Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 17:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ແລ້ວ ພຣະອົງ​ເງີຍ​ໜ້າ​ຂຶ້ນ​ສູ່​ສະຫວັນ ແລະ ອະທິຖານ​ວ່າ: “ພຣະບິດາເຈົ້າ​ເອີຍ, ເຖິງ​ເວລາ​ແລ້ວ. ຂໍໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າລາສີ ເພື່ອ​ວ່າ​ພຣະບຸດ​ຂອງ​ພຣະອົງ​ຈະ​ໄດ້​ຖວາຍ​ສະຫງ່າລາສີ​ແກ່​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ຈົບ​ລົງ​ແລ້ວ ພຣະອົງ​ກໍ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ​ແລ້ວ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ ເຖິງ​ເວລາ​ແລ້ວ ຂໍໂຜດ​ໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າຣາສີ​ເຖີດ ເພື່ອ​ພຣະບຸດ​ຈະ​ໄດ້​ຖວາຍ​ສະຫງ່າຣາສີ​ແກ່​ພຣະອົງ.

Uka jalj uñjjattʼäta Copia luraña




ໂຢຮັນ 17:1
20 Jak'a apnaqawi uñst'ayäwi  

ເມື່ອ​ພຣະອົງ​ກັບ​ຄືນ​ມາ​ເປັນ​ເທື່ອ​ທີ​ສາມ ພຣະອົງ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ນອນຫລັບ ແລະ ພັກຜ່ອນ​ຢູ່​ບໍ? ພໍ​ແລ້ວ! ເວລາ​ມາ​ຮອດ​ແລ້ວ. ເບິ່ງ​ແມ, ບຸດມະນຸດ​ກຳລັງ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ຄົນບາບ​ທັງຫລາຍ.


“ແຕ່​ຄົນເກັບພາສີ​ນັ້ນ​ຢືນ​ຢູ່​ແຕ່​ໄກ. ລາວ​ບໍ່​ກ້າ​ແມ່ນແຕ່​ຈະ​ເງີຍ​ໜ້າ​ຂຶ້ນ​ສູ່​ຟ້າ, ແຕ່​ທຸບຕີ​ເອິກ​ຂອງ​ຕົນ ແລະ ເວົ້າ​ວ່າ, ‘ຂ້າ​ແດ່​ພຣະເຈົ້າ, ຂໍ​ພຣະອົງ​ເມດຕາ​ຂ້ານ້ອຍ​ຜູ້​ເປັນ​ຄົນບາບ​ດ້ວຍ’.


ທຸກ​ວັນ​ເຮົາ​ຢູ່​ກັບ​ພວກເຈົ້າ​ໃນ​ເດີ່ນ​ວິຫານ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ. ແຕ່​ນີ້​ເປັນ​ຊົ່ວໂມງ​ຂອງ​ພວກເຈົ້າ ເມື່ອ​ຄວາມມືດ​ປົກຄອງ”.


ເມື່ອ​ພຣະອົງ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ຄວາມເຈັບປ່ວຍ​ນີ້​ຈະ​ບໍ່​ເຖິງ​ແກ່​ຄວາມຕາຍ. ແຕ່​ເກີດຂຶ້ນ​ເພື່ອ​ກຽດຕິຍົດ​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ຮັບກຽດ​ເພາະ​ການ​ນີ້”.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ກຶ່ງ​ກ້ອນຫີນ​ອອກ ແລ້ວ​ພຣະເຢຊູເຈົ້າ​ເງີຍໜ້າ​ຂຶ້ນ ແລະ ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ​ທີ່​ພຣະອົງ​ຮັບ​ຟັງ​ຂ້ານ້ອຍ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເວລາ​ນັ້ນ​ກໍ​ມາ​ເຖິງ​ແລ້ວ​ທີ່​ບຸດມະນຸດ​ຈະ​ຕ້ອງ​ໄດ້​ຮັບກຽດ.


ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປັດສະຄາ​ແລ້ວ, ພຣະເຢຊູເຈົ້າ​ຮູ້​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ພຣະອົງ​ຈະ​ຈາກ​ໂລກ​ນີ້​ໄປ​ຫາ​ພຣະບິດາເຈົ້າ. ພຣະອົງ​ຮັກ​ຄົນ​ຂອງ​ພຣະອົງ​ຜູ້​ທີ່​ຢູ່​ໃນ​ໂລກ​ນີ້, ພຣະອົງ​ໄດ້​ຮັກ​ພວກເຂົາ​ຈົນ​ເຖິງ​ທີ່ສຸດ.


ແຕ່​ເວລາ​ນັ້ນ​ກຳລັງ​ຈະ​ມາ ແລະ ກໍ​ໄດ້​ມາ​ເຖິງ​ແລ້ວ ເມື່ອ​ພວກເຈົ້າ​ແຕ່ລະຄົນ​ຈະ​ຕ້ອງ​ກະແຈກກະຈາຍກັນ​ໄປ​ຍັງ​ເຮືອນ​ຂອງ​ຕົນ. ພວກເຈົ້າ​ຈະ​ປະຖິ້ມ​ເຮົາ​ໄວ້​ແຕ່​ຜູ້ດຽວ. ແຕ່​ເຮົາ​ກໍ​ບໍ່​ໄດ້​ຢູ່​ຜູ້ດຽວ ເພາະ​ພຣະບິດາເຈົ້າ​ຂອງ​ເຮົາ​ຢູ່​ກັບ​ເຮົາ.


ເມື່ອ​ໄດ້​ຟັງ​ດັ່ງນັ້ນ​ແລ້ວ ພວກເຂົາ​ກໍ​ພະຍາຍາມ​ທີ່​ຈະ​ຈັບ​ພຣະອົງ, ແຕ່​ບໍ່​ມີ​ຜູ້ໃດ​ລົງ​ມື​ຈັບ​ພຣະອົງ ເພາະ​ຍັງ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ.


ສິ່ງ​ທີ່​ພຣະອົງ​ກ່າວ​ນັ້ນ​ພຣະອົງ​ໝາຍເຖິງ​ພຣະວິນຍານ ເຊິ່ງ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ຕາມ​ພາຍຫລັງ. ໃນ​ເວລາ​ນັ້ນ​ຍັງ​ບໍ່​ທັນ​ໄດ້​ໃຫ້​ພຣະວິນຍານ​ເທື່ອ, ເນື່ອງຈາກ​ພຣະເຢຊູເຈົ້າ​ຍັງ​ບໍ່​ໄດ້​ຮັບ​ສະຫງ່າລາສີ.


ພຣະເຢຊູເຈົ້າ​ກ່າວ​ຄຳ​ເຫລົ່ານີ້​ໃນ​ຂະນະ​ທີ່​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ໃກ້​ກັບ​ບ່ອນວາງ​ເຄື່ອງຖວາຍ. ແຕ່​ກໍ​ບໍ່​ມີ​ຜູ້ໃດ​ຈັບ​ພຣະອົງ, ເພາະ​ຍັງ​ບໍ່​ເຖິງ​ເວລາ​ຂອງ​ພຣະອົງ​ເທື່ອ.


ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ຂອງ​ພຣະອົງ ເຊິ່ງ​ທ່ານ​ທັງຫລາຍ​ໄດ້​ມອບ​ພຣະອົງ​ໃຫ້​ໄປ​ຖືກ​ຂ້າ ແລະ ໄດ້​ປະຕິເສດ​ພຣະອົງ​ຕໍ່ໜ້າ​ປີລາດ, ເຖິງ​ແມ່ນ​ວ່າ​ປີລາດ​ຕັ້ງໃຈ​ໄວ້​ແລ້ວ​ຈະ​ປ່ອຍ​ພຣະອົງ​ໄປ.


ໂດຍ​ທາງ​ພຣະອົງ​ພວກເຈົ້າ​ຈຶ່ງ​ເຊື່ອ​ໃນ​ພຣະເຈົ້າ ຜູ້​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ ແລະ ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະອົງ. ດັ່ງນັ້ນ​ແຫລະ ຄວາມເຊື່ອ ແລະ ຄວາມຫວັງ​ຂອງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka