Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 16:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ເມື່ອ​ພຣະອົງ​ມາ, ພຣະອົງ​ຈະເຮັດ​ໃຫ້​ໂລກ​ສຳນຶກ​ໃນ​ຄວາມຜິດ​ໃນ​ເລື່ອງ​ບາບ, ຄວາມຊອບທຳ ແລະ ການພິພາກສາ:

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ເມື່ອ​ພຣະອົງ​ສະເດັດ​ມາ​ແລ້ວ ພຣະອົງ​ນັ້ນແຫລະ ຈະ​ຊົງ​ບັນດົນ​ໃຫ້​ໂລກ​ຮູ້​ແຈ້ງ​ໃນ​ເລື່ອງ​ຄວາມ​ຜິດບາບ, ຄວາມ​ຊອບທຳ ແລະ​ການ​ພິພາກສາ.

Uka jalj uñjjattʼäta Copia luraña




ໂຢຮັນ 16:8
10 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ບອກ​ຄວາມຈິງ​ແກ່​ພວກເຈົ້າ​ວ່າ, ການ​ທີ່​ເຮົາ​ຈະ​ຈາກ​ພວກເຈົ້າ​ໄປ​ນັ້ນ​ກໍ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ. ຖ້າ​ເຮົາ​ບໍ່​ຈາກໄປ ອົງ​ພຣະຜູ້ຊ່ວຍ​ກໍ​ຈະ​ບໍ່​ມາ​ຫາ​ພວກເຈົ້າ, ແຕ່​ຖ້າ​ເຮົາ​ຈາກ​ໄປ​ເຮົາ​ຈະ​ໃຊ້​ພຣະອົງ​ມາ​ຫາ​ພວກເຈົ້າ.


ໃນ​ເລື່ອງ​ຄວາມບາບ ກໍ​ເພາະ​ມະນຸດ​ບໍ່​ເຊື່ອ​ໃນ​ເຮົາ,


ໃນ​ພວກເຈົ້າ​ມີ​ຜູ້ໃດ​ແດ່​ທີ່​ພິສູດ​ໄດ້​ວ່າ​ເຮົາ​ເຮັດ​ບາບ? ຖ້າ​ເຮົາ​ເວົ້າ​ຄວາມຈິງ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ເຮົາ?


ໃນ​ເວລາ​ນັ້ນ, ບັນດາ​ຄົນ​ທີ່​ໄດ້​ຍິນ​ກໍ​ເລີ່ມ​ໜີ​ອອກໄປ​ເທື່ອ​ລະ​ຄົນ ເລີ່ມ​ຈາກ​ຜູ້ເຖົ້າ​ກ່ອນ​ຈົນ​ເຫລືອ​ແຕ່​ພຣະເຢຊູເຈົ້າ​ກັບ​ຍິງ​ຄົນ​ນັ້ນ​ທີ່​ຍັງ​ຢືນ​ຢູ່​ທີ່​ນັ້ນ.


ເມື່ອ​ຄົນ​ທັງຫລາຍ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ ພວກເຂົາ​ຕ່າງ​ກໍ​ຮູ້ສຶກ​ເຈັບຊ້ຳ​ກິນແໜງໃຈ​ຫລາຍ ຈຶ່ງ​ເວົ້າ​ກັບ​ເປໂຕ ແລະ ອັກຄະສາວົກ​ຄົນ​ອື່ນໆ​ວ່າ, “ພີ່ນ້ອງ ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ?”


ແຕ່​ຖ້າຫາກ​ວ່າ ຜູ້ທີ່ບໍ່ເຊື່ອ ຫລື ຄົນ​ທີ່​ມັກຖາມ​ເຂົ້າ​ມາ​ໃນ​ຂະນະ​ທີ່​ທຸກຄົນ​ກຳລັງ​ທຳນວາຍ​ຢູ່​ນັ້ນ, ພວກເຂົາ​ກໍ​ຈະ​ຖືກ​ຕັດສິນ​ວ່າ​ເຮັດບາບ ແລະ ທຸກຄົນ​ຈະ​ຖືກ​ນຳ​ເຂົ້າ​ສູ່​ພາຍໃຕ້​ການພິພາກສາ,


ເພື່ອ​ພິພາກສາ​ທຸກຄົນ ແລະ ລົງໂທດ​ພວກເຂົາ​ທັງໝົດ​ຈາກ​ການອະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ໄປ​ຕາມ​ທາງ​ອະທຳ​ຂອງ​ພວກເຂົາ ແລະ ທຸກ​ຄຳ​ຕໍ່ຕ້ານ​ທີ່​ຄົນບາບ​ຄົນອະທຳ​ໄດ້​ກ່າວ​ຕໍ່ສູ້​ພຣະອົງ”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka