Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 15:5 - ພຣະຄຳພີລາວສະບັບສະໄໝໃໝ່

5 “ເຮົາ​ເປັນ​ເຄືອອະງຸ່ນ ພວກເຈົ້າ​ເປັນ​ກິ່ງ. ຖ້າ​ຜູ້ໃດ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ຜູ້​ນັ້ນ, ຜູ້​ນັ້ນ​ແຫລະ​ຈະ​ເກີດຜົນ​ຫລາຍ ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ ພວກເຈົ້າ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 “ເຮົາ​ເປັນ​ເຄືອ​ອະງຸ່ນ ພວກເຈົ້າ​ເປັນ​ກິ່ງ ຜູ້ໃດ​ທີ່​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ຜູ້ນັ້ນ, ຜູ້ນັ້ນ​ແຫລະ ຈະ​ເກີດຜົນ​ຫລາຍ. ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ ພວກເຈົ້າ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້.

Uka jalj uñjjattʼäta Copia luraña




ໂຢຮັນ 15:5
28 Jak'a apnaqawi uñst'ayäwi  

ແຕ່​ຍ້ອນ​ພວກເຂົາ​ບໍ່​ມີ​ຮາກ​ຈຶ່ງ​ທົນ​ຢູ່​ບໍ່​ໄດ້​ດົນ, ເມື່ອ​ມີ​ຄວາມຍາກລຳບາກ ຫລື ຖືກ​ຂົ່ມເຫັງ​ເພາະ​ພຣະຄຳ ພວກເຂົາ​ກໍ​ລົ້ມເລີກ​ໄປ​ທັນທີ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ເມັດ​ເຂົ້າຫວີດ​ບໍ່​ຕົກ​ລົງ​ພື້ນດິນ ແລະ ຕາຍ​ໄປ ກໍ​ຄົງ​ຈະ​ມີ​ຢູ່​ພຽງ​ແຕ່​ເມັດ​ດຽວ. ແຕ່​ຖ້າ​ເມັດ​ນັ້ນ​ໄດ້​ຕາຍ​ໄປ​ກໍ​ຈະ​ເກີດຜົນ​ໃຫ້​ມີ​ເມັດ​ອື່ນໆ​ຫລາຍ​ຂຶ້ນ.


ບໍ່​ແມ່ນ​ພວກເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ ໄດ້​ແຕ່ງຕັ້ງ​ພວກເຈົ້າ​ໃຫ້​ໄປ ແລະ ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ. ເພື່ອວ່າ​ເມື່ອ​ພວກເຈົ້າ​ຈະ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພຣະບຸດ​ຈະ​ກະທຳ​ສິ່ງ​ໜຶ່ງ​ສິ່ງ​ໃດ​ໂດຍ​ຕົນ​ເອງ​ບໍ່​ໄດ້, ພຣະອົງ​ສາມາດ​ກະທຳ​ໄດ້​ແຕ່​ພຽງ​ສິ່ງ​ທີ່​ເຫັນ​ພຣະບິດາເຈົ້າ​ຂອງ​ພຣະອົງ​ກະທຳ ເພາະ​ພຣະບິດາຈົ້າ​ກະທຳ​ສິ່ງ​ໃດ ພຣະບຸດ​ກໍ​ກະທຳ​ສິ່ງ​ນັ້ນ​ເໝືອນກັນ.


ຖ້າ​ຊາຍ​ຄົນ​ນີ້​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ​ແລ້ວ​ເພິ່ນ​ກໍ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້”.


ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່​ມີ, ເພາະ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ສະຫວັນ​ທີ່​ຈະ​ມອບ​ໃຫ້​ແກ່​ມະນຸດ ເພື່ອ​ເຮັດ​ໃຫ້​ພວກເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ”.


ດັ່ງນັ້ນ ໃນ​ພຣະຄຣິດເຈົ້າ ພວກເຮົາ​ຫລາຍຄົນ​ກໍ​ປະກອບ​ເຂົ້າ​ເປັນ​ກາຍ​ດຽວ ແລະ ແຕ່ລະ​ອະໄວຍະວະ​ກໍ​ເປັນ​ສ່ວນຫນຶ່ງ​ຂອງ​ອະໄວຍະວະ​ທັງໝົດ​ສັນນັ້ນ.


ແຕ່​ບັດນີ້​ພວກເຈົ້າ​ໄດ້​ເປັນ​ອິດສະຫລະ​ຈາກ​ຄວາມບາບ​ແລ້ວ ແລະ ໄດ້​ກາຍເປັນ​ຂ້າທາດ​ຂອງ​ພຣະເຈົ້າ​ແລ້ວ, ປະໂຫຍດ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ນຳ​ໄປ​ສູ່​ຄວາມບໍລິສຸດ ແລະ ຜົນ​ທີ່​ໄດ້​ຮັບ​ກໍ​ຄື​ຊີວິດ​ນິລັນດອນ.


ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ກໍ​ເໝືອນກັນ​ໄດ້​ຕາຍ​ຈາກ​ກົດບັນຍັດ​ໂດຍ​ທາງ​ກາຍ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ໜຶ່ງ​ອີກ​ຄື ເປັນ​ຂອງ​ພຣະອົງ​ຜູ້​ທີ່​ເປັນຄືນມາຈາກຕາຍ ເພື່ອ​ວ່າ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແກ່​ພຣະເຈົ້າ.


ຈອກ​ແຫ່ງ​ການ​ໂມທະນາ​ຂອບພຣະຄຸນ​ທີ່​ເຮົາ​ໄດ້​ໂມທະນາ​ຂອບພຣະຄຸນ​ນັ້ນ​ຄື​ການ​ເຂົ້າ​ຮ່ວມ​ໃນ​ເລືອດ​ຂອງ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ບໍ? ແລະ ເຂົ້າຈີ່​ທີ່​ເຮົາ​ໄດ້​ຫັກ​ນັ້ນ​ຄື​ການ​ເຂົ້າ​ຮ່ວມ​ໃນ​ກາຍ​ຂອງ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ບໍ?


ເຖິງ​ແມ່ນ​ວ່າ​ມີ​ພຽງ​ຮ່າງກາຍ​ດຽວ ກໍ​ຍັງ​ມີ​ອະໄວຍະວະ​ຫລາຍ​ສ່ວນ, ແຕ່​ອະໄວຍະວະ​ທັງໝົດ​ເຫລົ່ານັ້ນ​ກໍ​ຍັງ​ປະກອບ​ກັນ​ເປັນ​ກາຍ​ດຽວ, ພຣະຄຣິດເຈົ້າ​ກໍ​ເຊັ່ນ​ກັນ.


ບັດນີ້ ພວກເຈົ້າ​ທັງຫລາຍ​ເປັນ​ຮ່າງກາຍ​ຂອງ​ພຣະຄຣິດເຈົ້າ ພວກເຈົ້າ​ແຕ່ລະຄົນ​ເປັນ​ອະໄວຍະວະ​ຂອງ​ກາຍ​ນັ້ນ.


ເພາະ​ພວກເຮົາ​ບໍ່​ອາດ​ເຮັດ​ສິ່ງໃດ​ທີ່​ຂັດ​ກັບ​ຄວາມຈິງ​ໄດ້ ແຕ່​ເຮັດ​ເພື່ອ​ຄວາມຈິງ​ເທົ່ານັ້ນ.


ບັດນີ້ ພຣະອົງ​ຜູ້​ຈັດສັນ​ເມັດພືດ​ໃຫ້​ແກ່​ຜູ້ຫວ່ານ ແລະ ເຂົ້າຈີ່​ສຳລັບ​ເປັນ​ອາຫານ ກໍ​ຈະ​ຈັດຫາ ແລະ ເພີ່ມເຕີມ​ເລົ້າ​ແຫ່ງ​ເມັດພັນ​ຂອງ​ພວກເຈົ້າ ແລະ ຍັງ​ຈະ​ຂະຫຍາຍ​ການເກັບກ່ຽວ​ຄວາມຊອບທຳ​ຂອງ​ພວກເຈົ້າ​ດ້ວຍ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,


(ດ້ວຍວ່າ​ຜົນ​ຂອງ​ຄວາມສະຫວ່າງ​ປະກອບ​ດ້ວຍ​ຄວາມດີ, ຄວາມຊອບທຳ ແລະ ຄວາມຈິງ​ທຸກ​ຢ່າງ)


ເຊິ່ງ​ເຕັມລົ້ນ​ດ້ວຍ​ຜົນ​ຂອງ​ຄວາມຊອບທຳ​ທີ່​ມາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ ເພື່ອ​ສະຫງ່າລາສີ ແລະ ການສັນລະເສີນ​ພຣະເຈົ້າ.


ເຮົາ​ສາມາດ​ເຮັດ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ໃຫ້​ກຳລັງ​ແກ່​ເຮົາ.


ບໍ່​ແມ່ນ​ວ່າ​ເຮົາ​ປາຖະໜາ​ຢາກ​ໄດ້​ຂອງຖວາຍ​ຈາກ​ພວກເຈົ້າ; ແຕ່​ເຮົາ​ປາຖະໜາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຜົນ​ກຳໄລ​ເພີ່ມ​ຂຶ້ນ​ໃນ​ບັນຊີ​ຂອງ​ພວກເຈົ້າ.


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນຊີວິດ​ໃຫ້​ສົມ​ກັບ​ທີ່​ເປັນ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ທີ່​ພໍໃຈ​ພຣະອົງ​ໃນ​ທຸກ​ດ້ານ​ຄື: ເກີດຜົນ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ, ຮູ້ຈັກ​ພຣະເຈົ້າ​ຫລາຍ​ຂຶ້ນ,


ທີ່​ໄດ້​ມາ​ເຖິງ​ພວກເຈົ້າ​ນັ້ນ. ໃນ​ທຳນອງ​ດຽວ​ກັນ​ນັ້ນ ຂ່າວປະເສີດ​ນີ້​ກໍ​ກຳລັງ​ເກີດຜົນ ແລະ ຂະຫຍາຍ​ໄປ​ທົ່ວ​ໂລກ ເໝືອນ​ທີ່​ກຳລັງ​ມີ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ໄດ້​ຍິນ​ຂ່າວປະເສີດ ແລະ ເຂົ້າໃຈ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ.


ຂອງປະທານ​ທຸກຢ່າງ​ທີ່​ດີ ແລະ ລ້ຳເລີດ​ນັ້ນ​ລ້ວນ​ແຕ່​ມາ​ຈາກ​ເບື້ອງເທິງ, ລົງ​ມາ​ຈາກ​ພຣະບິດາ​ແຫ່ງ​ດວງສະຫວ່າງ​ທັງຫລາຍ​ໃນ​ສະຫວັນ ຜູ້​ບໍ່​ປ່ຽນແປງ​ເໝືອນດັ່ງ​ເງົາ​ທີ່​ເຄື່ອນຍ້າຍ.


ຂະນະ​ທີ່​ພວກເຈົ້າ​ມາ​ຫາ​ພຣະອົງ​ຜູ້​ເປັນ​ສີລາ​ທີ່​ມີຊີວິດ ເຊິ່ງ​ມະນຸດ​ບໍ່ຍອມຮັບ​ແຕ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ແລະ ມີ​ຄ່າ​ສຳລັບ​ພຣະອົງ.


ແຕ່​ຈົ່ງ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຮູ້​ຈັກ​ພຣະອົງ​ໃຫ້​ຫລາຍ​ຂຶ້ນ. ຂໍ​ໃຫ້​ກຽດ​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ທັງ​ບັດນີ້ ແລະ ຕະຫລອດໄປ. ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka