Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 15:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ເມື່ອ​ພວກເຈົ້າ​ເກີດຜົນ​ຫລາຍ​ກໍ​ເປັນ​ການ​ຖວາຍ​ກຽດ​ແກ່​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ເປັນ​ການ​ສະແດງ​ໃຫ້​ເຫັນ​ວ່າ​ພວກເຈົ້າ​ເອງ​ເປັນ​ສາວົກ​ຂອງ​ເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ໃນ​ການ​ນີ້​ແຫຼະ ພຣະບິດາເຈົ້າ​ຂອງເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ ຄື​ເມື່ອ​ພວກເຈົ້າ​ເກີດຜົນ​ຫລາຍ ພວກເຈົ້າ​ຈຶ່ງ​ເກີດ​ເປັນ​ສາວົກ​ຂອງເຮົາ.

Uka jalj uñjjattʼäta Copia luraña




ໂຢຮັນ 15:8
19 Jak'a apnaqawi uñst'ayäwi  

ໃນ​ທຳນອງ​ດຽວ​ກັນ, ຈົ່ງ​ໃຫ້​ຄວາມສະຫວ່າງ​ທີ່​ຢູ່​ໃນ​ພວກເຈົ້າ​ນັ້ນ​ສ່ອງແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອວ່າ​ພວກເຂົາ​ຈະ​ເຫັນ​ຄວາມ​ດີ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ ສັນລະເສີນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ທີ່​ສະຖິດ​ຢູ່​ໃນ​ສະຫວັນ.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ແລະ ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ,


ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຢ້ານ ແລະ ພວກເຂົາ​ໄດ້​ສັນລະເສີນ​ພຣະເຈົ້າ​ຜູ້​ໃຫ້​ສິດອຳນາດ​ຢ່າງ​ນີ້​ແກ່​ມະນຸດ.


ແຕ່​ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ, ຈົ່ງ​ເຮັດ​ດີ​ຕໍ່​ພວກເຂົາ ແລະ ຈົ່ງ​ໃຫ້​ພວກເຂົາ​ຢືມ​ໂດຍ​ບໍ່​ຫວັງ​ວ່າ​ຈະ​ໄດ້​ສິ່ງໃດ​ຄືນ​ມາ. ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ບຳເໜັດ​ອັນ​ໃຫຍ່ ແລະ ພວກເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ, ເພາະວ່າ​ພຣະອົງ​ຍັງ​ກະລຸນາ​ຕໍ່​ຄົນ​ເນລະຄຸນ ແລະ ຄົນຊົ່ວ.


ຖ້າ​ພວກເຈົ້າ​ຮັກ​ເຊິ່ງກັນແລະກັນ ທຸກຄົນ​ກໍ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ສາວົກ​ຂອງ​ເຮົາ”.


“ເຮົາ​ເປັນ​ເຄືອອະງຸ່ນ ພວກເຈົ້າ​ເປັນ​ກິ່ງ. ຖ້າ​ຜູ້ໃດ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ຜູ້​ນັ້ນ, ຜູ້​ນັ້ນ​ແຫລະ​ຈະ​ເກີດຜົນ​ຫລາຍ ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ ພວກເຈົ້າ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້.


ພຣະເຢຊູເຈົ້າ​ກ່າວ​ຕໍ່​ພວກ​ຢິວ​ທີ່​ໄດ້​ເຊື່ອ​ໃນ​ພຣະອົງ​ວ່າ, “ຖ້າ​ພວກເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄຳສັ່ງສອນ​ຂອງ​ເຮົາ ພວກເຈົ້າ​ກໍ​ເປັນ​ສາວົກ​ແທ້​ຂອງ​ເຮົາ.


ດັ່ງນັ້ນ, ບໍ່​ວ່າ​ພວກເຈົ້າ​ຈະ​ກິນ ຫລື ຈະ​ດື່ມ ຫລື ຈະ​ເຮັດ​ສິ່ງໃດ​ກໍ​ຕາມ, ຈົ່ງ​ເຮັດ​ທຸກສິ່ງ​ໃຫ້​ເປັນ​ທີ່​ຖວາຍ​ກຽດຕິຍົດ​ແດ່​ພຣະເຈົ້າ.


ພວກເຈົ້າ​ຖືກ​ຊື້​ໄວ້​ດ້ວຍ​ລາຄາ​ສູງ. ເຫດສະນັ້ນ ຈົ່ງ​ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ຮ່າງກາຍ​ຂອງ​ພວກເຈົ້າ.


ເຊິ່ງ​ເຕັມລົ້ນ​ດ້ວຍ​ຜົນ​ຂອງ​ຄວາມຊອບທຳ​ທີ່​ມາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ ເພື່ອ​ສະຫງ່າລາສີ ແລະ ການສັນລະເສີນ​ພຣະເຈົ້າ.


ແລະ ບໍ່​ໃຫ້​ລັກ​ເອົາ​ສິ່ງ​ໃດ​ຂອງ​ນາຍ ແຕ່​ສະແດງ​ໃຫ້​ເຫັນ​ວ່າ​ພວກເຂົາ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້​ຢ່າງ​ຄົບຖ້ວນ ເພື່ອ​ວ່າ​ພວກເຂົາ​ຈະ​ເຮັດ​ໃຫ້​ຄຳສອນ​ເລື່ອງ​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ນັ້ນ​ງົດງາມ​ໃນ​ທຸກໆ​ທາງ.


ໃຫ້​ເປັນ​ຜູ້​ຄວບຄຸມ​ຕົນເອງ​ໄດ້ ແລະ ເປັນ​ຜູ້​ບໍລິສຸດ, ໃຫ້​ເປັນ​ຄົນ​ເອົາໃຈໃສ່​ເບິ່ງແຍງ​ເຮືອນ, ມີ​ເມດຕາ ແລະ ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ, ເພື່ອ​ຈະ​ບໍ່​ມີ​ຜູ້ໃດ​ກ່າວຮ້າຍ​ພຣະທຳ​ຂອງ​ພຣະເຈົ້າ​ໄດ້.


ຈົ່ງ​ດຳເນີນຊີວິດ​ໃຫ້​ດີ​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ ເຖິງແມ່ນວ່າ​ພວກເຂົາ​ກ່າວຫາ​ພວກເຈົ້າ​ວ່າ​ເຮັດ​ຜິດ, ພວກເຂົາ​ກໍ​ຈະ​ເຫັນ​ການກະທຳ​ທີ່​ດີ​ຂອງ​ພວກເຈົ້າ ແລະ ຖວາຍ​ກຽດ​ພຣະເຈົ້າ​ໃນ​ວັນ​ທີ່​ພຣະອົງ​ມາ​ຢ້ຽມຢາມ​ພວກເຮົາ.


ຖ້າ​ຜູ້ໃດ​ຈະ​ກ່າວ, ພວກເຂົາ​ກໍ​ຄວນ​ເຮັດ​ເໝືອນ​ເປັນ​ຜູ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ. ຖ້າ​ຜູ້ໃດ​ຈະ​ຮັບໃຊ້, ພວກເຂົາ​ກໍ​ຄວນ​ເຮັດ​ດ້ວຍ​ກຳລັງ​ທີ່​ພຣະເຈົ້າ​ໃຫ້, ເພື່ອ​ວ່າ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ສັນລະເສີນ​ໃນ​ທຸກສິ່ງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ. ຂໍ​ໃຫ້​ສະຫງ່າລາສີ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka