Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 16:12 - ພຣະຄຳພີລາວສະບັບສະໄໝໃໝ່

12 “ເຮົາ​ຍັງ​ມີ​ອີກ​ຫລາຍ​ສິ່ງ​ທີ່​ຈະ​ກ່າວ​ກັບ​ພວກເຈົ້າ, ຫລາຍ​ເກີນ​ກວ່າ​ທີ່​ພວກເຈົ້າ​ຈະ​ຮັບ​ໄດ້​ໃນ​ເວລາ​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 “ເຮົາ​ຍັງ​ມີ​ຫລາຍ​ເລື່ອງ​ທີ່​ຈະ​ບອກ​ພວກເຈົ້າ ແຕ່​ໃນ​ເວລາ​ນີ້​ພວກເຈົ້າ​ບໍ່​ສາມາດ​ຈະ​ທົນ​ໄດ້.

Uka jalj uñjjattʼäta Copia luraña




ໂຢຮັນ 16:12
8 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ກ່າວ​ຖ້ອຍຄຳ​ເປັນ​ຄຳອຸປະມາ​ຫລາຍ​ເລື່ອງ​ຢ່າງ​ດຽວ​ກັນ​ນີ້​ໃຫ້​ພວກເຂົາ​ຟັງ, ຕາມ​ທີ່​ພວກເຂົາ​ສາມາດ​ເຂົ້າໃຈ​ໄດ້.


ເຮົາ​ຈະ​ເວົ້າ​ກັບ​ພວກເຈົ້າ​ໄດ້​ອີກ​ບໍ່​ດົນ ເພາະ​ຜູ້ປົກຄອງ​ໂລກ​ນີ້​ກຳລັງ​ຈະ​ມາ. ຜູ້​ນັ້ນ​ບໍ່​ມີ​ສິດອຳນາດ​ເໜືອ​ເຮົາ.


ເຮົາ​ບໍ່​ເອີ້ນ​ພວກເຈົ້າ​ວ່າ​ຄົນຮັບໃຊ້​ອີກ​ຕໍ່ໄປ, ເພາະວ່າ​ຄົນຮັບໃຊ້​ບໍ່​ຮູ້ຈັກ​ວ່າ​ນາຍ​ຂອງ​ຕົນ​ກຳລັງ​ເຮັດ​ຫຍັງ, ແຕ່​ເຮົາ​ເອີ້ນ​ພວກເຈົ້າ​ວ່າ​ມິດສະຫາຍ ເພາະວ່າ​ທຸກສິ່ງ​ທີ່​ເຮົາ​ໄດ້​ຮຽນຮູ້​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ ເຮົາ​ໄດ້​ສະແດງ​ໃຫ້​ພວກເຈົ້າ​ຮູ້​ແລ້ວ.


ແລະ ໃນ​ເລື່ອງ​ການ​ພິພາກສາ ກໍ​ເພາະ​ບັດນີ້​ຜູ້ປົກຄອງ​ໂລກ​ນີ້​ຖືກ​ຕັດສິນລົງໂທດ​ແລ້ວ.


ແຕ່​ເມື່ອ​ພຣະວິນຍານ​ແຫ່ງ​ຄວາມຈິງ​ມາ ພຣະອົງ​ຈະນຳ​ພວກເຈົ້າ​ໄປ​ສູ່​ຄວາມຈິງ​ທັງໝົດ. ພຣະອົງ​ຈະ​ບໍ່​ກ່າວ​ໂດຍ​ພຣະອົງ​ເອງ​ແຕ່​ຈະ​ກ່າວ​ສະເພາະ​ສິ່ງ​ທີ່ໄດ້​ຍິນ ແລະ ຈະ​ບອກ​ພວກເຈົ້າ​ໃຫ້​ຮູ້ຈັກ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ.


ຫລັງຈາກ​ທີ່​ພຣະອົງ​ໄດ້​ທົນທຸກທໍລະມານ, ພຣະອົງ​ກໍ​ໄດ້​ສະແດງ​ພຣະອົງ​ແກ່​ຄົນ​ເຫລົ່ານັ້ນ ແລະ ໄດ້​ໃຫ້​ຂໍ້​ພິສູດ​ທີ່​ເຮັດ​ໃຫ້​ມີ​ຄວາມໝັ້ນໃຈ​ຫລາຍ​ປະການ​ວ່າ​ພຣະອົງ​ມີຊີວິດ​ຢູ່. ພຣະອົງ​ໄດ້​ປາກົດ​ແກ່​ພວກເພິ່ນ​ໃນ​ລະຫວ່າງ​ສີ່ສິບ​ວັນ ແລະ ໄດ້​ກ່າວ​ກ່ຽວກັບ​ອານາຈັກ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka