Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 13:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ພຣະເຢຊູເຈົ້າ​ຕອບ​ວ່າ, “ສິ່ງ​ທີ່​ເຮົາ​ກຳລັງ​ເຮັດ​ຢູ່​ໃນ​ເວລາ​ນີ້​ເຈົ້າ​ບໍ່​ເຂົ້າໃຈ ແຕ່​ເຈົ້າ​ຈະ​ເຂົ້າໃຈ​ຕາມພາຍຫລັງ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຈົ້າ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ຢູ່​ດຽວ​ນີ້, ແຕ່​ເຈົ້າ​ຈະ​ເຂົ້າໃຈ​ຕາມ​ພາຍຫລັງ.”

Uka jalj uñjjattʼäta Copia luraña




ໂຢຮັນ 13:7
11 Jak'a apnaqawi uñst'ayäwi  

ໃນ​ຕອນທຳອິດ​ນັ້ນ​ພວກສາວົກ​ຂອງ​ພຣະອົງ​ບໍ່​ທັນ​ເຂົ້າໃຈ​ເຫດການ​ທັງໝົດ​ນີ້. ແຕ່​ເມື່ອ​ຫລັງຈາກ​ພຣະເຢຊູເຈົ້າ​ໄດ້​ຮັບ​ສະຫງ່າລາສີ​ແລ້ວ ພວກເພິ່ນ​ຈຶ່ງ​ຮູ້​ວ່າ​ສິ່ງ​ເຫລົ່ານີ້​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ ແລະ ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ຕໍ່​ພຣະອົງ.


ຊີໂມນ​ເປໂຕ​ຖາມ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ກຳລັງ​ຈະ​ໄປ​ໃສ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ບ່ອນ​ທີ່​ເຮົາ​ກຳລັງ​ຈະ​ໄປ​ໃນ​ເວລາ​ນີ້​ນັ້ນ ເຈົ້າ​ຕາມ​ໄປ​ບໍ່​ໄດ້ ແຕ່​ພາຍຫລັງ​ເຈົ້າ​ຈະ​ຕາມ​ໄປ”.


ເມື່ອ​ພຣະອົງ​ມາ​ຮອດ​ຊີໂມນ​ເປໂຕ ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຈະ​ລ້າງ​ຕີນ​ຂອງ​ຂ້ານ້ອຍ​ບໍ?”


ແຕ່​ພຣະຜູ້ຊ່ວຍ​ຄື​ອົງ​ພຣະວິນຍານບໍລິສຸດເຈົ້າ ຜູ້​ທີ່​ພຣະບິດາເຈົ້າ​ຈະ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ຈະ​ສັ່ງສອນ​ທຸກສິ່ງ​ແກ່​ພວກເຈົ້າ ແລະ ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ທຸກສິ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka