Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 18:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເມື່ອ​ພຣະອົງ​ອະທິຖານ​ຈົບ​ແລ້ວ, ພຣະເຢຊູເຈົ້າ​ໄດ້​ອອກ​ໄປ​ກັບ​ພວກສາວົກ​ຂອງ​ພຣະອົງ ແລະ ຂ້າມ​ຮ່ອມພູ​ກິດໂຣນ​ໄປ. ອີກ​ຟາກ​ໜຶ່ງ​ຢູ່​ບ່ອນ​ນັ້ນ​ມີ​ສວນ​ແຫ່ງ​ໜຶ່ງ, ພຣະອົງ​ໄດ້​ເຂົ້າໄປ​ໃນ​ສວນ​ນັ້ນ​ພ້ອມ​ກັບ​ພວກສາວົກ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ຖ້ອຍຄຳ​ນີ້​ແລ້ວ ພຣະອົງ​ກໍໄດ້​ອອກ​ໄປ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ແລະ ຂ້າມ​ຫ້ວຍ​ກິດໂຣນ ໃນ​ບ່ອນ​ນັ້ນ​ມີ​ສວນ​ແຫ່ງ​ໜຶ່ງ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ໃນ​ສວນ​ນັ້ນ​ກັບ​ພວກ​ສາວົກ.

Uka jalj uñjjattʼäta Copia luraña




ໂຢຮັນ 18:1
25 Jak'a apnaqawi uñst'ayäwi  

ເມື່ອ​ພວກເພິ່ນ​ຮ້ອງເພງ​ສັນລະເສີນ​ບົດ​ໜຶ່ງ​ແລ້ວ, ພວກເພິ່ນ​ກໍ​ພາກັນ​ອອກ​ໄປ​ທີ່​ພູເຂົາ​ໝາກກອກ.


ແລ້ວ​ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ໄດ້​ໄປ​ບ່ອນ​ໜຶ່ງ​ທີ່​ຊື່​ວ່າ​ເຄັດເຊມາເນ, ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້​ຂະນະ​ທີ່​ເຮົາ​ໄປ​ອະທິຖານ​ຢູ່​ທີ່​ນັ້ນ”.


ເມື່ອ​ພວກເພິ່ນ​ຮ້ອງເພງ​ສັນລະເສີນ​ບົດ​ໜຶ່ງ​ແລ້ວ ພວກເພິ່ນ​ກໍ​ພາກັນ​ອອກ​ໄປ​ທີ່​ພູເຂົາ​ໝາກກອກ.


ແລ້ວ​ພວກເພິ່ນ​ໄດ້​ໄປ​ບ່ອນ​ໜຶ່ງ​ທີ່​ຊື່​ວ່າ​ເຄັດເຊມາເນ, ພຣະເຢຊູເຈົ້າ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້​ຂະນະ​ທີ່​ເຮົາ​ອະທິຖານ”.


ຈົ່ງ​ລຸກຂຶ້ນ! ພາກັນ​ໄປ​ເທາະ! ຜູ້​ທີ່​ທໍລະຍົດ​ເຮົາ​ກໍ​ມາ​ທີ່​ນີ້​ແລ້ວ!”


ແຕ່​ລາວ​ມາ​ເພື່ອ​ໂລກ​ນີ້​ຈະ​ໄດ້​ຮູ້ຈັກ​ວ່າ​ເຮົາ​ຮັກ​ພຣະບິດາເຈົ້າ ແລະ ໄດ້​ເຮັດ​ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ເຮົາ​ໄວ້. “ຈົ່ງ​ລຸກຂຶ້ນ, ໃຫ້​ພວກເຮົາ​ພາກັນ​ໄປ​ເທາະ.


ຄົນຮັບໃຊ້​ຄົນ​ໜຶ່ງ​ຂອງ​ມະຫາ​ປະໂລຫິດ​ທີ່​ເປັນ​ພີ່ນ້ອງ​ກັບ​ຄົນ​ທີ່​ຖືກ​ເປໂຕ​ຟັນ​ຫູ​ຂາດ​ນັ້ນ​ກໍ​ຢືນຢັນ​ວ່າ, “ຂ້ອຍ​ເຫັນ​ເຈົ້າ​ຢູ່​ກັບ​ລາວ​ໃນ​ສວນ​ໝາກກອກ​ບໍ່​ແມ່ນ​ບໍ?”


ເຂົ້າ​ມາ​ຫາ​ພວກເຮົາ, ລາວ​ເອົາ​ສາຍແອວ​ຂອງ​ໂປໂລ​ມັດ​ມື​ມັດ​ຕີນ​ຂອງ​ຕົນ​ເອງ ແລະ ເວົ້າ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, ‘ຊາວຢິວ​ໃນ​ເຢຣູຊາເລັມ​ຈະ​ມັດ​ເຈົ້າຂອງ​ສາຍ​ຮັດ​ແອວ​ນີ້​ຢ່າງນີ້​ແຫລະ ແລະ ຈະ​ມອບ​ລາວ​ໃຫ້​ຄົນຕ່າງຊາດ’”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka