Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 18:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ພຣະເຢຊູເຈົ້າ​ຮູ້ຈັກ​ທຸກສິ່ງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ກັບ​ພຣະອົງ, ພຣະອົງ​ຈຶ່ງ​ອອກ​ໄປ ແລະ ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຕ້ອງການ​ຜູ້ໃດ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ພຣະເຢຊູເຈົ້າ​ຮູ້​ດີ​ເຖິງ​ທຸກສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ກັບ​ພຣະອົງ ຈຶ່ງ​ຍ່າງ​ອອກ​ໄປ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຊອກ​ຫາ​ຜູ້ໃດ?”

Uka jalj uñjjattʼäta Copia luraña




ໂຢຮັນ 18:4
27 Jak'a apnaqawi uñst'ayäwi  

ຕັ້ງ​ແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ເລີ່ມ​ອະທິບາຍ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ຟັງ​ວ່າ​ພຣະອົງ​ຈະ​ຕ້ອງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ ແລະ ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ​ຈາກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ສູ່​ຊີວິດ.


“ພວກເຈົ້າ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ຍັງ​ອີກ​ສອງ​ວັນ​ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ ບຸດມະນຸດ​ຈະ​ຖືກ​ມອບ​ໃຫ້​ພວກເຂົາ​ຄຶງ​ໄວ້​ທີ່​ໄມ້ກາງແຂນ”.


ແລະ ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ”.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກສາວົກ​ວ່າ, “ໃນ​ຄືນ​ນີ້ ພວກເຈົ້າ​ທຸກຄົນ​ຈະ​ປະຖິ້ມ​ເຮົາ​ໄປ ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “‘ເຮົາ​ຈະ​ຟາດ​ຜູ້ລ້ຽງແກະ ແລະ ຝູງ​ແກະ​ຈະ​ກະຈັດກະຈາຍ​ໄປ’.


ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ເຮົາ​ບອກ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ຄື: ທຸກສິ່ງ​ຈະ​ຕ້ອງ​ເກີດຂຶ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ເຮົາ​ໃນ​ກົດບັນຍັດ​ຂອງ​ໂມເຊ, ຂໍ້​ຂຽນ​ຜູ້ທຳນວາຍ ແລະ ໃນ​ເພງສັນລະເສີນ”.


ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປັດສະຄາ​ແລ້ວ, ພຣະເຢຊູເຈົ້າ​ຮູ້​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ພຣະອົງ​ຈະ​ຈາກ​ໂລກ​ນີ້​ໄປ​ຫາ​ພຣະບິດາເຈົ້າ. ພຣະອົງ​ຮັກ​ຄົນ​ຂອງ​ພຣະອົງ​ຜູ້​ທີ່​ຢູ່​ໃນ​ໂລກ​ນີ້, ພຣະອົງ​ໄດ້​ຮັກ​ພວກເຂົາ​ຈົນ​ເຖິງ​ທີ່ສຸດ.


ເພາະ​ພຣະອົງ​ຮູ້​ແລ້ວ​ວ່າ​ແມ່ນ​ຜູ້ໃດ​ຈະ​ທໍລະຍົດ​ຕໍ່​ພຣະອົງ, ດ້ວຍເຫດນີ້​ພຣະອົງ​ຈຶ່ງ​ກ່າວ​ວ່າ​ບໍ່ແມ່ນ​ໝົດ​ທຸກ​ຄົນ​ທີ່​ສະອາດ.


ພວກເຂົາ​ຕອບ​ວ່າ, “ເຢຊູ​ຊາວ​ນາຊາເຣັດ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ນັ້ນ” (ແລະ​ຢູດາ​ຜູ້​ທີ່​ທໍລະຍົດ​ກໍ​ຢືນ​ຢູ່​ກັບ​ພວກເຂົາ​ຢູ່​ທີ່​ນັ້ນ.)


ພຣະເຢຊູເຈົ້າ​ຖາມ​ພວກເຂົາ​ອີກ​ວ່າ, “ພວກເຈົ້າ​ຕ້ອງການ​ຜູ້ໃດ?” ແລະ ພວກເຂົາ​ເວົ້າ​ວ່າ, “ເຢຊູ​ຊາວ​ນາຊາເຣັດ”.


ຫລັງຈາກນັ້ນ ເມື່ອ​ພຣະອົງຮູ້​ວ່າ​ທຸກສິ່ງ​ໄດ້​ສຳເລັດ​ຄົບຖ້ວນ​ແລ້ວ ແລະ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ, ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຫິວນ້ຳ”.


ເຖິງປານນັ້ນ​ກໍ​ຍັງ​ມີ​ບາງຄົນ​ໃນ​ພວກເຈົ້າ​ຍັງ​ບໍ່​ເຊື່ອ”. ເພາະ​ພຣະເຢຊູເຈົ້າ​ຮູ້​ຕັ້ງ​ແຕ່​ທຳອິດ​ວ່າ​ຄົນໃດ​ໃນ​ພວກເພິ່ນ​ທີ່​ບໍ່​ເຊື່ອ ແລະ ແມ່ນ​ຄົນ​ໃດ​ທີ່​ຈະ​ທໍລະຍົດ​ພຣະອົງ.


ພຣະອົງ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ຮູ້​ຫົນທາງ​ແຫ່ງ​ຊີວິດ ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຕັມ​ບໍລິບູນ​ດ້ວຍ​ຄວາມຊື່ນຊົມຍິນດີ​ເມື່ອ​ຢູ່​ຕໍ່ໜ້າ​ພຣະອົງ’.


ເຫດສະນັ້ນ, ເພາະ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ທາງ​ກາຍ​ຂອງ​ພຣະອົງ​ແລ້ວ ພວກເຈົ້າ​ເອງ​ກໍ​ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ດ້ວຍ​ທ່າທີ​ຢ່າງ​ດຽວ​ກັນ. ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ທົນທຸກ​ທາງ​ກາຍ​ກໍ​ຈະ​ເຊົາ​ເຮັດ​ບາບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka