Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 17:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ເພາະ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ໃຫ້​ນັ້ນ ຂ້ານ້ອຍ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລະ ພວກເຂົາ​ກໍ​ໄດ້​ຮັບ​ໄວ້​ແລ້ວ. ພວກເຂົາ​ທັງຫລາຍ​ຮູ້​ຢ່າງ​ແນ່ນອນ​ວ່າ​ຂ້ານ້ອຍ​ໄດ້​ມາ​ຈາກ​ພຣະອົງ ແລະ ພວກເຂົາ​ເຊື່ອ​ວ່າ​ພຣະອົງ​ໄດ້​ໃຊ້​ຂ້ານ້ອຍ​ມາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ຂ້ານ້ອຍ​ໄດ້​ມອບ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ປະທານ​ແກ່​ຂ້ານ້ອຍ ໃຫ້​ແກ່​ພວກເຂົາ ແລະ​ພວກເຂົາ​ກໍໄດ້​ຮັບ​ຖ້ອຍຄຳ​ນັ້ນ​ແລ້ວ ພວກເຂົາ​ຮູ້​ຢ່າງ​ຄັກແນ່​ວ່າ​ຂ້ານ້ອຍ​ໄດ້​ມາ​ຈາກ​ພຣະອົງ ແລະ​ເຊື່ອ​ວ່າ​ພຣະອົງ​ໄດ້​ໃຊ້​ຂ້ານ້ອຍ​ມາ.

Uka jalj uñjjattʼäta Copia luraña




ໂຢຮັນ 17:8
31 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ເພາະວ່າ​ຄວາມເລິກລັບ​ແຫ່ງ​ອານາຈັກ​ສະຫວັນ​ໃຫ້​ພວກເຈົ້າ​ຮູ້​ໄດ້, ແຕ່​ຄົນ​ເຫລົ່ານັ້ນ​ບໍ່​ໃຫ້​ຮູ້.


ເພາະ​ເຮົາ​ບໍ່​ໄດ້​ກ່າວ​ຕາມໃຈ​ຂອງ​ເຮົາ​ເອງ, ແຕ່​ພຣະບິດາເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ບັນຊາ​ເຮົາ​ໃຫ້​ກ່າວ​ທຸກ​ຄຳ​ທີ່​ເຮົາ​ຕ້ອງ​ກ່າວ.


ພວກເຈົ້າ​ບໍ່​ເຊື່ອ​ບໍ​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ ແລະ ພຣະບິດາເຈົ້າ​ຢູ່​ໃນ​ເຮົາ? ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ນັ້ນ​ເຮົາ​ບໍ່​ໄດ້​ກ່າວ​ໂດຍ​ສິດອຳນາດ​ຂອງ​ເຮົາ​ເອງ. ແຕ່​ແມ່ນ​ພຣະບິດາເຈົ້າ​ຜູ້​ຢູ່​ໃນ​ເຮົາ​ເປັນ​ຜູ້​ກະທຳ​ກິດຈະການ​ຂອງ​ພຣະອົງ.


ເຮົາ​ບໍ່​ເອີ້ນ​ພວກເຈົ້າ​ວ່າ​ຄົນຮັບໃຊ້​ອີກ​ຕໍ່ໄປ, ເພາະວ່າ​ຄົນຮັບໃຊ້​ບໍ່​ຮູ້ຈັກ​ວ່າ​ນາຍ​ຂອງ​ຕົນ​ກຳລັງ​ເຮັດ​ຫຍັງ, ແຕ່​ເຮົາ​ເອີ້ນ​ພວກເຈົ້າ​ວ່າ​ມິດສະຫາຍ ເພາະວ່າ​ທຸກສິ່ງ​ທີ່​ເຮົາ​ໄດ້​ຮຽນຮູ້​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ ເຮົາ​ໄດ້​ສະແດງ​ໃຫ້​ພວກເຈົ້າ​ຮູ້​ແລ້ວ.


ດ້ວຍວ່າ ພຣະບິດາເຈົ້າ​ເອງ​ກໍ​ຮັກ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮັກ​ເຮົາ ແລະ ໄດ້​ເຊື່ອ​ວ່າ​ເຮົາ​ມາ​ຈາກ​ພຣະເຈົ້າ.


ດຽວນີ້​ພວກຂ້ານ້ອຍ​ຮູ້​ແລ້ວ​ວ່າ​ພຣະອົງ​ຮູ້ຈັກ​ທຸກສິ່ງ ແລະ ພຣະອົງ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ຜູ້ໃດ​ມາ​ຖາມ​ພຣະອົງ. ສິ່ງ​ນີ້​ເຮັດ​ໃຫ້​ພວກຂ້ານ້ອຍ​ທັງຫລາຍ​ເຊື່ອ​ວ່າ​ພຣະອົງມາ​ຈາກ​ພຣະເຈົ້າ”.


ຂ້ານ້ອຍ​ໄດ້​ມອບ​ຖ້ອຍຄຳ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ​ແລ້ວ ແລະ ໂລກ​ໄດ້​ກຽດຊັງ​ພວກເຂົາ​ເພາະ​ພວກເຂົາ​ບໍ່​ໄດ້​ເປັນ​ຂອງ​ໂລກ​ອີກ​ຕໍ່ໄປ​ເໝືອນ​ທີ່​ຂ້ານ້ອຍ​ບໍ່​ໄດ້​ເປັນ​ຂອງ​ໂລກ.


ພຣະອົງ​ໃຊ້​ຂ້ານ້ອຍ​ເຂົ້າ​ມາ​ໃນ​ໂລກ​ສັນໃດ ຂ້ານ້ອຍ​ກໍ​ໄດ້​ໃຊ້​ພວກເຂົາ​ໄປ​ໃນ​ໂລກ​ສັນນັ້ນ.


ເພື່ອ​ພວກເຂົາ​ທັງໝົດ​ຈະ​ເປັນ​ອັນໜຶ່ງອັນດຽວກັນ, ພຣະບິດາເຈົ້າ​ເອີຍ, ພຣະອົງ​ຢູ່​ໃນ​ຂ້ານ້ອຍ ແລະ ຂ້ານ້ອຍ​ຢູ່​ໃນ​ພຣະອົງ​ຢ່າງໃດ ກໍ​ຂໍ​ໃຫ້​ພວກເຂົາ​ຢູ່​ໃນ​ພຣະອົງ ແລະ ຢູ່​ໃນ​ຂ້ານ້ອຍ​ຢ່າງນັ້ນ​ເໝືອນກັນ ເພື່ອ​ໂລກ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະອົງ​ທີ່​ໃຊ້​ຂ້ານ້ອຍ​ມາ.


ຂ້ານ້ອຍ​ຢູ່​ໃນ​ພວກເຂົາ ແລະ ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ. ຂໍ​ໃຫ້​ພວກເຂົາ​ໄດ້​ເປັນ​ອັນໜຶ່ງອັນດຽວກັນ​ຢ່າງ​ສົມບູນ ເພື່ອ​ໃຫ້​ໂລກ​ຮູ້​ວ່າ​ພຣະອົງໃຊ້​ຂ້ານ້ອຍ​ມາ ແລະ ພຣະອົງ​ໄດ້​ຮັກ​ພວກເຂົາ​ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ຮັກ​ຂ້ານ້ອຍ.


ນີ້​ແຫລະ​ແມ່ນ​ຊີວິດ​ນິລັນດອນ​ຄື: ຊີວິດ​ທີ່​ພວກເຂົາ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ພຣະອົງໃຊ້​ມາ.


ເພາະວ່າ​ພຣະເຈົ້າ​ບໍ່​ໄດ້​ໃຊ້​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຕັດສິນ​ລົງໂທດ​ໂລກ ແຕ່​ເພື່ອ​ຊ່ວຍ​ໂລກ​ໃຫ້​ລອດພົ້ນ​ໂດຍ​ທາງ​ພຣະບຸດ​ນັ້ນ.


ແຕ່​ຜູ້​ທີ່​ຍອມຮັບ​ຄຳພະຍານ​ນັ້ນ​ກໍ​ຢືນຢັນ​ວ່າ​ພຣະເຈົ້າ​ເປັນ​ຈິງ.


ຝ່າຍ​ຊີໂມນ​ເປໂຕ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ພວກຂ້ານ້ອຍ​ຈະ​ໄປ​ຫາ​ຜູ້ໃດ? ພຣະອົງ​ມີ​ຖ້ອຍຄຳ​ແຫ່ງ​ຊີວິດ​ນິລັນດອນ.


ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ຖ້າ​ພຣະເຈົ້າ​ເປັນ​ພຣະບິດາ​ຂອງ​ພວກເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ຮັກ​ເຮົາ, ເພາະ​ເຮົາ​ມາ​ຈາກ​ພຣະເຈົ້າ ແລະ ເຮົາ​ຢູ່​ທີ່​ນີ້​ແລ້ວ. ເຮົາ​ບໍ່​ໄດ້​ມາ​ເອງ, ແຕ່​ພຣະອົງ​ໄດ້​ໃຊ້​ເຮົາ​ມາ.


ເພາະວ່າ​ສິ່ງ​ທີ່​ເຮົາ​ສົ່ງຕໍ່​ແກ່​ພວກເຈົ້າ​ນັ້ນ ເຮົາ​ໄດ້​ຮັບ​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ​ຄື: ໃນ​ຄືນ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ຖືກ​ທໍລະຍົດ​ນັ້ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່


ບັດນີ້ ພີ່ນ້ອງ​ທັງຫລາຍເອີຍ, ເຮົາ​ຢາກ​ເຕືອນ​ພວກເຈົ້າ​ເຖິງ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ, ເຊິ່ງ​ພວກເຈົ້າ​ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ແລະ ພວກເຈົ້າ​ກໍ​ຕັ້ງໝັ້ນ​ຢູ່​ໃນ​ຂ່າວປະເສີດ​ນັ້ນ.


ແລະ ພວກເຮົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ເພາະ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ຈາກ​ພວກເຮົາ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ໄວ້​ເໝືອນດັ່ງ​ເປັນ​ຖ້ອຍຄຳ​ຂອງ​ມະນຸດ​ຜູ້​ໜຶ່ງ ແຕ່​ໄດ້​ຮັບ​ໄວ້​ຕາມ​ທີ່​ເປັນ​ຈິງ​ຄື ເປັນ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ກຳລັງ​ທຳງານ​ຢູ່​ພາຍໃນ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ໄດ້​ສັ່ງສອນ​ພວກເຈົ້າ​ແລ້ວ​ວ່າ​ຈະ​ດຳເນີນຊີວິດ​ຢ່າງໃດ​ເພື່ອ​ໃຫ້​ພຣະເຈົ້າ​ພໍໃຈ ຕາມ​ຄວາມເປັນຈິງ​ພວກເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ຢູ່​ແລ້ວ. ບັດນີ້ ພວກເຮົາ​ຂໍຮ້ອງ​ພວກເຈົ້າ ແລະ ຊັກຊວນ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເຮັດ​ສິ່ງ​ນີ້​ຫລາຍ​ກວ່າ​ເກົ່າ​ອີກ


ພວກເຮົາ​ໄດ້​ເຫັນ ແລະ ໄດ້​ເປັນ​ພະຍານ​ວ່າ​ພຣະບິດາເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ໂລກ.


ນີ້​ຄື​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພຣະອົງ​ເພື່ອ​ສະແດງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຫັນ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ໄປ​ສະແດງ​ແກ່​ໂຢຮັນ​ຜູ້ຮັບໃຊ້​ຂອງ​ພຣະອົງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka