Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 15:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ຖ້າ​ຜູ້ໃດ​ບໍ່​ເຂົ້າສະໜິດ​ຢູ່​ໃນ​ເຮົາ ຜູ້​ນັ້ນ​ຈະ​ເປັນ​ເໝືອນ​ກິ່ງ​ໜຶ່ງ​ທີ່​ຖືກ​ຕັດ​ຖິ້ມ ແລະ ຫ່ຽວແຫ້ງ​ໄປ, ກິ່ງ​ເຫລົ່ານີ້​ຈະ​ຖືກ​ເກັບ​ໄປ​ໂຍນຖິ້ມ​ໃສ່​ໄຟ ແລະ ເຜົາໄໝ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ຖ້າ​ຜູ້ໃດ​ບໍ່​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ຜູ້ນັ້ນ​ກໍ​ຕ້ອງ​ຖືກ​ຕັດ​ຖິ້ມ​ເສຍ​ເໝືອນ​ກິ່ງ ແລ້ວ​ກໍ​ຫ່ຽວແຫ້ງ​ໄປ​ແລະ​ຖືກ​ເກັບ​ເອົາ​ໄປ​ເຜົາ​ໄຟ​ເສຍ.

Uka jalj uñjjattʼäta Copia luraña




ໂຢຮັນ 15:6
20 Jak'a apnaqawi uñst'ayäwi  

ບຸດມະນຸດ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ ແລະ ກຳຈັດ​ທຸກສິ່ງ​ທີ່​ເປັນ​ຕົ້ນເຫດ​ໃຫ້​ມະນຸດ​ເຮັດ​ບາບ ແລະ ກຳຈັດ​ທຸກຄົນ​ທີ່​ເຮັດ​ຊົ່ວ​ອອກ​ຈາກ​ອານາຈັກ​ຂອງ​ພຣະອົງ.


ດັ່ງນັ້ນ ຢູດາ​ຈຶ່ງ​ໂຍນ​ເງິນ​ນັ້ນ​ເຂົ້າ​ໄປ​ໃນ​ວິຫານ ແລະ ອອກ​ໄປ. ຫລັງຈາກນັ້ນ ລາວ​ກໍ​ອອກ​ໄປ ແລະ ຜູກຄໍຕາຍ.


ຂວານ​ນັ້ນ​ກໍ​ກຽມພ້ອມ​ຢູ່​ເຫງົ້າໄມ້​ແລ້ວ ແລະ ຕົ້ນໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກີດຜົນ​ດີ​ກໍ​ຈະ​ຖືກ​ຕັດ​ລົງ ແລະ ໂຍນ​ຖິ້ມ​ໃສ່​ໄຟ.


ຕົ້ນໄມ້​ທຸກ​ຕົ້ນ​ທີ່​ເກີດຜົນ​ບໍ່​ດີ​ຍ່ອມ​ຖືກ​ຕັດ ແລະ ຖືກ​ໂຍນ​ຖິ້ມ​ລົງ​ໃນ​ໄຟ.


ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ​ພຣະອົງ​ລິ​ຖິ້ມ​ເສຍ, ສ່ວນ​ທຸກ​ກິ່ງ​ທີ່​ເກີດຜົນ​ພຣະອົງ​ຕອນ​ເພື່ອ​ວ່າ​ໃຫ້​ເກີດຜົນ​ຫລາຍຂຶ້ນ.


ແຕ່​ມີ​ພຽງ​ແຕ່​ລໍຖ້າ​ດ້ວຍ​ຄວາມ​ຢ້ານກົວ​ຕໍ່​ການພິພາກສາ ແລະ ໄຟ​ອັນ​ຮ້ອນກ້າ​ທີ່​ຈະ​ເຜົາຜານ​ບັນດາ​ສັດຕູ​ຂອງ​ພຣະເຈົ້າ.


ຖ້າ​ພວກເຂົາ​ໄດ້​ໜີ​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ​ມາ​ແລ້ວ​ໂດຍ​ການຮູ້ຈັກ​ກັບ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລ້ວ​ຍັງ​ກັບ​ຄືນ​ໄປ​ພົວພັນ ແລະ ພ່າຍແພ້​ກັບ​ສິ່ງ​ນັ້ນ​ຢູ່ ບັ້ນປາຍ​ຂອງ​ພວກເຂົາ​ກໍ​ກັບ​ຊົ່ວຮ້າຍ​ຍິ່ງ​ກວ່າ​ບັ້ນຕົ້ນ.


ພວກເຂົາ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ກໍ​ບໍ່​ແມ່ນ​ຝ່າຍ​ພວກເຮົາ​ແທ້. ເພາະ​ຖ້າ​ພວກເຂົາ​ເປັນ​ຝ່າຍ​ພວກເຮົາ, ພວກເຂົາ​ກໍ​ຄົງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ; ແຕ່​ການ​ໄປ​ຂອງ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ ໃນ​ພວກເຂົາ​ບໍ່​ມີ​ຈັກຄົນ​ທີ່​ເປັນ​ຝ່າຍ​ພວກເຮົາ.


ຜູ້ໃດ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ ຜູ້​ນັ້ນ​ຕ້ອງ​ຖືກ​ຖິ້ມລົງ​ໃນ​ບຶງໄຟ.


ແຕ່​ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນຂາບໄຫວ້​ຮູບເຄົາລົບ ແລະ ຄົນເວົ້າຕົວະ​ທັງໝົດ​ນັ້ນ ພວກເຂົາ​ຈະ​ຖືກ​ສົ່ງ​ລົງ​ສູ່​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່. ນີ້​ຄື​ຄວາມຕາຍ​ຄັ້ງ​ທີສອງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka