Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 19:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່​ມີ​ອຳນາດ​ເໜືອ​ເຮົາ ຖ້າ​ເບື້ອງເທິງ​ບໍ່​ມອບ​ໃຫ້​ແກ່​ເຈົ້າ. ເຫດສະນັ້ນ ຜູ້​ທີ່​ໄດ້​ມອບ​ເຮົາ​ໃຫ້​ແກ່​ເຈົ້າ​ກໍ​ມີ​ຄວາມບາບ​ຮ້າຍແຮງ​ກວ່າ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່ມີ​ສິດ​ອຳນາດ​ເໜືອ​ເຮົາ​ຈັກ​ປະການ ນອກຈາກ​ອຳນາດ​ນັ້ນ​ຈະ​ປະທານ​ແຕ່​ເບື້ອງ​ເທິງ​ໃຫ້​ແກ່​ເຈົ້າ ເຫດສະນັ້ນ ຜູ້​ທີ່​ມອບ​ເຮົາ​ໄວ້​ກັບ​ເຈົ້າ ກໍ​ມີ​ຄວາມ​ຜິດບາບ​ຫລາຍກວ່າ​ເຈົ້າ.”

Uka jalj uñjjattʼäta Copia luraña




ໂຢຮັນ 19:11
37 Jak'a apnaqawi uñst'ayäwi  

ມະຫາ​ປະໂລຫິດ​ຈຶ່ງ​ຈີກ​ເສື້ອ​ຂອງ​ຕົນ ແລະ ເວົ້າ​ວ່າ, “ລາວ​ໄດ້​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ! ພວກເຮົາ​ຈະ​ຕ້ອງການ​ພະຍານ​ຕື່ມ​ອີກ​ເຮັດຫຍັງ? ເບິ່ງແມ, ບັດນີ້​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ຄຳເວົ້າ​ໝິ່ນປະໝາດ​ແລ້ວ.


ດັ່ງນັ້ນ ພວກເຂົາ​ໄດ້​ມັດ​ພຣະອົງ ແລະ ນໍາ​ພຣະອົງ​ໄປ​ມອບ​ໃຫ້​ແກ່​ປີລາດ​ຜູ້ປົກຄອງ.


ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ, ແຕ່​ຂໍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ. ດ້ວຍ​ວ່າ, ອານາຈັກ, ລິດອຳນາດ ແລະ ສະຫງ່າລາສີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆ​ໄປ​ເປັນນິດ. ອາແມນ’.


ຜູ້ທໍລະຍົດ​ໄດ້​ກຳນົດ​ສັນຍານ​ກັບ​ພວກເຂົາ​ວ່າ, “ຜູ້ໃດ​ທີ່​ເຮົາ​ຈູບຄຳນັບ​ແມ່ນ​ຜູ້​ນັ້ນ ຈົ່ງ​ໄປ​ຈັບກຸມ​ລາວ ແລະ ເອົາ​ລາວ​ອອກ​ໄປ​ໃຫ້​ຢູ່​ໃຕ້​ການຄວບຄຸມ”.


ທຸກ​ວັນ​ເຮົາ​ຢູ່​ກັບ​ພວກເຈົ້າ​ໃນ​ເດີ່ນ​ວິຫານ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ. ແຕ່​ນີ້​ເປັນ​ຊົ່ວໂມງ​ຂອງ​ພວກເຈົ້າ ເມື່ອ​ຄວາມມືດ​ປົກຄອງ”.


ແລະ ພາ​ພຣະອົງ​ໄປ​ຫາ​ອັນນາ​ກ່ອນ, ອັນນາ​ເປັນ​ພໍ່​ເມຍ​ຂອງ​ກາຢະຟາ​ຜູ້​ທີ່​ເປັນ​ມະຫາ​ປະໂລຫິດ​ປະຈຳການ​ໃນ​ປີ​ນັ້ນ.


ດັ່ງນັ້ນ ຢູດາ​ຈຶ່ງ​ພາ​ພວກທະຫານ ແລະ ພວກ​ເຈົ້າໜ້າທີ່​ຈຳນວນ​ໜຶ່ງ​ທີ່​ມາ​ຈາກ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ ມາ​ທີ່​ສວນ​ນັ້ນ. ພວກເຂົາ​ຖື​ກະບອງ, ໂຄມໄຟ ແລະ ອາວຸດ​ມາ​ພ້ອມ.


ປີລາດ​ເວົ້າ​ຕໍ່​ພຣະອົງ​ວ່າ, “ເຈົ້າ​ບໍ່​ເວົ້າ​ກັບ​ເຮົາ​ບໍ? ເຈົ້າ​ບໍ່​ຮູ້ຈັກ​ບໍ​ວ່າ​ເຮົາ​ມີ​ອຳນາດ​ທີ່​ຈະ​ປ່ອຍ​ໂຕ​ເຈົ້າ ຫລື ຄຶງ​ເຈົ້າ​ທີ່​ໄມ້ກາງແຂນ​ກໍ​ໄດ້?”


ໂຢຮັນ​ຕອບ​ວ່າ, “ມະນຸດ​ສາມາດ​ຮັບ​ພຽງແຕ່​ສິ່ງ​ທີ່​ມອບ​ໃຫ້​ພວກເຂົາ​ຈາກ​ສະຫວັນ​ເທົ່ານັ້ນ.


ເມື່ອ​ໄດ້​ຟັງ​ດັ່ງນັ້ນ​ແລ້ວ ພວກເຂົາ​ກໍ​ພະຍາຍາມ​ທີ່​ຈະ​ຈັບ​ພຣະອົງ, ແຕ່​ບໍ່​ມີ​ຜູ້ໃດ​ລົງ​ມື​ຈັບ​ພຣະອົງ ເພາະ​ຍັງ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ພວກເຈົ້າ​ຕາບອດ​ພວກເຈົ້າ​ກໍ​ຄົງ​ຈະ​ບໍ່​ມີ​ຄວາມບາບ, ແຕ່​ບັດນີ້ ພວກເຈົ້າ​ເວົ້າ​ວ່າ​ເຮົາ​ເຫັນຮຸ່ງ​ຢູ່, ເຫດສະນັ້ນ ຄວາມຜິດບາບ​ຂອງ​ພວກເຈົ້າ​ຈຶ່ງ​ຍັງ​ມີ​ຢູ່.


ພຣະເຢຊູເຈົ້າ​ຜູ້​ນີ້​ໄດ້​ຖືກ​ມອບ​ໃຫ້​ພວກທ່ານ​ຕາມ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ແຜນການ​ໄວ້ ແລະ ໄດ້​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ ແລະ ໂດຍ​ການ​ຊ່ວຍເຫລືອ​ຂອງ​ຄົນ​ຊົ່ວຮ້າຍ ພວກທ່ານ​ຈຶ່ງ​ໄດ້​ຈັບ​ພຣະອົງ​ໄປ​ຂ້າ​ດ້ວຍ​ການ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.


ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ຂອງ​ພຣະອົງ ເຊິ່ງ​ທ່ານ​ທັງຫລາຍ​ໄດ້​ມອບ​ພຣະອົງ​ໃຫ້​ໄປ​ຖືກ​ຂ້າ ແລະ ໄດ້​ປະຕິເສດ​ພຣະອົງ​ຕໍ່ໜ້າ​ປີລາດ, ເຖິງ​ແມ່ນ​ວ່າ​ປີລາດ​ຕັ້ງໃຈ​ໄວ້​ແລ້ວ​ຈະ​ປ່ອຍ​ພຣະອົງ​ໄປ.


ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກໍ​ເປັນ​ສິ່ງ​ທີ່​ພຣະອົງ​ກຳນົດ​ໄວ້​ກ່ອນ​ແລ້ວ​ທີ່​ຈະ​ໃຫ້​ເກີດ​ຂຶ້ນ​ໂດຍ​ອຳນາດ ແລະ ຄວາມ​ປະສົງ​ຂອງ​ພຣະອົງ.


ດ້ວຍວ່າ ສິ່ງສາລະພັດ​ມາ​ຈາກ​ພຣະອົງ ໂດຍ​ພຣະອົງ ແລະ ເພື່ອ​ພຣະອົງ ຂໍ​ໃຫ້​ສະຫງ່າລາສີ ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.


ທຸກຄົນ​ຕ້ອງ​ຍອມເຊື່ອຟັງ​ຜູ້​ມີ​ອຳນາດ​ປົກຄອງ ເພາະ​ບໍ່​ມີ​ຜູ້ໃດ​ມີ​ອຳນາດ​ເວັ້ນ​ແຕ່​ພຣະເຈົ້າ​ແຕ່ງຕັ້ງ​ຂຶ້ນ. ອຳນາດ​ຕ່າງໆ​ທີ່​ມີ​ຢູ່​ນັ້ນ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ການແຕ່ງຕັ້ງ​ຈາກ​ພຣະເຈົ້າ.


ຂອງປະທານ​ທຸກຢ່າງ​ທີ່​ດີ ແລະ ລ້ຳເລີດ​ນັ້ນ​ລ້ວນ​ແຕ່​ມາ​ຈາກ​ເບື້ອງເທິງ, ລົງ​ມາ​ຈາກ​ພຣະບິດາ​ແຫ່ງ​ດວງສະຫວ່າງ​ທັງຫລາຍ​ໃນ​ສະຫວັນ ຜູ້​ບໍ່​ປ່ຽນແປງ​ເໝືອນດັ່ງ​ເງົາ​ທີ່​ເຄື່ອນຍ້າຍ.


ດັ່ງນັ້ນ ຖ້າ​ຜູ້ໃດ​ຮູ້​ວ່າ​ສິ່ງໃດ​ເປັນ​ສິ່ງ​ດີ​ທີ່​ພວກເຂົາ​ຄວນ​ຈະ​ເຮັດ ແລະ ບໍ່​ໄດ້​ເຮັດ, ສິ່ງ​ນັ້ນ​ກໍ​ເປັນ​ບາບ​ສຳລັບ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka