ໂຢຮັນ 17:11 - ພຣະຄຳພີລາວສະບັບສະໄໝໃໝ່11 ຂ້ານ້ອຍຈະບໍ່ຢູ່ໃນໂລກອີກຕໍ່ໄປແຕ່ພວກເຂົາຍັງຈະຢູ່ໃນໂລກ ແລະ ຂ້ານ້ອຍກຳລັງຈະໄປຫາພຣະອົງ. ພຣະບິດາເຈົ້າຜູ້ບໍລິສຸດເອີຍ, ຂໍປົກປ້ອງຄຸ້ມຄອງພວກເຂົາໄວ້ໂດຍລິດອຳນາດແຫ່ງນາມຂອງພຣະອົງ, ຄືນາມທີ່ພຣະອົງໄດ້ມອບໃຫ້ແກ່ຂ້ານ້ອຍ ເພື່ອວ່າພວກເຂົາຈະເປັນອັນໜຶ່ງອັນດຽວກັນເໝືອນດັ່ງພຣະອົງກັບຂ້ານ້ອຍເປັນອັນໜຶ່ງອັນດຽວກັນ. Uka jalj uñjjattʼätaພຣະຄຳພີສັກສິ11 ບັດນີ້ ຂ້ານ້ອຍຈະບໍ່ຢູ່ໃນໂລກນີ້ຕໍ່ໄປອີກແລ້ວ ແຕ່ພວກເຂົາຍັງຈະຢູ່ໃນໂລກນີ້ ດຽວນີ້ຂ້ານ້ອຍໃກ້ຈະເມືອຫາພຣະອົງ. ໂອ ພຣະບິດາເຈົ້າຜູ້ບໍຣິສຸດເອີຍ ຂໍໂຜດພິທັກຮັກສາພວກເຂົາໄວ້ໂດຍຣິດອຳນາດແຫ່ງພຣະນາມຂອງພຣະອົງ ຄືພຣະນາມທີ່ພຣະອົງໄດ້ໃຫ້ແກ່ຂ້ານ້ອຍນັ້ນ ເພື່ອວ່າພວກເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງພຣະອົງກັບຂ້ານ້ອຍເປັນອັນໜຶ່ງອັນດຽວກັນ. Uka jalj uñjjattʼäta |
ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃນນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາວ່າ, ຂໍໃຫ້ພວກເຈົ້າທຸກຄົນຍອມຮັບກັນແລະກັນໃນສິ່ງທີ່ພວກເຈົ້າເວົ້າ ແລ້ວຈຶ່ງຈະບໍ່ມີການແຕກແຍກເກີດຂຶ້ນໃນທ່າມກາງພວກເຈົ້າ, ແຕ່ເພື່ອພວກເຈົ້າຈະເປັນນໍ້າໜຶ່ງໃຈດຽວກັນຢ່າງສົມບູນໃນຄວາມຄິດ ແລະ ຈິດໃຈ.
ສິ່ງທີ່ມີຊີວິດທັງສີ່ນີ້ ແຕ່ລະຕົນມີຫົກປີກ ແລະ ມີຕາເຕັມຢູ່ອ້ອມຮອບ ແມ່ນແຕ່ຢູ່ໃຕ້ປີກ. ສິ່ງທີ່ມີຊີວິດເຫລົ່ານັ້ນຮ້ອງຕະຫລອດທັງກາງເວັນ ແລະ ກາງຄືນບໍ່ຢຸດຈັກເທື່ອວ່າ: “‘ບໍລິສຸດ, ບໍລິສຸດ, ບໍລິສຸດ ຄືອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່’, ຜູ້ດຳລົງຢູ່ໃນອະດີດ ແລະ ດຳລົງຢູ່ໃນປັດຈຸບັນ ແລະ ຜູ້ຈະມາ”.