Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 16:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ແຕ່​ເຮົາ​ບອກ​ຄວາມຈິງ​ແກ່​ພວກເຈົ້າ​ວ່າ, ການ​ທີ່​ເຮົາ​ຈະ​ຈາກ​ພວກເຈົ້າ​ໄປ​ນັ້ນ​ກໍ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ. ຖ້າ​ເຮົາ​ບໍ່​ຈາກໄປ ອົງ​ພຣະຜູ້ຊ່ວຍ​ກໍ​ຈະ​ບໍ່​ມາ​ຫາ​ພວກເຈົ້າ, ແຕ່​ຖ້າ​ເຮົາ​ຈາກ​ໄປ​ເຮົາ​ຈະ​ໃຊ້​ພຣະອົງ​ມາ​ຫາ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເຖິງ​ຢ່າງໃດ​ກໍຕາມ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ການ​ທີ່​ເຮົາ​ຈາກ​ໄປ​ນັ້ນ ກໍ​ເປັນ​ປະໂຫຍດ​ແກ່​ພວກເຈົ້າ ເພາະ​ຖ້າ​ເຮົາ​ບໍ່​ຈາກ​ໄປ ອົງ​ພຣະຜູ້​ຊ່ວຍ​ກໍ​ຈະ​ບໍ່​ມາ​ຫາ​ພວກເຈົ້າ, ແຕ່​ຖ້າ​ເຮົາ​ຈາກ​ໄປ​ແລ້ວ ເຮົາ​ຈະ​ໃຊ້​ພຣະອົງ​ມາ​ຫາ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ໂຢຮັນ 16:7
19 Jak'a apnaqawi uñst'ayäwi  

ເຮົາ​ຈະ​ສົ່ງ​ສິ່ງ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ໄດ້​ສັນຍາ​ໄວ້​ມາ​ໃຫ້​ພວກເຈົ້າ, ແຕ່​ຈົ່ງ​ຢູ່​ໃນ​ເມືອງ​ນີ້​ຈົນ​ກວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ລິດອຳນາດ​ທີ່​ມາ​ຈາກ​ເບື້ອງເທິງ”.


ເຮົາ​ຢືນຢັນ​ກັບ​ພວກເຈົ້າ​ວ່າ​ມີ​ແມ່ໝ້າຍ​ຫລາຍ​ຄົນ​ຢູ່​ອິດສະຣາເອນ​ໃນ​ຂອງ​ສະໄໝ​ເອລີຢາ, ເມື່ອ​ເວລາ​ທີ່​ທ້ອງຟ້າ​ຖືກ​ປິດ​ບໍ່​ໃຫ້​ຝົນ​ຕົກ​ເປັນ​ເວລາ​ສາມ​ປີ​ເຄິ່ງ ແລະ ເກີດ​ການອຶດຢາກ​ອາຫານ​ຢ່າງ​ຮ້າຍແຮງ​ທົ່ວ​ແຜ່ນດິນ,


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຄວາມຕາຍ​ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ”.


ແຕ່​ພຣະຜູ້ຊ່ວຍ​ຄື​ອົງ​ພຣະວິນຍານບໍລິສຸດເຈົ້າ ຜູ້​ທີ່​ພຣະບິດາເຈົ້າ​ຈະ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ຈະ​ສັ່ງສອນ​ທຸກສິ່ງ​ແກ່​ພວກເຈົ້າ ແລະ ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ທຸກສິ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ.


“ພວກເຈົ້າ​ໄດ້​ຍິນ​ເຮົາ​ບອກ​ພວກເຈົ້າ​ແລ້ວ​ວ່າ, ‘ເຮົາ​ກຳລັງ​ຈະ​ຈາກ​ໄປ ແລະ ເຮົາ​ກຳລັງ​ຈະ​ກັບມາ​ຫາ​ພວກເຈົ້າ​ອີກ’. ຖ້າ​ພວກເຈົ້າ​ຮັກ​ເຮົາ ພວກເຈົ້າ​ກໍ​ຈະ​ດີໃຈ​ທີ່​ເຮົາ​ກຳລັງ​ໄປ​ຫາ​ພຣະບິດາເຈົ້າ ເພາະ​ພຣະບິດາເຈົ້າ​ຍິ່ງໃຫຍ່​ກວ່າ​ເຮົາ.


ແລະ ເມື່ອ​ເຮົາ​ໄປ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ, ເຮົາ​ຈະ​ກັບ​ຄືນ​ມາ​ຮັບ​ເອົາ​ພວກເຈົ້າ​ໄປ​ຢູ່​ກັບ​ເຮົາ​ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ​ພວກເຈົ້າ​ກໍ​ຈະ​ຢູ່​ທີ່​ນັ້ນ​ເໝືອນກັນ.


“ເຮົາ​ຈະ​ສົ່ງ​ອົງ​ພຣະຜູ້ຊ່ວຍ​ຈາກ​ພຣະບິດາເຈົ້າ​ມາ​ຫາ​ພວກເຈົ້າ​ຄື ພຣະວິນຍານ​ແຫ່ງ​ຄວາມຈິງ ເຊິ່ງ​ເປັນ​ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ເມື່ອ​ພຣະອົງ​ມາ​ແລ້ວ ພຣະອົງ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ.


ເມື່ອ​ພຣະອົງ​ມາ, ພຣະອົງ​ຈະເຮັດ​ໃຫ້​ໂລກ​ສຳນຶກ​ໃນ​ຄວາມຜິດ​ໃນ​ເລື່ອງ​ບາບ, ຄວາມຊອບທຳ ແລະ ການພິພາກສາ:


ສິ່ງ​ທີ່​ພຣະອົງ​ກ່າວ​ນັ້ນ​ພຣະອົງ​ໝາຍເຖິງ​ພຣະວິນຍານ ເຊິ່ງ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ຕາມ​ພາຍຫລັງ. ໃນ​ເວລາ​ນັ້ນ​ຍັງ​ບໍ່​ທັນ​ໄດ້​ໃຫ້​ພຣະວິນຍານ​ເທື່ອ, ເນື່ອງຈາກ​ພຣະເຢຊູເຈົ້າ​ຍັງ​ບໍ່​ໄດ້​ຮັບ​ສະຫງ່າລາສີ.


ແລ້ວ​ເປໂຕ​ຈຶ່ງ​ເລີ່ມຕົ້ນ​ກ່າວ​ວ່າ: “ບັດນີ້ ຂ້າພະເຈົ້າ​ຮູ້ຈັກ​ຄັກ​ແລ້ວ​ວ່າ, ພຣະເຈົ້າ​ບໍ່​ໄດ້​ສະແດງ​ຄວາມ​ລຳອຽງ


ເມື່ອ​ພຣະອົງ​ຖືກ​ຍົກ​ຂຶ້ນ​ສູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ຈາກ​ພຣະບິດາເຈົ້າ​ຕາມ​ສັນຍາ ແລະ ໄດ້​ເທ​ລົງ​ມາ ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຢູ່​ນີ້.


ແລະ ພວກເຮົາ​ຮູ້​ແລ້ວ​ວ່າ​ໃນ​ທຸກໆ​ສິ່ງ​ພຣະເຈົ້າ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຮັກ​ພຣະອົງ ຄື​ຜູ້​ທີ່​ໄດ້​ເອີ້ນ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.


ເພາະ​ຄວາມທຸກລຳບາກ​ອັນ​ເບົາບາງ ແລະ ຊົ່ວຄາວ​ຂອງ​ພວກເຮົາ ກໍ​ກຳລັງ​ເຮັດໃຫ້​ພວກເຮົາ​ໄດ້ຮັບ​ກຽດ​ນິລັນດອນ ເຊິ່ງ​ຫາ​ທີ່​ປຽບ​ສິ່ງ​ທັງໝົດ​ນີ້​ບໍ່​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka