Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 16:1 - ພຣະຄຳພີລາວສະບັບສະໄໝໃໝ່

1 “ຂໍ້ຄວາມ​ທັງໝົດ​ນີ້​ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ຫລົງທາງ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 “ເຮົາ​ໄດ້​ບອກ​ເຊັ່ນນີ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ໄດ້​ເກີດ​ຄວາມ​ສະດຸດ​ໃຈ.

Uka jalj uñjjattʼäta Copia luraña




ໂຢຮັນ 16:1
11 Jak'a apnaqawi uñst'ayäwi  

ຜູ້ໃດ​ທີ່​ບໍ່​ສະດຸດ​ກ່ຽວກັບ​ເລື່ອງ​ຂອງ​ເຮົາ​ກໍ​ເປັນສຸກ”.


ແຕ່​ຍ້ອນ​ພວກເຂົາ​ບໍ່​ມີ​ຮາກ​ຈຶ່ງ​ທົນ​ຢູ່​ບໍ່​ໄດ້​ດົນ, ເມື່ອ​ມີ​ຄວາມຍາກລຳບາກ ຫລື ຖືກ​ຂົ່ມເຫັງ​ເພາະ​ພຣະຄຳ ພວກເຂົາ​ກໍ​ລົ້ມເລີກ​ໄປ​ທັນທີ.


ພວກເຂົາ​ທັງຫລາຍ​ຈຶ່ງ​ບໍ່​ພໍໃຈ​ພຣະອົງ. ຝ່າຍ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ຜູ້ທຳນວາຍ​ບໍ່​ໄດ້​ຂາດ​ຄວາມນັບຖື​ໃນ​ທຸກ​ບ່ອນ ເວັ້ນໄວ້​ແຕ່​ໃນ​ບ້ານເມືອງ ແລະ ໃນ​ຄອບຄົວ​ຂອງ​ຕົນ​ເອງ”.


ໃນເວລານັ້ນ ຫລາຍ​ຄົນ​ຈະ​ຫັນໜີ​ຈາກ​ຄວາມເຊື່ອ, ຈະ​ທໍລະຍົດ​ຫັກຫລັງ ແລະ ກຽດຊັງ​ກັນ


ເຮົາ​ໄດ້​ບອກ​ສິ່ງ​ນີ້​ແກ່​ພວກເຈົ້າ​ເພື່ອ​ວ່າ​ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ຈະ​ຢູ່​ໃນ​ພວກເຈົ້າ ແລະ ເພື່ອ​ວ່າ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ຈະ​ຄົບເຕັມບໍລິບູນ.


ເຮົາ​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ ເພື່ອວ່າ​ເມື່ອ​ເວລາ​ຂອງ​ພວກເຂົາ​ມາ​ເຖິງ ພວກເຈົ້າ​ຈະ​ໄດ້​ລະນຶກ​ວ່າ​ເຮົາ​ໄດ້​ເຕືອນ​ພວກເຈົ້າ​ໄວ້​ແລ້ວ. ເຮົາ​ບໍ່​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ຕັ້ງແຕ່​ຕົ້ນ ເພາະວ່າ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.


ການ​ບໍ່​ກິນ​ຊີ້ນ​ສັດ ຫລື ດື່ມ​ເຫລົ້າອະງຸ່ນ ຫລື ເຮັດ​ສິ່ງ​ອື່ນ​ໃດ ກໍ​ດີ​ກວ່າ​ເປັນ​ຕົ້ນເຫດ​ໃຫ້​ພີ່ນ້ອງ​ສະດຸດໃຈ.


ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ສາມາດ​ທົດສອບ​ໄດ້​ວ່າ​ສິ່ງ​ໃດ​ດີ​ທີ່ສຸດ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ບໍລິສຸດ ແລະ ບໍ່​ມີ​ຕຳໜິ​ສຳລັບ​ວັນ​ຂອງ​ພຣະຄຣິດເຈົ້າ,


ແລະ, “ເປັນ​ຫີນ​ທີ່​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ”. ພວກເຂົາ​ສະດຸດ​ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ນັ້ນ ເຊິ່ງ​ກໍ​ເປັນ​ໄປ​ຕາມ​ທີ່​ພວກເຂົາ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka