Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 15:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ບໍ່​ແມ່ນ​ພວກເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ ໄດ້​ແຕ່ງຕັ້ງ​ພວກເຈົ້າ​ໃຫ້​ໄປ ແລະ ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ. ເພື່ອວ່າ​ເມື່ອ​ພວກເຈົ້າ​ຈະ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ບໍ່ແມ່ນ​ເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ​ແຕ່ງຕັ້ງ​ເຈົ້າ​ທັງຫລາຍ​ເພື່ອ​ໃຫ້​ອອກໄປ ແລະ​ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ, ເພື່ອ​ວ່າ​ເມື່ອ​ເຈົ້າ​ທັງຫລາຍ​ຈະ​ທູນ​ຂໍ​ສິ່ງໃດ ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງເຮົາ ພຣະອົງ​ກໍ​ຈະ​ຊົງ​ປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.

Uka jalj uñjjattʼäta Copia luraña




ໂຢຮັນ 15:16
57 Jak'a apnaqawi uñst'ayäwi  

ຖ້າ​ພວກເຈົ້າ​ເຊື່ອ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທີ່​ພວກເຈົ້າ​ອະທິຖານ​ຂໍ”.


“ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ສະແຫວງ​ຫາ​ແລ້ວ​ພວກເຈົ້າ​ຈະ​ໄດ້​ພົບ, ຈົ່ງ​ເຄາະ​ແລ້ວ​ປະຕູ​ຈະ​ເປີດ​ໃຫ້​ແກ່​ພວກເຈົ້າ.


ເມື່ອ​ຮຸ່ງ​ເຊົ້າ​ມາ, ພຣະອົງ​ໄດ້​ເອີ້ນ​ພວກສາວົກ​ມາ​ຫາ​ພຣະອົງ ແລະ ໄດ້​ເລືອກ​ເອົາ​ພວກເພິ່ນ​ສິບສອງ​ຄົນ, ເຊິ່ງ​ພຣະອົງ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ຄື:


“ເຮົາ​ບໍ່​ໄດ້​ໝາຍ​ເຖິງ​ທຸກ​ຄົນ​ໃນ​ພວກເຈົ້າ, ເຮົາ​ຮູ້ຈັກ​ບັນດາ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້​ນັ້ນ ແຕ່​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ພຣະຄຳພີ​ທີ່​ກ່າວ​ໄວ້​ວ່າ: ‘ຜູ້​ທີ່​ຮັບປະທານ​ອາຫານ​ຮ່ວມ​ກັບ​ເຮົາ ຍັງ​ໄດ້​ຫັນມາ​ຕໍ່ສູ້​ເຮົາ’.


ຖ້າ​ພວກເຈົ້າ​ເປັນ​ຂອງ​ໂລກ. ໂລກ​ກໍ​ຈະ​ຮັກ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຂອງ​ມັນ. ແຕ່​ເພາະ​ພວກເຈົ້າ​ບໍ່​ໄດ້​ເປັນ​ຂອງ​ໂລກ​ເພາະວ່າ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ​ອອກ​ມາ​ຈາກ​ໂລກ​ແລ້ວ. ດ້ວຍເຫດນີ້ ໂລກ​ຈຶ່ງ​ກຽດຊັງ​ພວກເຈົ້າ.


“ເຮົາ​ເປັນ​ເຄືອອະງຸ່ນ ພວກເຈົ້າ​ເປັນ​ກິ່ງ. ຖ້າ​ຜູ້ໃດ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ຜູ້​ນັ້ນ, ຜູ້​ນັ້ນ​ແຫລະ​ຈະ​ເກີດຜົນ​ຫລາຍ ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ ພວກເຈົ້າ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້.


ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ວ່າ, “ເຮົາ​ໄດ້​ເລືອກ​ພວກເຈົ້າ​ທັງ​ສິບສອງ​ຄົນ​ໄວ້​ບໍ່​ແມ່ນ​ບໍ? ເຖິງປານນັ້ນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ກໍ​ເປັນ​ມານຮ້າຍ!”


ຫລັງຈາກນັ້ນ ພວກເພິ່ນ​ກໍ​ອະທິຖານ​ວ່າ, “ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້​ຈິດໃຈ​ຂອງ​ທຸກຄົນ. ຂໍ​ສະແດງ​ໃຫ້​ພວກເຮົາ​ເຫັນ​ວ່າ​ພຣະອົງ​ໄດ້​ເລືອກ​ເອົາ​ຄົນ​ໃດ​ໃນ​ສອງ​ຄົນ​ນີ້


ແຕ່​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ລິດອຳນາດ ເມື່ອ​ພຣະວິນຍານບໍລິສຸດເຈົ້າ​ມາ​ຢູ່​ເທິງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ເປັນ​ພະຍານ​ຝ່າຍ​ເຮົາ​ໃນ​ເຢຣູຊາເລັມ ແລະ ຕະຫລອດ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ ຈົນ​ເຖິງ​ສຸດປາຍ​ແຜ່ນດິນໂລກ”.


ບໍ່​ແມ່ນ​ທຸກຄົນ​ທີ່​ໄດ້​ເຫັນ​ພຣະອົງ ມີ​ແຕ່​ພະຍານ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ເທົ່ານັ້ນ​ທີ່​ໄດ້​ເຫັນ, ຄື​ປາກົດ​ແກ່​ພວກຂ້າພະເຈົ້າ​ຜູ້​ທີ່​ໄດ້​ກິນ ແລະ ໄດ້​ດື່ມ​ກັບ​ພຣະອົງ​ຫລັງ​ຈາກ​ທີ່​ພຣະອົງ​ຄືນ​ມາ​ຈາກ​ຕາຍ.


“ແລ້ວ​ເພິ່ນ​ຈຶ່ງ​ເວົ້າ​ວ່າ, ‘ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເລືອກ​ເຈົ້າ​ເພື່ອ​ໃຫ້​ຮູ້​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ໃຫ້​ໄດ້​ເຫັນ​ອົງ​ຜູ້ຊອບທຳ ແລະ ໃຫ້​ໄດ້​ຍິນ​ຖ້ອຍຄຳ​ຈາກ​ປາກ​ຂອງ​ພຣະອົງ.


ແຕ່​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ອານາເນຍ​ວ່າ, “ຈົ່ງ​ໄປ​ສາ! ເພາະວ່າ​ຊາຍ​ຄົນ​ນີ້​ເປັນ​ເຄື່ອງມື​ທີ່​ເຮົາ​ໄດ້​ເລືອກ​ໄວ້​ເພື່ອ​ໃຫ້​ປະກາດ​ນາມ​ຂອງ​ເຮົາ​ກັບ​ຄົນຕ່າງຊາດ, ບັນດາ​ກະສັດ​ຂອງ​ພວກເຂົາ ແລະ ຊາວ​ອິດສະຣາເອນ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ໄດ້​ວາງແຜນ​ໄວ້​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ (ແຕ່​ຈົນ​ເຖິງ​ດຽວນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່) ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເກັບກ່ຽວ​ຜົນ​ບາງຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນດັ່ງ​ທີ່​ເຮົາ​ໄດ້​ເກັບກ່ຽວ​ຜົນ​ໃນ​ທ່າມກາງ​ຄົນຕ່າງຊາດ​ອື່ນໆ.


ພວກເຮົາ​ໄດ້​ຮັບ​ພຣະຄຸນ ແລະ ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ໂດຍ​ຜ່ານທາງ​ພຣະອົງ ເພື່ອ​ເອີ້ນ​ເອົາ​ບັນດາ​ຄົນຕ່າງຊາດ​ທັງຫລາຍ​ມາ​ສູ່​ການ​ເຊື່ອຟັງ​ທີ່​ມາ​ທາງ​ຄວາມເຊື່ອ​ເພື່ອ​ນາມ​ຂອງ​ພຣະອົງ.


ເພາະ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ອະດີດ​ກໍ​ຂຽນ​ຂຶ້ນ​ເພື່ອ​ສັ່ງສອນ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ມີ​ຄວາມຫວັງ​ໂດຍ​ຄວາມອົດທົນ ແລະ ມີ​ກຳລັງໃຈ​ຈາກ​ພຣະຄຳພີ.


ຊ່າງປັ້ນໝໍ້​ນັ້ນ​ບໍ່​ມີ​ສິດ​ເອົາ​ດິນ​ກ້ອນ​ດຽວ​ກັນ​ມາ​ປັ້ນ​ເປັນ​ພາຊະນະ​ເພື່ອ​ວັດຖຸປະສົງ​ພິເສດ ແລະ ປັ້ນ​ເປັນ​ພາຊະນະ​ເພື່ອ​ໃຊ້​ງານ​ທົ່ວໄປ​ບໍ?


ສິ່ງ​ເຫລົ່ານີ້​ໄດ້​ເກີດຂຶ້ນ​ແກ່​ພວກເຂົາ​ກໍ​ເພື່ອ​ເປັນ​ຕົວຢ່າງ ແລະ ໄດ້​ບັນທຶກ​ໄວ້​ເພື່ອ​ເປັນ​ການເຕືອນ​ພວກເຮົາ ຜູ້​ທີ່​ຢູ່​ໃນ​ຈຸດ​ສູງສຸດ​ຂອງ​ຍຸກ​ທີ່​ໄດ້​ມາເຖິງ​ແລ້ວ.


ແຕ່​ເມື່ອ​ພຣະເຈົ້າ ຜູ້​ແຍກ​ເຮົາ​ໄວ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່ ແລະ ເອີ້ນ​ເຮົາ​ໂດຍ​ພຣະຄຸນ​ຂອງ​ພຣະອົງ, ພຣະອົງ​ພໍໃຈ


ເພາະ​ພວກເຮົາ​ເປັນ​ຜົນງານ​ຂອງ​ພຣະເຈົ້າ ເຊິ່ງ​ໄດ້​ສ້າງ​ຂຶ້ນ​ໃນ​ພຣະຄຣິດເຈົ້າເຢຊູ ເພື່ອ​ໃຫ້​ເຮັດ​ການ​ດີ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ລ່ວງໜ້າ​ເພື່ອ​ໃຫ້​ພວກເຮົາ​ປະຕິບັດ.


ຖ້າ​ພວກເຈົ້າ​ດໍາເນີນ​ຕໍ່ໄປ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຊິ່ງ​ໄດ້​ວາງຮາກ​ລົງ​ຢ່າງ​ໝັ້ນຄົງ ແລະ ຖາວອນ​ແລ້ວ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ. ນີ້​ແມ່ນ​ຂ່າວປະເສີດ​ທີ່​ພວກເຈົ້າ​ໄດ້​ຍິນ ແລະ ໄດ້​ປະກາດ​ແກ່​ທຸກ​ຊີວິດ​ທີ່​ຢູ່​ໃຕ້​ສະຫວັນ ແລະ ເຮົາ​ຄື​ໂປໂລ​ໄດ້​ກາຍເປັນ​ຜູ້ຮັບໃຊ້.


ທີ່​ໄດ້​ມາ​ເຖິງ​ພວກເຈົ້າ​ນັ້ນ. ໃນ​ທຳນອງ​ດຽວ​ກັນ​ນັ້ນ ຂ່າວປະເສີດ​ນີ້​ກໍ​ກຳລັງ​ເກີດຜົນ ແລະ ຂະຫຍາຍ​ໄປ​ທົ່ວ​ໂລກ ເໝືອນ​ທີ່​ກຳລັງ​ມີ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ໄດ້​ຍິນ​ຂ່າວປະເສີດ ແລະ ເຂົ້າໃຈ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ.


ແລະ ເພື່ອ​ຈຸດປະສົງ​ນີ້ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປະກາດ ແລະ ເປັນ​ອັກຄະສາວົກ, ເຮົາ​ກຳລັງ​ເວົ້າ​ຄວາມຈິງ, ເຮົາ​ບໍ່​ໄດ້​ເວົ້າ​ຕົວະ ແລະ ເຮົາ​ເປັນ​ຄູສອນ​ທີ່​ແທ້ຈິງ ແລະ ສັດຊື່​ຂອງ​ບັນດາ​ຄົນຕ່າງຊາດ.


ແລະ ໄດ້​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ປະກາດ, ເປັນ​ອັກຄະສາວົກ ແລະ ເປັນ​ຄູສອນ​ຂ່າວປະເສີດ​ນີ້.


ສິ່ງ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ກ່າວ​ຕໍ່ໜ້າ​ພະຍານ​ຫລາຍຄົນ​ນັ້ນ ຈົ່ງ​ມອບໝາຍ​ໃຫ້​ແກ່​ຜູ້​ທີ່​ເຊື່ອຖືໄດ້ ຜູ້​ທີ່​ມີ​ຄຸນສົມບັດ​ເໝາະສົມ​ທີ່​ຈະ​ສອນ​ຜູ້​ອື່ນ​ດ້ວຍ.


ເຫດຜົນ​ທີ່​ເຮົາ​ໄດ້​ປະ​ເຈົ້າ​ໄວ້​ທີ່​ເກາະ​ກະເຣເຕ​ກໍ​ເພື່ອ​ໃຫ້​ເຈົ້າ​ຈັດການ​ກັບ​ວຽກງານ​ທີ່​ຍັງ​ຄ້າງຄາ ແລະ ແຕ່ງຕັ້ງ​ຄະນະ​ຜູ້ປົກຄອງ​ຂອງ​ຄຣິສຕະຈັກ​ໃນ​ທຸກ​ເມືອງ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້.


ໂດຍ​ຄວາມເຊື່ອ​ອາເບັນ​ໄດ້​ນຳ​ເອົາ​ເຄື່ອງບູຊາ​ທີ່​ດີ​ກວ່າ​ຂອງ​ກາອິນ​ມາ​ຖວາຍ​ແກ່​ພຣະເຈົ້າ. ໂດຍ​ຄວາມເຊື່ອ​ອາເບັນ​ໄດ້​ຮັບ​ການຍົກຍ້ອງ​ວ່າ​ເປັນ​ຜູ້ຊອບທຳ​ເມື່ອ​ພຣະເຈົ້າ​ຊົມເຊີຍ​ເຄື່ອງຖວາຍ​ຂອງ​ເພິ່ນ. ແລະ ໂດຍ​ຄວາມເຊື່ອ​ອາເບັນ​ຈຶ່ງ​ຍັງ​ຖືກ​ເວົ້າ​ເຖິງ​ຢູ່, ເຖິງແມ່ນວ່າ​ເພິ່ນ​ໄດ້​ຕາຍ​ແລ້ວ.


ຜູ້ສ້າງສັນຕິສຸກ​ກໍ​ຫວ່ານ​ໃນ​ສັນຕິສຸກ ຍ່ອມ​ເກັບກ່ຽວ​ຜົນ​ແຫ່ງ​ຄວາມຊອບທຳ.


ແຕ່​ໃນ​ໃຈ​ຂອງ​ພວກເຈົ້າ​ຈົ່ງ​ເຄົາລົບ​ພຣະຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ຕຽມພ້ອມ​ສະເໝີ​ທີ່​ຈະ​ຕອບ​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ເຖິງ​ເຫດຜົນ​ທີ່​ພວກເຈົ້າ​ມີ​ຄວາມຫວັງ​ຢ່າງ​ນີ້. ແຕ່​ຈົ່ງ​ຕອບ​ຢ່າງ​ສຸພາບອ່ອນນ້ອມ ແລະ ໃຫ້ກຽດ.


ເມື່ອ​ພວກເຂົາ​ເຫັນ​ຄວາມ​ບໍລິສຸດ ແລະ ຄວາມຢຳເກງ​ພຣະເຈົ້າ​ໃນ​ຊີວິດ​ຂອງ​ພວກເຈົ້າ.


ນີ້​ຄື​ຄວາມຮັກ ບໍ່​ແມ່ນ​ວ່າ​ພວກເຮົາ​ໄດ້​ຮັກ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ຮັກ​ພວກເຮົາ ແລະ ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມບາບ​ຂອງ​ພວກເຮົາ.


ພວກເຮົາ​ຮັກ​ກໍ​ເພາະ​ພຣະອົງ​ໄດ້​ຮັກ​ພວກເຮົາ​ກ່ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka