4 ພວກເຈົ້າຮູ້ຈັກທາງໄປສູ່ບ່ອນທີ່ເຮົາກຳລັງຈະໄປນັ້ນ”.
4 ພວກເຈົ້າຮູ້ຈັກທາງທີ່ເຮົາຈະໄປນັ້ນ.”
ພຣະຄຣິດເຈົ້າຕ້ອງທົນທຸກທໍລະມານຕໍ່ສິ່ງເຫລົ່ານັ້ນກ່ອນ ແລ້ວຈຶ່ງເຂົ້າສູ່ສະຫງ່າລາສີຂອງພຣະອົງບໍ່ແມ່ນບໍ?”
ເຮົານີ້ແຫລະເປັນປະຕູນັ້ນ ຜູ້ໃດກໍຕາມທີ່ເຂົ້າມາທາງເຮົາຈະໄດ້ພົ້ນ. ພວກເຂົາຈະເຂົ້າມາ ແລະ ອອກໄປ, ແລ້ວກໍພົບທົ່ງຫຍ້າ.
ຜູ້ໃດກໍຕາມທີ່ຮັບໃຊ້ເຮົາຜູ້ນັ້ນຕ້ອງຕິດຕາມເຮົາມາ ແລະ ເຮົາຢູ່ບ່ອນໃດ, ຜູ້ຮັບໃຊ້ຂອງເຮົາກໍຈະຢູ່ບ່ອນນັ້ນເໝືອນກັນ. ພຣະບິດາເຈົ້າຂອງເຮົາຈະໃຫ້ກຽດແກ່ຜູ້ທີ່ຮັບໃຊ້ເຮົາ.
ພຣະເຢຊູເຈົ້າຮູ້ວ່າພຣະບິດາເຈົ້າໄດ້ມອບທຸກສິ່ງໄວ້ໃຕ້ອຳນາດຂອງພຣະອົງ ແລະ ຮູ້ວ່າພຣະອົງມາຈາກພຣະເຈົ້າ ແລະ ກຳລັງກັບເມືອຫາພຣະເຈົ້າ.
ໃນຜາສາດຂອງພຣະບິດາເຈົ້າຂອງເຮົາມີຫ້ອງຢູ່ຫລວງຫລາຍ; ຖ້າບໍ່ມີເຮົາຄົງໄດ້ບອກພວກເຈົ້າແລ້ວ ເຮົາກຳລັງໄປບ່ອນນັ້ນ ເພື່ອຈັດຕຽມບ່ອນໄວ້ສຳລັບພວກເຈົ້າ,
“ພວກເຈົ້າໄດ້ຍິນເຮົາບອກພວກເຈົ້າແລ້ວວ່າ, ‘ເຮົາກຳລັງຈະຈາກໄປ ແລະ ເຮົາກຳລັງຈະກັບມາຫາພວກເຈົ້າອີກ’. ຖ້າພວກເຈົ້າຮັກເຮົາ ພວກເຈົ້າກໍຈະດີໃຈທີ່ເຮົາກຳລັງໄປຫາພຣະບິດາເຈົ້າ ເພາະພຣະບິດາເຈົ້າຍິ່ງໃຫຍ່ກວ່າເຮົາ.
ແລະ ເມື່ອເຮົາໄປຈັດຕຽມບ່ອນໄວ້ສຳລັບພວກເຈົ້າ, ເຮົາຈະກັບຄືນມາຮັບເອົາພວກເຈົ້າໄປຢູ່ກັບເຮົາເພື່ອວ່າເຮົາຢູ່ທີ່ໃດພວກເຈົ້າກໍຈະຢູ່ທີ່ນັ້ນເໝືອນກັນ.
ໂທມາເວົ້າຕໍ່ພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພວກຂ້ານ້ອຍບໍ່ຮູ້ຈັກວ່າທ່ານກຳລັງຈະໄປໃສ, ດັ່ງນັ້ນພວກຂ້ານ້ອຍຈະຮູ້ຈັກທາງນັ້ນໄດ້ຢ່າງໃດ?”
ເຮົາມາຈາກພຣະບິດາເຈົ້າ ແລະ ເຂົ້າມາໃນໂລກ, ບັດນີ້ ເຮົາກຳລັງຈະໄປຈາກໂລກ ແລະ ກັບໄປຫາພຣະບິດາເຈົ້າ”.
ຜູ້ໃດທີ່ເຊື່ອໃນພຣະບຸດກໍມີຊີວິດນິລັນດອນ, ແຕ່ຜູ້ໃດທີ່ບໍ່ຍອມຮັບພຣະບຸດກໍຈະບໍ່ໄດ້ຊີວິດນິລັນດອນ, ເພາະຄວາມໂກດຮ້າຍຂອງພຣະເຈົ້າຍັງຢູ່ກັບພວກເຂົາ.
ເພາະພຣະບິດາເຈົ້າຂອງເຮົາປະສົງໃຫ້ທຸກຄົນທີ່ແນມເບິ່ງພຣະບຸດ ແລະ ເຊື່ອໃນພຣະອົງຈະມີຊີວິດນິລັນດອນ ແລະ ເຮົາຈະໃຫ້ພວກເຂົາເປັນຄືນມາໃນວັນສຸດທ້າຍ”.