Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 15:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ຖ້າ​ພວກເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ ພວກເຈົ້າ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ໃນ​ຄວາມຮັກ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ຖ້າ​ພວກເຈົ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງເຮົາ ເໝືອນ​ດັ່ງ​ເຮົາ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະບິດາເຈົ້າ ແລະ​ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງ​ພຣະອົງ.”

Uka jalj uñjjattʼäta Copia luraña




ໂຢຮັນ 15:10
28 Jak'a apnaqawi uñst'ayäwi  

ບໍ່​ມີ​ຜູ້ໃດ​ຈະ​ຍາດ​ເອົາ​ຊີວິດ​ໄປ​ຈາກ​ເຮົາ, ແຕ່​ເຮົາ​ໄດ້​ສະຫລະ​ຊີວິດ​ດ້ວຍ​ຄວາມສະໝັກໃຈ​ຂອງ​ເຮົາ​ເອງ. ເຮົາ​ມີ​ສິດ​ທີ່​ຈະ​ສະຫລະ​ຊີວິດ​ນັ້ນ ແລະ ມີ​ສິດ​ທີ່​ຈະ​ຮັບ​ຊີວິດ​ຄືນ​ມາ​ອີກ. ເຮົາ​ໄດ້​ຮັບ​ຄຳສັ່ງ​ນີ້​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ”.


ເພາະ​ເຮົາ​ບໍ່​ໄດ້​ກ່າວ​ຕາມໃຈ​ຂອງ​ເຮົາ​ເອງ, ແຕ່​ພຣະບິດາເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ບັນຊາ​ເຮົາ​ໃຫ້​ກ່າວ​ທຸກ​ຄຳ​ທີ່​ເຮົາ​ຕ້ອງ​ກ່າວ.


“ຖ້າ​ພວກເຈົ້າ​ຮັກ​ເຮົາ ຈົ່ງ​ຖືຮັກສາ​ບັນດາ​ຄຳສັ່ງ​ຂອງ​ເຮົາ.


ຜູ້ໃດ​ກໍ​ຕາມ​ທີ່​ຖືຮັກສາ​ຄຳສັ່ງ​ຂອງ​ເຮົາ ແລະ ເຊື່ອຟັງ​ຄຳສັ່ງ​ນັ້ນ ແມ່ນ​ຜູ້​ນັ້ນ​ແຫລະ​ທີ່​ຮັກ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະຮັກ​ຜູ້​ທີ່​ຮັກ​ເຮົາ ແລະ ເຮົາ​ກໍ​ຈະ​ຮັກ​ພວກເຂົາ ແລະ ຈະ​ສະແດງ​ໂຕ​ເຮົາ​ເອງ​ແກ່​ພວກເຂົາ​ດ້ວຍ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຮັກ​ເຮົາ ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ຮັກ​ພວກເຂົາ, ພຣະບິດາເຈົ້າ​ກັບ​ເຮົາ​ຈະ​ມາ​ຫາ​ພວກເຂົາ ແລະ ຈະ​ຢູ່​ກັບ​ພວກເຂົາ.


ແຕ່​ລາວ​ມາ​ເພື່ອ​ໂລກ​ນີ້​ຈະ​ໄດ້​ຮູ້ຈັກ​ວ່າ​ເຮົາ​ຮັກ​ພຣະບິດາເຈົ້າ ແລະ ໄດ້​ເຮັດ​ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ເຮົາ​ໄວ້. “ຈົ່ງ​ລຸກຂຶ້ນ, ໃຫ້​ພວກເຮົາ​ພາກັນ​ໄປ​ເທາະ.


ຂ້ານ້ອຍ​ໄດ້​ຖວາຍ​ສະຫງ່າລາສີ​ແກ່​ພຣະອົງ​ໃນ​ໂລກ ໂດຍ​ເຮັດ​ພາລະກິດ​ທີ່​ພຣະອົງ​ມອບໝາຍ​ໃຫ້​ແກ່​ຂ້ານ້ອຍ​ເຮັດ​ນັ້ນ​ສຳເລັດ​ແລ້ວ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ອາຫານ​ຂອງ​ເຮົາ​ຄື​ການ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ແລະ ເຮັດ​ພັນທະກິດ​ຂອງ​ພຣະອົງ​ໃຫ້​ສຳເລັດ.


ພຣະອົງ​ຜູ້​ໃຊ້​ເຮົາ​ມາ​ກໍ​ສະຖິດ​ຢູ່​ກັບ​ເຮົາ, ພຣະອົງ​ບໍ່​ໄດ້​ປະຖິ້ມ​ເຮົາ​ໄວ້​ພຽງ​ຄົນ​ດຽວ ເພາະ​ເຮົາ​ເຮັດ​ສິ່ງ​ທີ່​ພຣະອົງ​ພໍໃຈ​ສະເໝີ”.


ເຖິງແມ່ນວ່າ​ພວກເຈົ້າ​ຍັງ​ບໍ່​ຮູ້ຈັກ​ພຣະອົງ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ. ຖ້າ​ເຮົາ​ກ່າວ​ວ່າ​ເຮົາ​ບໍ່​ຮູ້ຈັກ​ພຣະອົງ ເຮົາ​ກໍ​ເປັນ​ຄົນຂີ້ຕົວະ​ເໝືອນ​ກັນ​ກັບ​ພວກເຈົ້າ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ ແລະ ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ການ​ທີ່​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ສຳຄັນ​ຫຍັງ. ແຕ່​ສິ່ງ​ສຳຄັນ​ແມ່ນ​ການປະຕິບັດ​ຕາມ​ພຣະບັນຍັດ​ຂອງ​ພຣະເຈົ້າ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ໄດ້​ສັ່ງສອນ​ພວກເຈົ້າ​ແລ້ວ​ວ່າ​ຈະ​ດຳເນີນຊີວິດ​ຢ່າງໃດ​ເພື່ອ​ໃຫ້​ພຣະເຈົ້າ​ພໍໃຈ ຕາມ​ຄວາມເປັນຈິງ​ພວກເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ຢູ່​ແລ້ວ. ບັດນີ້ ພວກເຮົາ​ຂໍຮ້ອງ​ພວກເຈົ້າ ແລະ ຊັກຊວນ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເຮັດ​ສິ່ງ​ນີ້​ຫລາຍ​ກວ່າ​ເກົ່າ​ອີກ


ມະຫາ​ປະໂລຫິດ​ຢ່າງ​ນີ້​ແຫລະ​ທີ່​ຕອບສະຫນອງ​ຄວາມຈຳເປັນ​ຂອງ​ພວກເຮົາ​ໄດ້ ຄື​ປະໂລຫິດ​ຜູ້​ບໍລິສຸດ, ບໍ່​ມີ​ຕຳໜິ, ບໍ່ມີມົນທິນ, ແຍກ​ຈາກ​ບັນດາ​ຄົນບາບ, ເປັນ​ທີ່​ເທີດທູນ​ເໜືອ​ຟ້າສະຫວັນ.


ເພາະ​ຖ້າ​ພວກເຂົາ​ບໍ່​ຮູ້​ຈັກ​ທາງ​ແຫ່ງ​ຄວາມຊອບທຳ​ນັ້ນ​ກໍ​ຍັງ​ດີ​ກວ່າ​ໄດ້​ຮູ້ຈັກ​ແລ້ວ​ຫັນຫລັງ​ໃຫ້​ກັບ​ກົດບັນຍັດ​ອັນ​ສັກສິດ ເຊິ່ງ​ສືບທອດ​ມາ​ເຖິງ​ພວກເຂົາ.


ຖ້າ​ພວກເຮົາ​ຖືຮັກສາ​ບັນດາ​ຄຳສັ່ງ​ຂອງ​ພຣະອົງ ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ຮູ້ຈັກ​ພຣະອົງ.


ແຕ່​ຖ້າ​ຜູ້ໃດ​ກໍ​ຕາມ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ ຄວາມຮັກ​ຕໍ່​ພຣະເຈົ້າ​ກໍ​ຄົບຖ້ວນ​ສົມບູນ​ຢູ່​ໃນ​ຜູ້​ນັ້ນ​ຢ່າງ​ແທ້ຈິງ. ດ້ວຍ​ວິທີ​ນີ້​ພວກເຮົາ​ຈຶ່ງ​ຮູ້​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ​ຄື:


ຜູ້ໃດ​ກໍຕາມ​ທີ່​ອ້າງ​ວ່າ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ຜູ້​ນັ້ນ​ຈະ​ຕ້ອງ​ດຳເນີນຊີວິດ​ເໝືອນດັ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ດຳເນີນ.


ຕາມ​ຄວາມເປັນຈິງ​ແລ້ວ, ນີ້​ເປັນ​ຄວາມຮັກ​ຕໍ່​ພຣະເຈົ້າ​ຄື: ການ​ຖືຮັກສາ​ຄຳສັ່ງ​ຂອງ​ພຣະອົງ. ແລະ ຄຳສັ່ງ​ຂອງ​ພຣະອົງ​ກໍ​ບໍ່​ເປັນ​ພາລະໜັກ,


“ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຊຳລະ​ເສື້ອຄຸມ​ຂອງ​ຕົນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ມີ​ສິດ​ໃນ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ຜ່ານ​ປະຕູ​ເຂົ້າ​ສູ່​ນະຄອນ​ນັ້ນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka