Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 16:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ໃນ​ເລື່ອງ​ຄວາມຊອບທຳ ກໍ​ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ ບ່ອນ​ທີ່​ພວກເຈົ້າ​ບໍ່​ສາມາດ​ເຫັນ​ເຮົາ​ອີກ​ຕໍ່ໄປ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ໃນ​ເລື່ອງ​ຄວາມ​ຊອບທຳ​ນັ້ນ ຄື​ເພາະ​ເຮົາ​ໄປ​ຫາ​ພຣະບິດາເຈົ້າ ແລະ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ​ອີກ.

Uka jalj uñjjattʼäta Copia luraña




ໂຢຮັນ 16:10
26 Jak'a apnaqawi uñst'ayäwi  

ເຮົາ​ມາ​ຈາກ​ພຣະບິດາເຈົ້າ ແລະ ເຂົ້າ​ມາ​ໃນ​ໂລກ, ບັດນີ້ ເຮົາ​ກຳລັງ​ຈະ​ໄປ​ຈາກ​ໂລກ ແລະ ກັບ​ໄປ​ຫາ​ພຣະບິດາເຈົ້າ”.


“ແຕ່​ບັດນີ້ ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ, ແຕ່​ກໍ​ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ໃນ​ພວກເຈົ້າ​ທີ່​ຖາມ​ເຮົາ​ວ່າ, ‘ພຣະອົງ​ກຳລັງ​ຈະ​ໄປ​ໃສ?’


ໂມເຊ​ຍົກ​ງູ​ຂຶ້ນ​ໃນ​ຖິ່ນແຫ້ງແລ້ງກັນດານ​ຢ່າງໃດ, ບຸດມະນຸດ​ກໍ​ຕ້ອງ​ຖືກ​ຍົກ​ຂຶ້ນ​ຢ່າງນັ້ນ,


ມີ​ຜູ້​ໜຶ່ງ​ອີກ​ທີ່​ເປັນ​ພະຍານ​ໃຫ້​ເຮົາ ແລະ ເຮົາ​ຮູ້​ວ່າ​ຄຳພະຍານ​ຂອງ​ລາວ​ກ່ຽວກັບ​ເຮົາ​ເຊື່ອຖື​ໄດ້.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ພຽງ​ໄລຍະ​ເວລາ​ສັ້ນ, ແລ້ວ​ເຮົາ​ຈະ​ໄປ​ຫາ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.


ເພາະ​ພຣະອົງ​ໄດ້​ກຳນົດ​ວັນ​ໜຶ່ງ​ທີ່​ພຣະອົງ​ຈະ​ພິພາກສາ​ໂລກ​ດ້ວຍ​ຄວາມຍຸຕິທຳ​ໂດຍ​ຊາຍ​ຜູ້​ໜຶ່ງ​ທີ່​ໄດ້​ພຣະອົງ​ໄດ້​ແຕ່ງຕັ້ງ​ໄວ້. ພຣະອົງ​ໄດ້​ພິສູດ​ສິ່ງ​ນີ້​ແກ່​ທຸກຄົນ​ເຫັນ ໂດຍ​ໃຫ້​ຊາຍ​ຜູ້​ນີ້​ເປັນຄືນມາຈາກຕາຍ”.


ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ຜູ້​ນີ້​ໃຫ້​ເປັນຄືນມາຈາກຕາຍ ແລະ ພວກຂ້າພະເຈົ້າ​ທຸກຄົນ​ຕ່າງ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ຄວາມຈິງ​ນີ້.


ພວກທ່ານ​ໄດ້​ປະຕິເສດ​ອົງ​ບໍລິສຸດ ແລະ ຊອບທຳ, ແຕ່​ຂໍ​ໃຫ້​ປ່ອຍ​ຜູ້ຮ້າຍ​ຂ້າຄົນ​ໃຫ້​ແກ່​ພວກທ່ານ​ແທນ.


ມີ​ຜູ້ທຳນວາຍ​ຄົນໃດ​ແດ່​ທີ່​ບໍ່​ໄດ້​ຖືກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຂົ່ມເຫັງ? ພວກເຂົາ​ຂ້າ​ແມ່ນ​ແຕ່​ບັນດາ​ຜູ້​ທີ່​ທຳນວາຍ​ເຖິງ​ການ​ມາ​ຂອງ​ອົງ​ຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າ​ກໍ​ຍັງ​ທໍລະຍົດ ແລະ ຂ້າ​ພຣະອົງ.


ເພາະ​ໃນ​ຂ່າວປະເສີດ​ນັ້ນ ຄວາມຊອບທຳ​ຂອງ​ພຣະເຈົ້າ​ກໍ​ໄດ້​ຮັບ​ການເປີດເຜີຍ ເປັນ​ຄວາມຊອບທຳ​ທີ່​ເລີ່ມຕົ້ນ​ດ້ວຍ​ຄວາມເຊື່ອ ແລະ ສຸດທ້າຍ​ກໍ​ດ້ວຍ​ຄວາມເຊື່ອ, ດັ່ງ​ທີ່​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ: “ຄົນຊອບທຳ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ”.


ເພາະ​ໂດຍ​ພຣະອົງ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ ຜູ້​ເປັນ​ປັນຍາ​ຈາກ​ພຣະເຈົ້າ​ເພື່ອ​ເຮົາ ນັ້ນ​ຄື​ເປັນ​ຄວາມຊອບທຳ, ຄວາມບໍລິສຸດ ແລະ ການ​ໄຖ່​ຂອງ​ພວກເຮົາ.


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ແຕ່​ໂດຍ​ຄວາມເຊື່ອ​ພວກເຮົາ​ຈົດຈໍ່​ຄອຍຖ້າ​ທີ່​ຈະ​ໄດ້​ຮັບ​ຄວາມຊອບທຳ​ຜ່ານ​ທາງ​ພຣະວິນຍານ​ຕາມ​ທີ່​ພວກເຮົາ​ໄດ້​ຫວັງ​ໄວ້.


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka