Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 19:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ປີລາດ​ໄດ້​ອອກ​ໄປ​ອີກ​ເທື່ອ​ໜຶ່ງ ແລະ ກ່າວ​ກັບ​ພວກ​ຢິວ​ວ່າ, “ເບິ່ງ​ແມ ເຮົາ​ກຳລັງ​ນຳ​ໂຕ​ລາວ​ອອກມາ​ໃຫ້​ພວກທ່ານ​ເພື່ອ​ພວກທ່ານ​ຈະ​ໄດ້​ຮູ້​ວ່າ​ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຄົນ​ນີ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ປີລາດ​ໄດ້​ອອກ​ໄປ​ອີກເທື່ອໜຶ່ງ ແລະ​ກ່າວ​ຕໍ່​ປະຊາຊົນ​ວ່າ, “ເຮົາ​ຈະ​ນຳ​ລາວ​ອອກ​ມາ​ເພື່ອ​ໃຫ້​ພວກທ່ານ​ຮູ້​ວ່າ ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຄົນ​ນີ້.”

Uka jalj uñjjattʼäta Copia luraña




ໂຢຮັນ 19:4
16 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ປີລາດ​ນັ່ງ​ຢູ່​ເທິງ​ບ່ອນ​ພິພາກສາ​ນັ້ນ, ເມຍ​ຂອງ​ເພິ່ນ​ໄດ້​ສົ່ງ​ຂໍ້ຄວາມ​ນີ້​ໃຫ້​ເພິ່ນ​ວ່າ: “ຢ່າ​ໄດ້​ກ່ຽວຂ້ອງ​ກັບ​ຜູ້ບໍລິສຸດ​ຄົນ​ນີ້​ເລີຍ ເພາະ​ວັນ​ນີ້​ຂ້ອຍ​ມີ​ຄວາມທຸກໃຈ​ຫລາຍ​ຍ້ອນ​ຄວາມຝັນ​ກ່ຽວກັບ​ທ່ານ​ຜູ້​ນີ້”.


ເມື່ອ​ປີລາດ​ເຫັນ​ວ່າ​ບໍ່​ມີ​ຜົນ​ຫຍັງ​ມີ​ແຕ່​ການວຸ້ນວາຍ​ກຳລັງ​ເກີດຂຶ້ນ, ເພິ່ນ​ຈຶ່ງ​ເອົາ​ນ້ຳ​ມາ ແລະ ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ຂ້າພະເຈົ້າ​ບໍລິສຸດ​ຈາກ​ເລືອດ​ຂອງ​ຊາຍ​ຄົນ​ນີ້ ແຕ່​ເປັນ​ຄວາມຮັບຜິດຊອບ​ຂອງ​ພວກທ່ານ!”


ລາວ​ກ່າວ​ວ່າ, “ຂ້ານ້ອຍ​ໄດ້​ເຮັດ​ບາບ, ເພາະ​ຂ້ານ້ອຍ​ໄດ້​ທໍລະຍົດ​ຕໍ່​ເລືອດ​ຂອງ​ຜູ້ບໍລິສຸດ”. ພວກເຂົາ​ຕອບ​ວ່າ, “ແລ້ວ​ກ່ຽວຂ້ອງ​ຫຍັງ​ກັບ​ພວກເຮົາ? ນັ້ນ​ເປັນ​ຄວາມຮັບຜິດຊອບ​ຂອງ​ເຈົ້າ​ເອງ”.


ເມື່ອ​ນາຍຮ້ອຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ເພິ່ນ​ທີ່​ເຝົ້າຍາມ​ພຣະເຢຊູເຈົ້າ​ຢູ່ ໄດ້​ເຫັນ​ແຜ່ນດິນໄຫວ ແລະ ທຸກ​ເຫດການ​ທີ່​ເກີດຂຶ້ນ​ກໍ​ຢ້ານກົວ​ຫລາຍ ແລະ ຮ້ອງຂຶ້ນ​ວ່າ, “ແທ້ຈິງ​ແລ້ວ ທ່ານ​ຜູ້​ນີ້​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!”


ແລ້ວ​ປີລາດ​ຈຶ່ງ​ປະກາດ​ແກ່​ພວກ​ຫົວໜ້າ​ປະໂລຫິດ ແລະ ປະຊາຊົນ​ວ່າ, “ເຮົາ​ບໍ່​ເຫັນ​ຄວາມຜິດ​ໃນ​ຊາຍ​ຜູ້​ນີ້​ຈັກ​ປະການ”.


ພວກເຮົາ​ກໍ​ສົມຄວນ​ຖືກ​ລົງໂທດ​ແລ້ວ ເພາະ​ພວກເຮົາ​ກຳລັງ​ໄດ້​ຮັບ​ສິ່ງ​ທີ່​ສົມ​ກັບ​ການ​ກະທຳ​ທີ່​ພວກເຮົາ​ໄດ້​ເຮັດ. ແຕ່​ທ່ານ​ຜູ້​ນີ້​ບໍ່​ໄດ້​ເຮັດ​ຜິດ​ຫຍັງ​ເລີຍ”.


ເມື່ອ​ນາຍຮ້ອຍ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ນີ້ ຈຶ່ງ​ສັນລະເສີນ​ພຣະເຈົ້າ ແລະ ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຄົນຊອບທຳ​ຢ່າງ​ແນ່ນອນ”.


ປີລາດ​ຈຶ່ງ​ກັບ​ເຂົ້າ​ໄປ​ໃນ​ວັງ ແລ້ວ​ເອີ້ນ​ພຣະເຢຊູເຈົ້າ​ມາ ແລະ ຖາມ​ພຣະອົງ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?”


ປີລາດ​ຖາມວ່າ, “ຄວາມຈິງ​ນັ້ນ​ແມ່ນຫຍັງ?” ເມື່ອ​ປີລາດ​ຖາມ​ດັ່ງນັ້ນ​ແລ້ວ​ເພິ່ນ​ກໍ​ອອກມາ​ຫາ​ພວກ​ຢິວ​ອີກ ແລະ ບອກ​ພວກເຂົາ​ວ່າ, “ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້.


ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຈົ້າໜ້າທີ່​ເຫັນ​ພຣະອົງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ໄວ້​ທີ່​ໄມ້ກາງແຂນ! ຄຶງ​ໄວ້​ທີ່​ໄມ້ກາງແຂນ!” ແຕ່​ປີລາດ​ຕອບ​ວ່າ, “ໃຫ້​ພວກທ່ານ​ເອົາ​ລາວ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ສາ. ຝ່າຍ​ເຮົາ, ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້”.


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ມະຫາ​ປະໂລຫິດ​ຢ່າງ​ນີ້​ແຫລະ​ທີ່​ຕອບສະຫນອງ​ຄວາມຈຳເປັນ​ຂອງ​ພວກເຮົາ​ໄດ້ ຄື​ປະໂລຫິດ​ຜູ້​ບໍລິສຸດ, ບໍ່​ມີ​ຕຳໜິ, ບໍ່ມີມົນທິນ, ແຍກ​ຈາກ​ບັນດາ​ຄົນບາບ, ເປັນ​ທີ່​ເທີດທູນ​ເໜືອ​ຟ້າສະຫວັນ.


ແຕ່​ດ້ວຍ​ໂລຫິດ​ອັນ​ລ້ຳຄ່າ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ລູກແກະ​ທີ່​ບໍ່ມີຕຳໜິ ຫລື ຂໍ້ບົກຜ່ອງ​ໃດໆ.


“ພຣະອົງ​ບໍ່​ໄດ້​ເຮັດ​ບາບ ແລະ ບໍ່​ມີ​ຄຳ​ຫລອກລວງ​ໃນ​ປາກ​ຂອງ​ພຣະອົງ”


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


ແຕ່​ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ພຣະອົງ​ໄດ້​ມາ​ປາກົດ​ກໍ​ເພື່ອ​ເອົາ​ຄວາມບາບ​ຂອງ​ພວກເຮົາ​ອອກໄປ. ແລະ ໃນ​ພຣະອົງ​ນັ້ນ​ບໍ່​ມີ​ບາບ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka