Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 18:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ແລ້ວ​ກອງທະຫານ​ພ້ອມ​ດ້ວຍ​ນາຍພັນ ແລະ ເຈົ້າໜ້າທີ່​ຂອງ​ພວກ​ຢິວ​ຈຶ່ງ​ຈັບ​ພຣະເຢຊູເຈົ້າ​ມັດ​ໄວ້

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ພວກ​ທະຫານ​ພ້ອມ​ທັງ​ນາຍ​ພັນ ແລະ​ພວກ​ເຈົ້າໜ້າທີ່​ຢິວ​ໄດ້​ຫຸ້ມ​ຈັບ​ພຣະເຢຊູເຈົ້າ ແລ້ວ​ມັດ​ພຣະອົງ​ໄວ້

Uka jalj uñjjattʼäta Copia luraña




ໂຢຮັນ 18:12
17 Jak'a apnaqawi uñst'ayäwi  

ບັນດາ​ຜູ້​ທີ່​ຈັບ​ພຣະເຢຊູເຈົ້າ​ນັ້ນ​ໄດ້​ພາ​ພຣະອົງ​ໄປ​ທີ່​ເຮືອນ​ຂອງ​ມະຫາ​ປະໂລຫິດ​ກາຢະຟາ ບ່ອນ​ທີ່​ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ປະຊຸມ​ກັນ.


ດັ່ງນັ້ນ ພວກເຂົາ​ໄດ້​ມັດ​ພຣະອົງ ແລະ ນໍາ​ພຣະອົງ​ໄປ​ມອບ​ໃຫ້​ແກ່​ປີລາດ​ຜູ້ປົກຄອງ.


ຫລັງຈາກ​ນັ້ນ ພວກທະຫານ​ຂອງ​ຜູ້ປົກຄອງ​ໄດ້​ນຳ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ສານ​ເພໂທຣຽມ ແລະ ຮວບຮວມ​ກອງທັບທະຫານ​ທັງໝົດ​ມາ​ອ້ອມ​ພຣະອົງ.


ພວກເຂົາ​ໄດ້​ພາ​ພຣະເຢຊູເຈົ້າ​ໄປ​ຫາ​ມະຫາ​ປະໂລຫິດ, ບ່ອນ​ທີ່​ພວກຫົວໜ້າ​ປະໂລຫິດ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ພາກັນ​ມາ​ເຕົ້າໂຮມກັນ​ຢູ່.


ເມື່ອ​ຮຸ່ງເຊົ້າ​ມາ ພວກຫົວໜ້າ​ປະໂລຫິດ, ພວກ​ເຖົ້າແກ່, ພວກ​ຄູສອນກົດບັນຍັດ ແລະ ບັນດາ​ສະມາຊິກ​ສະພາ​ແຊນເຮດຣິນ​ທັງໝົດ​ໄດ້​ປຶກສາຫາລື​ກັນ​ເພື່ອ​ວາງແຜນ​ຂອງ​ພວກເຂົາ. ດັ່ງນັ້ນ ພວກເຂົາ​ໄດ້​ມັດ​ພຣະເຢຊູເຈົ້າ ແລະ ນໍາ​ພຣະອົງ​ໄປ​ມອບ​ໃຫ້​ແກ່​ປີລາດ.


ຫລັງຈາກ​ຈັບ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ກໍ​ໄດ້​ພາ​ພຣະອົງ​ເຂົ້າໄປ​ທີ່​ເຮືອນ​ຂອງ​ມະຫາ​ປະໂລຫິດ. ເປໂຕ​ກໍ​ໄດ້​ຕິດຕາມ​ໄປ​ໃນ​ໄລຍະ​ຫ່າງໆ.


ດັ່ງນັ້ນ ຢູດາ​ຈຶ່ງ​ພາ​ພວກທະຫານ ແລະ ພວກ​ເຈົ້າໜ້າທີ່​ຈຳນວນ​ໜຶ່ງ​ທີ່​ມາ​ຈາກ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ ມາ​ທີ່​ສວນ​ນັ້ນ. ພວກເຂົາ​ຖື​ກະບອງ, ໂຄມໄຟ ແລະ ອາວຸດ​ມາ​ພ້ອມ.


ທີ່​ເມືອງ​ກາຍຊາເຣຍ ມີ​ຊາຍ​ຄົນໜຶ່ງ​ທີ່​ຊື່​ວ່າ​ໂກເນລີໂອ, ນາຍຮ້ອຍ​ຢູ່​ໃນ​ກອງທະຫານ​ທີ່​ເອີ້ນ​ວ່າ​ກອງ​ອີຕາລີ.


ຂະນະ​ທີ່​ພວກເຂົາ​ກຳລັງ​ຫາ​ທາງ​ຈະ​ຂ້າ​ໂປໂລ​ຢູ່​ນັ້ນ, ຂ່າວ​ກໍ​ໄປ​ເຖິງ​ນາຍພັນ​ກອງທັບ​ທະຫານ​ໂຣມ​ວ່າ​ທົ່ວ​ເຢຣູຊາເລັມ​ເກີດ​ຄວາມ​ວຸ້ນວາຍ.


ຂະນະ​ທີ່​ພວກ​ທະຫານ​ກຳລັງ​ຈະ​ນຳ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ, ເພິ່ນ​ໄດ້​ຖາມ​ນາຍພັນ​ວ່າ, “ຂ້ານ້ອຍ​ຂໍ​ເວົ້າ​ບາງ​ສິ່ງ​ກັບ​ທ່ານ​ແດ່​ໄດ້​ບໍ່?” ນາຍພັນ​ຖາມ​ວ່າ, “ເຈົ້າ​ເວົ້າ​ພາສາ​ກຣີກ​ໄດ້​ບໍ່?


ການ​ໂຕ້ຖຽງ​ຮຸນແຮງ​ຂຶ້ນ​ຈົນ​ນາຍພັນ​ຢ້ານ​ວ່າ​ໂປໂລ​ຈະ​ຖືກ​ພວກເຂົາ​ຈີກ​ເປັນ​ຕ່ອນໆ. ເພິ່ນ​ຈຶ່ງ​ໄດ້​ສັ່ງ​ທະຫານ​ໃຫ້​ລົງ​ໄປ​ເອົາ​ໂປໂລ​ອອກມາ​ຈາກ​ຄົນ​ເຫລົ່ານັ້ນ ແລະ ນຳ​ເພິ່ນ​ເຂົ້າ​ໄປ​ທີ່​ຄ້າຍ​ທະຫານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka