ໂຢຮັນ 15:7 - ພຣະຄຳພີລາວສະບັບສະໄໝໃໝ່7 ຖ້າພວກເຈົ້າເຂົ້າສະໜິດຢູ່ໃນເຮົາ ແລະ ຖ້ອຍຄຳຂອງເຮົາຝັງຢູ່ໃນພວກເຈົ້າແລ້ວ, ພວກເຈົ້າປາຖະໜາສິ່ງໃດຈົ່ງຂໍ ແລ້ວພວກເຈົ້າຈະໄດ້ຮັບສິ່ງນັ້ນ. Uka jalj uñjjattʼätaພຣະຄຳພີສັກສິ7 ຖ້າເຈົ້າທັງຫລາຍເຂົ້າສະໜິດຢູ່ໃນເຮົາ ແລະຖ້ອຍຄຳຂອງເຮົາຝັງຢູ່ໃນພວກເຈົ້າແລ້ວ ພວກເຈົ້າປາຖະໜາສິ່ງໃດຈົ່ງຂໍ ແລ້ວສິ່ງນັ້ນຈະເກີດມີແກ່ພວກເຈົ້າ. Uka jalj uñjjattʼäta |
ລູກທີ່ຮັກທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າໄດ້ຮູ້ຈັກພຣະບິດາເຈົ້າ. ພໍ່ທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າໄດ້ຮູ້ຈັກພຣະອົງຜູ້ດຳລົງຢູ່ຕັ້ງແຕ່ປະຖົມມະການ. ຊາຍໜຸ່ມທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າເຂັ້ມແຂງ ແລະ ຖ້ອຍຄຳຂອງພຣະເຈົ້າດຳລົງຢູ່ໃນພວກເຈົ້າ ແລະ ພວກເຈົ້າໄດ້ຊະນະມານຊົ່ວຮ້າຍແລ້ວ.
ສ່ວນພວກເຈົ້າທັງຫລາຍ, ການເຈີມທີ່ພວກເຈົ້າໄດ້ຮັບຈາກພຣະອົງກໍດຳລົງຢູ່ໃນພວກເຈົ້າ ແລະ ພວກເຈົ້າຈຶ່ງບໍ່ຈຳເປັນຕ້ອງມີຜູ້ໃດມາສອນພວກເຈົ້າ. ແຕ່ເພາະການເຈີມຂອງພຣະອົງສອນພວກເຈົ້າທຸກສິ່ງ ແລະ ການເຈີມນັ້ນກໍເປັນການເຈີມແທ້, ບໍ່ແມ່ນປອມແປງ ຈົ່ງດຳລົງຢູ່ໃນພຣະອົງຕາມທີ່ການເຈີມໄດ້ສອນພວກເຈົ້າໄວ້ແລ້ວ.