Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 17:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເມື່ອ​ຂ້ານ້ອຍ​ຍັງ​ຢູ່​ກັບ​ພວກເຂົາ, ຂ້ານ້ອຍ​ກໍ​ໄດ້​ປົກປ້ອງ ແລະ ຮັກສາ​ພວກເຂົາ​ໄວ້​ໃຫ້​ປອດໄພ​ໂດຍ​ລິດອຳນາດ​ແຫ່ງ​ນາມ​ຂອງ​ພຣະອົງ ຄື​ນາມ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ. ບໍ່​ມີ​ຈັກ​ຄົນ​ທີ່​ສູນເສຍ​ໄປ ຍົກເວັ້ນ​ແຕ່​ຜູ້​ດຽວ​ທີ່​ຈະ​ຕ້ອງ​ຈິບຫາຍ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເມື່ອ​ຂ້ານ້ອຍ​ຍັງ​ຢູ່​ກັບ​ພວກເຂົາ​ນັ້ນ ຂ້ານ້ອຍ​ກໍໄດ້​ປົກປັກ​ຮັກສາ​ພວກເຂົາ​ໄວ້ ໂດຍ​ຣິດອຳນາດ​ແຫ່ງ​ພຣະນາມ​ຂອງ​ພຣະອົງ ຄື​ພຣະນາມ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ຂ້ານ້ອຍ​ໄດ້​ປົກປ້ອງ​ພວກເຂົາ​ໄວ້ ແລະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ໄດ້​ເສຍ​ໄປ ເວັ້ນໄວ້​ແຕ່​ຜູ້​ທີ່​ຖືກ​ໝາຍ​ໄວ້​ສຳລັບ​ຄວາມ​ຈິບຫາຍ ເພື່ອ​ຈະ​ໄດ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ.

Uka jalj uñjjattʼäta Copia luraña




ໂຢຮັນ 17:12
17 Jak'a apnaqawi uñst'ayäwi  

“ເຮົາ​ບໍ່​ໄດ້​ໝາຍ​ເຖິງ​ທຸກ​ຄົນ​ໃນ​ພວກເຈົ້າ, ເຮົາ​ຮູ້ຈັກ​ບັນດາ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້​ນັ້ນ ແຕ່​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ພຣະຄຳພີ​ທີ່​ກ່າວ​ໄວ້​ວ່າ: ‘ຜູ້​ທີ່​ຮັບປະທານ​ອາຫານ​ຮ່ວມ​ກັບ​ເຮົາ ຍັງ​ໄດ້​ຫັນມາ​ຕໍ່ສູ້​ເຮົາ’.


“ຂ້ານ້ອຍ​ໄດ້​ເປີດເຜີຍ​ພຣະອົງ​ແກ່​ບັນດາ​ຄົນ​ທັງຫລາຍ​ຈາກ​ໂລກ​ນີ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ຂ້ານ້ອຍ. ພວກເຂົາ​ເປັນ​ຂອງ​ພຣະອົງ, ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ ແລະ ພວກເຂົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.


ສິ່ງ​ນີ້​ເກີດຂຶ້ນ​ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ວ່າ, “ຄົນ​ເຫລົ່ານັ້ນ​ທີ່​ພຣະອົງ​ມອບ​ໃຫ້​ແກ່​ຂ້ານ້ອຍ​ບໍ່​ໄດ້​ສູນເສຍ​ໄປ​ແມ່ນ​ແຕ່​ຄົນ​ດຽວ”.


ຄົນ​ເຫລົ່ານັ້ນ​ທັງໝົດ​ທີ່​ພຣະບິດາເຈົ້າ​ມອບ​ໃຫ້​ແກ່​ເຮົາ​ກໍ​ຈະ​ມາ​ຫາ​ເຮົາ ແລະ ຜູ້ໃດ​ກໍ​ຕາມ​ທີ່​ມາຫາ​ເຮົາ ເຮົາ​ຈະ​ບໍ່​ຂັບໄລ່​ໄປ​ຈັກເທື່ອ.


ເພື່ອ​ຮັບ​ໜ້າທີ່​ພັນທະກິດ​ຂອງ​ອັກຄະສາວົກ ເຊິ່ງ​ຢູດາ​ໄດ້​ປະຖິ້ມ​ແລ້ວ​ໄປ​ສູ່​ບ່ອນ​ຂອງ​ຕົນ”.


ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ຍົກ​ພຣະອົງ​ຂຶ້ນ​ສູ່​ທີ່​ສູງສຸດ ແລະ ມອບ​ນາມ​ແກ່​ພຣະອົງ ເຊິ່ງ​ເປັນ​ນາມ​ທີ່​ຢູ່​ເໜືອ​ນາມ​ທັງປວງ,


ຢ່າ​ໃຫ້​ຜູ້ໃດ​ມາ​ຫລອກລວງ​ພວກເຈົ້າ​ໃນ​ທາງ​ໃດ​ທາງ​ໜຶ່ງ ເພາະ​ວັນ​ນັ້ນ​ຍັງ​ຈະ​ບໍ່​ມາ​ເຖິງ​ຈົນກວ່າ​ການກະບົດ​ຈະ​ເກີດຂຶ້ນ ແລະ ຄົນ​ລ່ວງລະເມີດ​ທີ່​ຖືກ​ກຳນົດ​ໃຫ້​ເຖິງ​ຄວາມຈິບຫາຍ​ນັ້ນ​ມາ​ປາກົດ​ໂຕ.


ແລະ ກ່າວ​ອີກ​ວ່າ, “ເຮົາ​ຈະ​ໄວ້ໃຈ​ໃນ​ພຣະອົງ”. ແລະ ພຣະອົງ​ກ່າວ​ອີກ​ວ່າ, “ເຮົາ ແລະ ລູກ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ຢູ່​ທີ່​ນີ້​ແລ້ວ”.


ພວກເຂົາ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ກໍ​ບໍ່​ແມ່ນ​ຝ່າຍ​ພວກເຮົາ​ແທ້. ເພາະ​ຖ້າ​ພວກເຂົາ​ເປັນ​ຝ່າຍ​ພວກເຮົາ, ພວກເຂົາ​ກໍ​ຄົງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ; ແຕ່​ການ​ໄປ​ຂອງ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ ໃນ​ພວກເຂົາ​ບໍ່​ມີ​ຈັກຄົນ​ທີ່​ເປັນ​ຝ່າຍ​ພວກເຮົາ.


ດວງຕາ​ຂອງ​ພຣະອົງ​ເໝືອນ​ແປວໄຟ ແລະ ເທິງ​ຫົວ​ພຣະອົງ​ມີ​ມົງກຸດ​ຫລາຍ​ອັນ. ມີ​ຊື່​ຈາລຶກ​ໄວ້​ເທິງ​ພຣະອົງ​ທີ່​ບໍ່​ມີ​ຜູ້ໃດ​ຮູ້​ຈັກ​ຊື່​ນັ້ນ​ເລີຍ​ນອກ​ຈາກ​ພຣະອົງ​ເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka