Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 14:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ພຣະເຢຊູເຈົ້າ​ຕອບ​ວ່າ, “ຟີລິບ​ເອີຍ, ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ຕັ້ງ​ດົນນານ​ແລ້ວ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ເຮົາ​ບໍ? ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນ​ພຣະບິດາເຈົ້າ. ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ບອກ​ວ່າ, ‘ຂໍ​ສະແດງ​ພຣະບິດາເຈົ້າ​ໃຫ້​ພວກຂ້ານ້ອຍ​ໄດ້​ເຫັນ’?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ພຣະເຢຊູເຈົ້າ​ຕອບ​ວ່າ, “ຟີລິບ​ເອີຍ ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ຕັ້ງ​ດົນນານ ແລະ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ເຮົາ​ບໍ? ຜູ້​ທີ່​ໄດ້​ເຫັນ​ເຮົາ ກໍໄດ້​ເຫັນ​ພຣະບິດາເຈົ້າ ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ໂຜດ​ໃຫ້​ພວກ​ຂ້ານ້ອຍ​ໄດ້​ເຫັນ​ພຣະບິດາເຈົ້າ​ແດ່ທ້ອນ?’

Uka jalj uñjjattʼäta Copia luraña




ໂຢຮັນ 14:9
16 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ​ເອີຍ, ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ”.


ພວກ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ຮູ້ຈັກ​ຕີຄວາມໝາຍ​ປາກົດການ​ຂອງ​ແຜ່ນດິນໂລກ ແລະ ທ້ອງຟ້າ. ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຮູ້​ຕີ​ຄວາມໝາຍ​ປາກົດການ​ຂອງ​ປັດຈຸບັນ​ນີ້?


ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ເຮົາ​ກັບ​ພຣະບິດາເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ”.


ຜູ້​ທີ່​ເບິ່ງ​ເຮົາ​ກໍ​ເຫັນ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.


ໃນ​ວັນ​ນັ້ນ ພວກເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພວກເຈົ້າ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ພວກເຈົ້າ.


ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ​ແທ້ໆ ພວກເຈົ້າ​ກໍ​ຈະ​ຮູ້ຈັກ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ. ຕັ້ງ​ແຕ່​ນີ້​ໄປ, ພວກເຈົ້າ​ກໍ​ຮູ້ຈັກ​ພຣະອົງ ແລະ ໄດ້​ເຫັນ​ພຣະອົງ​ແລ້ວ”.


ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ພຣະບິດາເຈົ້າ​ຂອງ​ທ່ານ​ຢູ່​ໃສ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ເຮົາ ຫລື ພຣະບິດາເຈົ້າ​ຂອງ​ເຮົາ, ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ ພວກເຈົ້າ​ກໍ​ຮູ້ຈັກ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ”.


ແຕ່​ຖ້າ​ໄດ້​ປະກາດ​ວ່າ​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ແລ້ວ, ດ້ວຍເຫດໃດ ບາງຄົນ​ໃນ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ​ບໍ່​ມີ​ການເປັນຄືນມາຈາກຕາຍ?


ຜູ້​ມີ​ສະພາບ​ເປັນ​ພຣະເຈົ້າ, ແຕ່​ບໍ່​ໄດ້​ຄິດ​ໃຊ້​ເພື່ອ​ຄວາມ​ເທົ່າທຽມ​ກັບ​ພຣະເຈົ້າ​ເພື່ອ​ຜົນປະໂຫຍດ​ຂອງ​ພຣະອົງ​ເອງ,


ພຣະບຸດ​ເປັນ​ແບບ​ລັກສະນະ​ຂອງ​ພຣະເຈົ້າ​ຜູ້​ທີ່​ພວກເຮົາ​ບໍ່​ສາມາດ​ເບິ່ງ​ເຫັນ​ໄດ້, ເປັນ​ບຸດກົກ​ເໜືອ​ສິ່ງ​ທີ່​ສ້າງ​ທັງໝົດ.


ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka