Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 13:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ເປໂຕ​ຕອບ​ວ່າ, “ບໍ່, ພຣະອົງ​ຈະ​ລ້າງ​ຕີນ​ຂອງ​ຂ້ານ້ອຍ​ບໍ່​ໄດ້”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ເຮົາ​ບໍ່​ລ້າງຕີນ​ໃຫ້​ເຈົ້າ ເຈົ້າ​ຈະ​ບໍ່​ມີ​ສ່ວນ​ໃນ​ເຮົາ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ເປໂຕ​ຕອບ​ວ່າ, “ພຣະອົງ​ຈະ​ລ້າງ​ຕີນ​ຂ້ານ້ອຍ​ບໍ່ໄດ້​ຈັກເທື່ອ.” ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ບໍ່​ລ້າງ​ຕີນ​ເຈົ້າ ເຈົ້າ​ກໍ​ບໍ່ໄດ້​ມີ​ສ່ວນ​ໃນ​ເຮົາ.”

Uka jalj uñjjattʼäta Copia luraña




ໂຢຮັນ 13:8
28 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເປໂຕ​ຈຶ່ງ​ໄດ້​ພາ​ພຣະອົງ​ຫລີກ​ໄປ​ຕ່າງຫາກ ແລະ ເລີ່ມ​ຕຳໜິ​ພຣະອົງ​ວ່າ, “ບໍ່​ແມ່ນ​ດອກ, ອົງພຣະຜູ້ເປັນເຈົ້າ​ເອີຍ! ສິ່ງ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ກັບ​ພຣະອົງ​ຈັກເທື່ອ!”


“ລູກຊາຍກົກ​ຕອບ​ວ່າ, ‘ລູກ​ບໍ່​ໄປ’, ແຕ່​ຕໍ່ມາ​ລາວ​ກໍ​ປ່ຽນໃຈ ແລະ ກໍ​ໄປ​ເຮັດວຽກ.


ເປໂຕ​ຈຶ່ງ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ທຸກຄົນ​ຈະ​ໜີ​ໄປ​ຈາກ​ພຣະອົງ​ກໍ​ຕາມ ຂ້ານ້ອຍ​ຈະ​ບໍ່​ໜີ​ຈາກ​ພຣະອົງ​ຈັກ​ເທື່ອ”.


ແຕ່​ເປໂຕ​ປະກາດ​ວ່າ, “ເຖິງ​ແມ່ນ​ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ກັບ​ພຣະອົງ ຂ້ານ້ອຍ​ກໍ​ຈະ​ບໍ່​ປະຕິເສດ​ພຣະອົງ​ຈັກ​ເທື່ອ”. ແລ້ວ​ພວກສາວົກ​ທຸກຄົນ​ກໍ​ເວົ້າ​ຢ່າງ​ນັ້ນ​ເໝືອນກັນ.


ເມື່ອ​ພຣະອົງ​ມາ​ຮອດ​ຊີໂມນ​ເປໂຕ ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຈະ​ລ້າງ​ຕີນ​ຂອງ​ຂ້ານ້ອຍ​ບໍ?”


ຊີໂມນ​ເປໂຕ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຖ້າ​ເປັນ​ຢ່າງ​ນັ້ນ​ບໍ່​ພຽງ​ແຕ່​ຕີນ​ຂອງ​ຂ້ານ້ອຍ ແຕ່​ລ້າງ​ທັງ​ມື ແລະ ຫົວ​ຂອງ​ຂ້ານ້ອຍ​ນຳ​ດ້ວຍ!”


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່​ເກີດ​ຈາກ​ນ້ຳ ແລະ ຈາກ​ພຣະວິນຍານ ຜູ້​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ໄດ້.


ແລະ ບັດນີ້ ເຈົ້າ​ຊັກຊ້າ​ຢູ່​ເຮັດຫຍັງ? ຈົ່ງ​ລຸກຂຶ້ນ​ຮັບ​ບັບຕິສະມາ ແລະ ຊຳລະ​ລ້າງ​ບາບ​ທັງຫລາຍ​ຂອງ​ເຈົ້າ ໂດຍ​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ’.


ແລະ ບາງຄົນ​ໃນ​ພວກເຈົ້າ​ກໍ​ເຄີຍ​ເປັນ​ຢ່າງ​ນັ້ນ. ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະລ້າງ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ, ພວກເຈົ້າ​ໄດ້​ຖືກ​ນັບ​ເປັນ​ຜູ້ຊອບທຳ​ແລ້ວ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ເພື່ອ​ເຮັດ​ໃຫ້​ຄຣິສຕະຈັກ​ບໍລິສຸດ​ໂດຍ​ການ​ຊຳລະ​ຄຣິສຕະຈັກ​ນັ້ນ​ດ້ວຍ​ນ້ຳ​ຜ່ານທາງ​ພຣະຄຳ,


ຢ່າ​ໃຫ້​ຜູ້ໃດ​ທີ່​ຊື່ນຊົມ​ກັບ​ການ​ເຮັດ​ທ່າທີ​ຄື​ຖ່ອມໂຕ ແລະ ການ​ຂາບໄຫວ້​ເທວະດາ​ເຮັດ​ໃຫ້​ພວກເຈົ້າ​ໝົດ​ສິດ​ຮັບ​ລາງວັນ. ຄົນ​ຢ່າງ​ນັ້ນ​ໄຝ່ຝັນ​ເຖິງ​ແຕ່​ສິ່ງ​ທີ່​ພວກເຂົາ​ໄດ້​ເຫັນ. ພວກເຂົາ​ອວດໂຕ​ຂຶ້ນ​ດ້ວຍ​ຄວາມຄິດ​ໄຮ້ສາລະ​ຕາມ​ຈິດໃຈ​ຝ່າຍ​ເນື້ອໜັງ.


ຄວາມຈິງແລ້ວ ກົດເກນ​ເຫລົ່ານີ້​ເບິ່ງ​ຄື​ມີ​ປັນຍາ, ພວກເຂົາ​ນະມັດສະການ​ຕາມໃຈ​ທີ່​ກຳນົດ​ຂຶ້ນ​ເອງ, ເຮັດ​ທ່າທີ​ຄື​ຖ່ອມໂຕ ແລະ ທໍລະມານ​ຮ່າງກາຍ​ຂອງ​ຕົນ ແຕ່​ສິ່ງເຫລົ່ານີ້​ກໍ​ບໍ່ມີ​ປະໂຫຍດ​ອັນໃດ​ໃນ​ການຄວບຄຸມ​ກິເລດຕັນຫາ​ເລີຍ.


ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ລອດພົ້ນ, ບໍ່​ແມ່ນ​ເພາະ​ຄວາມຊອບທຳ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ. ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຜ່ານທາງ​ການຊຳລະ​ແຫ່ງ​ການ​ບັງເກີດ​ໃໝ່ ແລະ ການ​ສ້າງ​ຂຶ້ນ​ໃໝ່​ໂດຍ​ພຣະວິນຍານບໍລິສຸດເຈົ້າ


ກໍ​ໃຫ້​ພວກເຮົາ​ເຂົ້າ​ໃກ້​ພຣະເຈົ້າ​ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ຄວາມໝັ້ນໃຈ​ຢ່າງ​ເຕັມທີ່​ໃນ​ຄວາມເຊື່ອ ໂດຍ​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການຊິດໃສ່​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ໝົດ​ຈາກ​ຈິດສຳນຶກ​ທີ່​ຟ້ອງ​ວ່າ​ຕົນ​ຜິດ ແລະ ຮ່າງກາຍ​ຂອງ​ພວກເຮົາ​ໄດ້​ຮັບ​ການຊຳລະລ້າງ​ດ້ວຍ​ນ້ຳ​ບໍລິສຸດ​ແລ້ວ.


ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພະຍານ​ທີ່​ສັດຊື່, ຜູ້​ເປັນ​ບຸດກົກ​ຈາກ​ບັນດາ​ຄົນຕາຍ ແລະ ເປັນ​ຜູ້ປົກຄອງ​ເໜືອ​ກະສັດ​ທັງຫລາຍ​ຂອງ​ໂລກ. ແດ່​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ ແລະ ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມບາບ​ຂອງ​ພວກເຮົາ​ໂດຍ​ໂລຫິດ​ຂອງ​ພຣະອົງ,


ຂ້າພະເຈົ້າ​ຕອບ​ວ່າ, “ທ່ານ​ເອີຍ ທ່ານ​ເອງ​ຍ່ອມ​ຮູ້​ຢູ່​ແລ້ວ”. ແລະ ທ່ານ​ຜູ້​ນັ້ນ​ຈຶ່ງ​ເວົ້າ​ວ່າ, “ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ມາ​ຈາກ​ຄວາມທຸກຍາກລຳບາກ​ຄັ້ງໃຫຍ່ ພວກເຂົາ​ໄດ້​ຊຳລະ​ເສື້ອຄຸມ​ຂອງ​ຕົນ ແລະ ເຮັດ​ໃຫ້​ຕົນ​ຂາວ​ດ້ວຍ​ເລືອດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka