ລາວ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ສາ ຝ່າຍ​ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້.”

Uka jalj uñjjattʼäta Copia luraña




ໂຢຮັນ 19:6
15 Jak'a apnaqawi uñst'ayäwi  

ສ່ວນ​ເປໂຕ​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ​ໃນ​ໄລຍະ​ຫ່າງໆ ຈົນ​ມາ​ເຖິງ​ເດີ່ນບ້ານ​ຂອງ​ມະຫາ​ປະໂລຫິດ. ເພິ່ນ​ໄດ້​ເຂົ້າ​ໄປ ແລະ ນັ່ງ​ຢູ່​ກັບ​ພວກທະຫານຍາມ​ເພື່ອ​ຊອມເບິ່ງ​ຜົນ​ທີ່​ຈະ​ເກີດຂຶ້ນ.


ປີລາດ​ຈຶ່ງ​ຖາມ​ວ່າ, “ຖ້າ​ຢ່າງ​ນັ້ນ​ພວກທ່ານ​ຈະ​ໃຫ້​ຂ້າພະເຈົ້າ​ເຮັດ​ຢ່າງໃດ​ແກ່​ເຢຊູ​ຜູ້​ທີ່​ເອີ້ນ​ວ່າ​ພຣະຄຣິດເຈົ້າ?” ພວກເຂົາ​ທຸກຄົນ​ພາກັນ​ຕອບ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ!”


ເມື່ອ​ປີລາດ​ເຫັນ​ວ່າ​ບໍ່​ມີ​ຜົນ​ຫຍັງ​ມີ​ແຕ່​ການວຸ້ນວາຍ​ກຳລັງ​ເກີດຂຶ້ນ, ເພິ່ນ​ຈຶ່ງ​ເອົາ​ນ້ຳ​ມາ ແລະ ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ຂ້າພະເຈົ້າ​ບໍລິສຸດ​ຈາກ​ເລືອດ​ຂອງ​ຊາຍ​ຄົນ​ນີ້ ແຕ່​ເປັນ​ຄວາມຮັບຜິດຊອບ​ຂອງ​ພວກທ່ານ!”


ແລ້ວ​ປີລາດ​ຈຶ່ງ​ປະກາດ​ແກ່​ພວກ​ຫົວໜ້າ​ປະໂລຫິດ ແລະ ປະຊາຊົນ​ວ່າ, “ເຮົາ​ບໍ່​ເຫັນ​ຄວາມຜິດ​ໃນ​ຊາຍ​ຜູ້​ນີ້​ຈັກ​ປະການ”.


ດັ່ງນັ້ນ ຢູດາ​ຈຶ່ງ​ພາ​ພວກທະຫານ ແລະ ພວກ​ເຈົ້າໜ້າທີ່​ຈຳນວນ​ໜຶ່ງ​ທີ່​ມາ​ຈາກ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ ມາ​ທີ່​ສວນ​ນັ້ນ. ພວກເຂົາ​ຖື​ກະບອງ, ໂຄມໄຟ ແລະ ອາວຸດ​ມາ​ພ້ອມ.


ປີລາດ​ກ່າວ​ວ່າ, “ໃຫ້​ພວກທ່ານ​ນຳ​ໂຕ​ລາວ​ໄປ​ຕັດສິນ​ຕາມ​ກົດໝາຍ​ຂອງ​ທ່ານ​ເອງ​ເທາະ”. ພວກ​ຢິວ​ຄັດຄ້ານ​ວ່າ, “ແຕ່​ພວກເຮົາ​ບໍ່​ມີ​ສິດ​ຂ້າ​ຜູ້ໃດ”.


ປີລາດ​ຖາມວ່າ, “ຄວາມຈິງ​ນັ້ນ​ແມ່ນຫຍັງ?” ເມື່ອ​ປີລາດ​ຖາມ​ດັ່ງນັ້ນ​ແລ້ວ​ເພິ່ນ​ກໍ​ອອກມາ​ຫາ​ພວກ​ຢິວ​ອີກ ແລະ ບອກ​ພວກເຂົາ​ວ່າ, “ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້.


ແຕ່​ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ເອົາ​ມັນ​ໄປ! ເອົາ​ມັນ​ໄປ! ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ!” ປີລາດ​ຖາມ​ວ່າ, “ພວກທ່ານ​ຈະ​ໃຫ້​ເຮົາ​ຄຶງ​ກະສັດ​ຂອງ​ພວກທ່ານ​ທີ່​ໄມ້ກາງແຂນ​ບໍ?” ພວກຫົວໜ້າ​ປະໂລຫິດ​ຕອບ​ວ່າ, “ນອກຈາກ​ກາຍຊາ​ແລ້ວ​ພວກເຮົາ​ບໍ່​ມີ​ກະສັດ”.


ປີລາດ​ໄດ້​ອອກ​ໄປ​ອີກ​ເທື່ອ​ໜຶ່ງ ແລະ ກ່າວ​ກັບ​ພວກ​ຢິວ​ວ່າ, “ເບິ່ງ​ແມ ເຮົາ​ກຳລັງ​ນຳ​ໂຕ​ລາວ​ອອກມາ​ໃຫ້​ພວກທ່ານ​ເພື່ອ​ພວກທ່ານ​ຈະ​ໄດ້​ຮູ້​ວ່າ​ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຄົນ​ນີ້”.


ພຣະເຢຊູເຈົ້າ​ຜູ້​ນີ້​ໄດ້​ຖືກ​ມອບ​ໃຫ້​ພວກທ່ານ​ຕາມ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ແຜນການ​ໄວ້ ແລະ ໄດ້​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ ແລະ ໂດຍ​ການ​ຊ່ວຍເຫລືອ​ຂອງ​ຄົນ​ຊົ່ວຮ້າຍ ພວກທ່ານ​ຈຶ່ງ​ໄດ້​ຈັບ​ພຣະອົງ​ໄປ​ຂ້າ​ດ້ວຍ​ການ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.


ມີ​ຜູ້ທຳນວາຍ​ຄົນໃດ​ແດ່​ທີ່​ບໍ່​ໄດ້​ຖືກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຂົ່ມເຫັງ? ພວກເຂົາ​ຂ້າ​ແມ່ນ​ແຕ່​ບັນດາ​ຜູ້​ທີ່​ທຳນວາຍ​ເຖິງ​ການ​ມາ​ຂອງ​ອົງ​ຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າ​ກໍ​ຍັງ​ທໍລະຍົດ ແລະ ຂ້າ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka