Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 16:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ພວກເຂົາ​ຈະ​ເຮັດ​ຢ່າງ​ນັ້ນ​ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະບິດາເຈົ້າ ແລະ ບໍ່​ຮູ້ຈັກ​ເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ພວກເຂົາ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະບິດາເຈົ້າ​ຂອງເຮົາ​ແລະ​ບໍ່​ຮູ້ຈັກ​ເຮົາ​ດ້ວຍ.

Uka jalj uñjjattʼäta Copia luraña




ໂຢຮັນ 16:3
17 Jak'a apnaqawi uñst'ayäwi  

“ພຣະບິດາເຈົ້າ​ຂອງ​ເຮົາ​ມອບ​ທຸກສິ່ງ​ໃຫ້​ແກ່​ເຮົາ. ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບຸດ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບິດາເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບິດາເຈົ້າ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບຸດ ແລະ ບັນດາ​ຜູ້​ທີ່​ພຣະບຸດ​ໄດ້​ເລືອກ​ທີ່​ຈະ​ເປີດເຜີຍ​ພຣະອົງ​ແກ່​ພວກເຂົາ”.


ພວກເຂົາ​ຈະ​ປະຕິບັດ​ຕໍ່​ພວກເຈົ້າ​ຢ່າງ​ນີ້​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ, ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.


ຜູ້​ທີ່​ກຽດຊັງ​ເຮົາ​ກໍ​ກຽດຊັງ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ.


“ພຣະບິດາເຈົ້າ​ຜູ້ຊອບທຳ, ເຖິງ​ໂລກ​ນີ້​ບໍ່​ຮູ້ຈັກ​ພຣະອົງ ແຕ່​ຂ້ານ້ອຍ​ຮູ້ຈັກ​ພຣະອົງ, ແລະ ພວກເຂົາ​ກໍ​ຮູ້ຈັກ​ວ່າ​ພຣະອົງໃຊ້​ຂ້ານ້ອຍ​ມາ.


ນີ້​ແຫລະ​ແມ່ນ​ຊີວິດ​ນິລັນດອນ​ຄື: ຊີວິດ​ທີ່​ພວກເຂົາ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ພຣະອົງໃຊ້​ມາ.


ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ພຣະບິດາເຈົ້າ​ຂອງ​ທ່ານ​ຢູ່​ໃສ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ເຮົາ ຫລື ພຣະບິດາເຈົ້າ​ຂອງ​ເຮົາ, ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ ພວກເຈົ້າ​ກໍ​ຮູ້ຈັກ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ”.


ເຖິງແມ່ນວ່າ​ພວກເຈົ້າ​ຍັງ​ບໍ່​ຮູ້ຈັກ​ພຣະອົງ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ. ຖ້າ​ເຮົາ​ກ່າວ​ວ່າ​ເຮົາ​ບໍ່​ຮູ້ຈັກ​ພຣະອົງ ເຮົາ​ກໍ​ເປັນ​ຄົນຂີ້ຕົວະ​ເໝືອນ​ກັນ​ກັບ​ພວກເຈົ້າ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ ແລະ ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


“ມາ​ບັດນີ້ ພີ່ນ້ອງ​ຊາວ​ອິດສະຣາເອນ ຂ້າພະເຈົ້າ​ຮູ້​ແລ້ວ​ວ່າ​ສິ່ງ​ທີ່​ພວກທ່ານ​ໄດ້​ເຮັດ​ໄປ​ຕາມ​ຄວາມ​ບໍ່​ຮູ້ ພວກ​ຜູ້ນຳ​ຂອງ​ພວກທ່ານ​ກໍ​ເຮັດ​ເໝືອນ​ກັນ.


ບໍ່​ມີ​ຜູ້ປົກຄອງ​ຄົນໃດ​ຂອງ​ຍຸກ​ນີ້ ທີ່​ເຂົ້າໃຈ​ປັນຍາ​ນີ້, ເພາະ​ຖ້າ​ພວກເຂົາ​ເຂົ້າໃຈ ພວກເຂົາ​ກໍ​ຈະ​ບໍ່​ຄຶງ​ອົງພຣະຜູ້ເປັນເຈົ້າ​ຜູ້​ສະຫງ່າລາສີ​ໄວ້​ເທິງ​ໄມ້ກາງແຂນ.


ພຣະອົງ​ຈະ​ລົງໂທດ​ບັນດາ​ຜູ້​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ ແລະ ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເຖິງແມ່ນວ່າ​ຄັ້ງ​ໜຶ່ງ​ເຮົາ​ເຄີຍ​ເປັນ​ຜູ້​ໝິ່ນປະໝາດ​ພຣະອົງ, ເປັນ​ຜູ້ຂົ່ມເຫັງ ແລະ ເປັນ​ຜູ້​ໃຊ້​ຄວາມຮຸນແຮງ, ແຕ່​ພຣະອົງ​ເມດຕາ​ເຮົາ​ເພາະ​ເຮົາ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມບໍ່ຮູ້ ແລະ ບໍ່ເຊື່ອ.


ຜູ້ໃດ​ທີ່​ປະຕິເສດ​ພຣະບຸດ​ກໍ​ບໍ່​ມີ​ພຣະບິດາເຈົ້າ, ຜູ້ໃດ​ທີ່​ຍອມຮັບ​ພຣະບຸດ​ກໍ​ມີ​ພຣະບິດາເຈົ້າ​ເໝືອນກັນ.


ເບິ່ງແມ, ຄວາມຮັກ​ທີ່​ພຣະບິດາເຈົ້າ​ມີ​ຕໍ່​ພວກເຮົາ​ທັງຫລາຍ​ນັ້ນ​ຍິ່ງໃຫຍ່​ປານ​ໃດ, ເຊິ່ງ​ພວກເຮົາ​ຄວນ​ຖືກ​ເອີ້ນ​ວ່າ ບັນດາ​ລູກ​ຂອງ​ພຣະເຈົ້າ! ແລະ ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດຜົນ​ທີ່​ໂລກ​ບໍ່​ຮູ້ຈັກ​ພວກເຮົາ​ກໍ​ເພາະ​ໂລກ​ບໍ່​ຮູ້ຈັກ​ພຣະອົງ.


ຜູ້​ທີ່​ບໍ່​ຮັກ​ກໍ​ບໍ່​ຮູ້​ຈັກ​ພຣະເຈົ້າ​ເພາະ​ພຣະເຈົ້າ​ເປັນ​ຄວາມຮັກ.


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka