Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 13:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ຊີໂມນ​ເປໂຕ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຖ້າ​ເປັນ​ຢ່າງ​ນັ້ນ​ບໍ່​ພຽງ​ແຕ່​ຕີນ​ຂອງ​ຂ້ານ້ອຍ ແຕ່​ລ້າງ​ທັງ​ມື ແລະ ຫົວ​ຂອງ​ຂ້ານ້ອຍ​ນຳ​ດ້ວຍ!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຊີໂມນ​ເປໂຕ​ຕອບ​ພຣະອົງ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ພຣະອົງເຈົ້າ​ເອີຍ ບໍ່​ແມ່ນ​ແຕ່​ຕີນ​ເທົ່ານັ້ນ ລ້າງ​ທັງ​ມື​ແລະ​ຫົວ​ຂອງ​ຂ້ານ້ອຍ​ນຳ​ດ້ວຍ.”

Uka jalj uñjjattʼäta Copia luraña




ໂຢຮັນ 13:9
9 Jak'a apnaqawi uñst'ayäwi  

ເມື່ອ​ປີລາດ​ເຫັນ​ວ່າ​ບໍ່​ມີ​ຜົນ​ຫຍັງ​ມີ​ແຕ່​ການວຸ້ນວາຍ​ກຳລັງ​ເກີດຂຶ້ນ, ເພິ່ນ​ຈຶ່ງ​ເອົາ​ນ້ຳ​ມາ ແລະ ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ຂ້າພະເຈົ້າ​ບໍລິສຸດ​ຈາກ​ເລືອດ​ຂອງ​ຊາຍ​ຄົນ​ນີ້ ແຕ່​ເປັນ​ຄວາມຮັບຜິດຊອບ​ຂອງ​ພວກທ່ານ!”


ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ວ່າ, “ຜູ້​ທີ່​ອາບນ້ຳ​ແລ້ວ​ລ້າງ​ແຕ່​ຕີນ​ກໍ​ພໍ ເພາະ​ທົ່ວ​ທັງ​ຮ່າງກາຍ​ກໍ​ສະອາດ​ຢູ່​ແລ້ວ. ພວກເຈົ້າ​ທັງຫລາຍ​ກໍ​ສະອາດ ເຖິງ​ວ່າ​ຈະ​ບໍ່​ແມ່ນ​ໝົດ​ທຸກ​ຄົນ”.


ເປໂຕ​ຕອບ​ວ່າ, “ບໍ່, ພຣະອົງ​ຈະ​ລ້າງ​ຕີນ​ຂອງ​ຂ້ານ້ອຍ​ບໍ່​ໄດ້”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ເຮົາ​ບໍ່​ລ້າງຕີນ​ໃຫ້​ເຈົ້າ ເຈົ້າ​ຈະ​ບໍ່​ມີ​ສ່ວນ​ໃນ​ເຮົາ”.


ກໍ​ໃຫ້​ພວກເຮົາ​ເຂົ້າ​ໃກ້​ພຣະເຈົ້າ​ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ຄວາມໝັ້ນໃຈ​ຢ່າງ​ເຕັມທີ່​ໃນ​ຄວາມເຊື່ອ ໂດຍ​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການຊິດໃສ່​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ໝົດ​ຈາກ​ຈິດສຳນຶກ​ທີ່​ຟ້ອງ​ວ່າ​ຕົນ​ຜິດ ແລະ ຮ່າງກາຍ​ຂອງ​ພວກເຮົາ​ໄດ້​ຮັບ​ການຊຳລະລ້າງ​ດ້ວຍ​ນ້ຳ​ບໍລິສຸດ​ແລ້ວ.


ແລະ ນ້ຳ​ນີ້​ເປັນ​ສັນຍາລັກ​ການຮັບບັບຕິສະມາ ເຊິ່ງ​ບັດນີ້​ໄດ້​ຊ່ວຍ​ພວກເຈົ້າ​ທັງຫລາຍ​ໃຫ້​ລອດພົ້ນ​ເໝືອນກັນ ບໍ່​ແມ່ນ​ເປັນ​ການ​ກຳຈັດ​ສິ່ງ​ເປື້ອນເປິ​ອອກ​ຈາກ​ຮ່າງກາຍ ແຕ່​ເປັນ​ການ​ປະຕິຍານ​ຕໍ່​ພຣະເຈົ້າ​ວ່າ​ຈະ​ຮັກສາ​ຈິດສຳນຶກ​ທີ່​ດີ. ບັບຕິສະມາ​ໄດ້​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໂດຍ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka