ໂຢຮັນ 16:5 - ພຣະຄຳພີລາວສະບັບສະໄໝໃໝ່5 “ແຕ່ບັດນີ້ ເຮົາກຳລັງຈະໄປຫາພຣະອົງຜູ້ທີ່ໃຊ້ເຮົາມາ, ແຕ່ກໍບໍ່ມີຜູ້ໃດຈັກຄົນໃນພວກເຈົ້າທີ່ຖາມເຮົາວ່າ, ‘ພຣະອົງກຳລັງຈະໄປໃສ?’ Uka jalj uñjjattʼätaພຣະຄຳພີສັກສິ5 ແຕ່ບັດນີ້ ເຮົາໃກ້ຈະໄປຫາພຣະອົງ ຜູ້ທີ່ໃຊ້ເຮົາມາ ແຕ່ບໍ່ມີຜູ້ໃດໃນພວກເຈົ້າຖາມເຮົາວ່າ ເຮົາກຳລັງຈະໄປໃສ? Uka jalj uñjjattʼäta |
ໃຫ້ພວກເຮົາປັກຕາເບິ່ງທີ່ພຣະເຢຊູເຈົ້າ, ພຣະອົງເປັນຜູ້ບຸກເບີກຄວາມເຊື່ອ ແລະ ເປັນຜູ້ເຮັດໃຫ້ຄວາມເຊື່ອສົມບູນ. ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຢູ່ຕໍ່ໜ້າພຣະອົງ ພຣະອົງຈຶ່ງໄດ້ອົດທົນຕໍ່ໄມ້ກາງແຂນ ແລະ ບໍ່ໃສ່ໃຈໃນຄວາມອັບອາຍຂອງໄມ້ກາງແຂນ ແລະ ໄດ້ນັ່ງລົງທີ່ເບື້ອງຂວາຂອງບັນລັງຂອງພຣະເຈົ້າ.