Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 17:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ຂ້ານ້ອຍ​ອະທິຖານ​ເພື່ອ​ພວກເຂົາ. ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ເພື່ອ​ໂລກ ແຕ່​ເພື່ອ​ຄົນ​ເຫລົ່ານັ້ນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພວກເຂົາ​ເປັນ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຂ້ານ້ອຍ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ ຂ້ານ້ອຍ​ບໍ່ໄດ້​ພາວັນນາ​ອະທິຖານ​ເພື່ອ​ໂລກ ແຕ່​ເພື່ອ​ຄົນ​ເຫຼົ່ານັ້ນ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພວກເຂົາ​ເປັນ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ໂຢຮັນ 17:9
17 Jak'a apnaqawi uñst'ayäwi  

ແຕ່​ຊີໂມນ​ເອີຍ ເຮົາ​ໄດ້​ອະທິຖານ​ເພື່ອ​ເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ເຈົ້າ​ຈະ​ບໍ່​ລົ້ມເຫລວ ແລະ ເມື່ອ​ເຈົ້າ​ຫັນ​ຄືນ​ກັບ​ມາ​ແລ້ວ ຈົ່ງ​ຊູ​ກຳລັງ​ບັນດາ​ພີ່ນ້ອງ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ​ຂຶ້ນ”.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ, ຂໍ​ຍົກໂທດ​ໃຫ້​ພວກເຂົາ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ກຳລັງ​ເຮັດ​ຫຍັງ”. ແລ້ວ​ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ.


ເມື່ອ​ບັນດາ​ຄົນລ້ຽງໝູ​ເຫັນ​ສິ່ງ​ທີ່​ເກີດຂຶ້ນ, ພວກເຂົາ​ກໍ​ແລ່ນ​ໜີ ແລະ ໄປ​ເລົ່າ​ເລື່ອງ​ນີ້​ຢູ່​ໃນ​ເມືອງ ແລະ ຢູ່​ນອກ​ເມືອງ,


ແລະ ເຮົາ​ຈະ​ຂໍ​ຕໍ່​ພຣະບິດາເຈົ້າ ແລະ ພຣະອົງ​ຈະປະທານ​ຜູ້ຊ່ວຍ​ອີກ​ອົງ​ໜຶ່ງ​ເພື່ອ​ຊ່ວຍ ແລະ ຢູ່​ກັບ​ພວກເຈົ້າ​ຕະຫລອດໄປ​ເປັນນິດ


ເພາະ​ພຣະອົງ​ໃຫ້​ພຣະບຸດ​ມີ​ສິດອຳນາດ​ເໜືອ​ຄົນ​ທັງປວງ ເພື່ອ​ພຣະບຸດ​ຈະ​ໄດ້​ໃຫ້​ຊີວິດ​ນິລັນດອນ​ແກ່​ຄົນ​ທັງປວງ​ທີ່​ພຣະອົງ​ໄດ້ມອບ​ໃຫ້​ແກ່​ພຣະບຸດ​ນັ້ນ.


“ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ເພື່ອ​ພວກເຂົາ​ເທົ່ານັ້ນ. ແຕ່​ຂ້ານ້ອຍ​ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຈະ​ເຊື່ອ​ໃນ​ຂ້ານ້ອຍ​ຜ່ານ​ທາງ​ຖ້ອຍຄຳ​ຂອງ​ພວກເຂົາ​ເໝືອນກັນ,


“ຂ້ານ້ອຍ​ໄດ້​ເປີດເຜີຍ​ພຣະອົງ​ແກ່​ບັນດາ​ຄົນ​ທັງຫລາຍ​ຈາກ​ໂລກ​ນີ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ຂ້ານ້ອຍ. ພວກເຂົາ​ເປັນ​ຂອງ​ພຣະອົງ, ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ ແລະ ພວກເຂົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.


ຄົນ​ເຫລົ່ານັ້ນ​ທັງໝົດ​ທີ່​ພຣະບິດາເຈົ້າ​ມອບ​ໃຫ້​ແກ່​ເຮົາ​ກໍ​ຈະ​ມາ​ຫາ​ເຮົາ ແລະ ຜູ້ໃດ​ກໍ​ຕາມ​ທີ່​ມາຫາ​ເຮົາ ເຮົາ​ຈະ​ບໍ່​ຂັບໄລ່​ໄປ​ຈັກເທື່ອ.


ແລະ ນີ້​ແມ່ນ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ​ຄື ບໍ່​ໃຫ້​ເຮົາ​ສູນເສຍ​ຄົນ​ທັງປວງ​ທີ່​ພຣະອົງ​ມອບ​ໃຫ້​ແກ່​ເຮົາ​ແມ່ນແຕ່​ຄົນດຽວ ແຕ່​ຈະ​ໃຫ້​ພວກເຂົາ​ເປັນຄືນມາ​ໃນ​ວັນ​ສຸດທ້າຍ.


ເຫດສະນັ້ນ ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ມາ​ຫາ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ​ໄດ້​ຢ່າງ​ສົມບູນ ເພາະ​ພຣະອົງ​ມີຊີວິດ​ຢູ່​ເພື່ອ​ຈະ​ອ້ອນວອນ​ເພື່ອ​ພວກເຂົາ​ສະເໝີ.


ເພາະ​ພຣະຄຣິດເຈົ້າ​ບໍ່​ໄດ້​ເຂົ້າ​ສູ່​ສະຖານ​ນະມັດສະການ​ທີ່​ມະນຸດ​ສ້າງ​ຂຶ້ນ ເຊິ່ງ​ເປັນ​ພຽງ​ແບບຈຳລອງ​ມາ​ຈາກ​ຂອງ​ແທ້, ພຣະອົງ​ເຂົ້າ​ສູ່​ສະຫວັນ​ໂດຍ​ກົງ, ບັດນີ້ ໄດ້​ປາກົດ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ເພື່ອ​ພວກເຮົາ​ທັງຫລາຍ.


ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ທົ່ວ​ໂລກ​ກໍ​ຕົກ​ຢູ່​ໃຕ້​ການຄວບຄຸມ​ຂອງ​ມານຊົ່ວຮ້າຍ.


ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.


ບັນດາ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຈະ​ຂາບໄຫວ້​ສັດຮ້າຍ​ນັ້ນ ຄື​ທຸກຄົນ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ, ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຖືກ​ຂ້າ​ຕາຍ​ຕັ້ງ​ແຕ່​ການ​ສ້າງ​ໂລກ.


ຜູ້ໃດ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ ຜູ້​ນັ້ນ​ຕ້ອງ​ຖືກ​ຖິ້ມລົງ​ໃນ​ບຶງໄຟ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka