Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 13:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ມີ​ຜູ້​ໜຶ່ງ​ໃນ​ພວກສາວົກ​ທີ່​ພຣະເຢຊູເຈົ້າ​ຮັກ​ກຳລັງ​ນັ່ງເອນໂຕ​ໃກ້​ກັບ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ມີ​ຄົນ​ໜຶ່ງ​ໃນ​ພວກ​ສາວົກ​ທີ່​ພຣະອົງ​ຊົງ​ຮັກ​ນັ່ງ​ເນີ້ງຕົວ​ອີງ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña




ໂຢຮັນ 13:23
15 Jak'a apnaqawi uñst'ayäwi  

“ຢູ່​ຕໍ່ມາ ຂໍທານ​ນັ້ນ​ກໍ​ໄດ້​ຕາຍ ແລະ ບັນດາ​ເທວະດາ​ໄດ້​ຮັບ​ລາວ​ໄປ​ໄວ້​ຢູ່​ທາງ​ຂ້າງ​ຂອງ​ອັບຣາຮາມ. ຝ່າຍ​ເສດຖີ​ຄົນ​ນັ້ນ​ກໍ​ຕາຍ​ໄປ​ເໝືອນກັນ ແລະ ຖືກ​ຝັງ​ໄວ້.


ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ແລະ ເປັນ​ຜູ້​ທີ່​ມີ​ຄວາມສຳພັນ​ໃກ້ຊິດ​ທີ່ສຸດ​ກັບ​ພຣະບິດາເຈົ້າ ໄດ້​ເປີດເຜີຍ​ພຣະເຈົ້າ​ພວກເຮົາ​ຮູ້ຈັກ.


ດັ່ງນັ້ນ ເອື້ອຍ​ທັງ​ສອງ​ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຜູ້​ທີ່​ພຣະອົງ​ຮັກ​ນັ້ນ​ກຳລັງ​ປ່ວຍ​ຢູ່”.


ແລ້ວ​ພວກ​ຢິວ​ຈຶ່ງ​ເວົ້າ​ວ່າ, “ເບິ່ງ​ແມ, ພຣະອົງ​ຮັກ​ລາວ​ຫລາຍ​ປານໃດ!”


ພຣະເຢຊູເຈົ້າ​ຮັກ​ມາທາ​ກັບ​ນ້ອງສາວ​ຂອງ​ນາງ ແລະ ລາຊາໂຣ.


ຊີໂມນ​ເປໂຕ​ຍິກ​ໜ້າ​ບອກ​ສາວົກ​ຜູ້​ນີ້ ແລະ ເວົ້າ​ວ່າ, “ຈົ່ງ​ຖາມ​ພຣະອົງ​ວ່າ​ພຣະອົງ​ໝາຍ​ເຖິງ​ຄົນ​ໃດ”.


ຂະນະ​ທີ່​ເນີ້ງໂຕ​ອີງ​ພຣະເຢຊູເຈົ້າ​ຢູ່​ນັ້ນ ເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຄົນ​ນັ້ນ​ແມ່ນ​ຜູ້ໃດ?”


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ແມ່​ຂອງ​ພຣະອົງ ແລະ ສາວົກ​ທີ່​ພຣະອົງ​ຮັກ​ຢືນ​ຢູ່​ໃກ້ໆ, ພຣະອົງ​ຈຶ່ງ​ກ່າວ​ກັບ​ແມ່​ຂອງ​ພຣະອົງ​ວ່າ, “ນາງ​ເອີຍ, ນີ້​ແຫລະ ຄື​ລູກຊາຍ​ຂອງ​ເຈົ້າ”


ດັ່ງນັ້ນ ນາງ​ຈຶ່ງ​ແລ່ນ​ໄປ​ຫາ​ຊີໂມນ​ເປໂຕ ແລະ ສາວົກ​ຄົນ​ອື່ນ​ຜູ້​ທີ່​ພຣະເຢຊູເຈົ້າ​ຮັກ​ນັ້ນ ແລະ ເວົ້າ​ວ່າ, “ພວກເຂົາ​ໄດ້​ເອົາ​ອົງພຣະຜູ້ເປັນເຈົ້າ​ອອກ​ຈາກ​ອຸບມຸງ​ແລ້ວ ແລະ ພວກເຮົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ເອົາ​ພຣະອົງ​ໄປ​ໄວ້​ບ່ອນໃດ!”


ເປໂຕ​ຫັນຫລັງ​ມາ​ເຫັນ​ສາວົກ​ທີ່​ພຣະເຢຊູເຈົ້າ​ຮັກ​ກຳລັງ​ຕິດຕາມ​ມາ (ເຊິ່ງ​ເປັນ​ສາວົກ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ເນີ້ງ​ໂຕ​ອີງ​ພຣະເຢຊູເຈົ້າ​ໃນ​ລະຫວ່າງ​ຮັບປະທານ​ອາຫານຄ່ຳ​ໃນ​ວັນ​ນັ້ນ ແລະ ເຄີຍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ແມ່ນ​ຜູ້ໃດ​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ?”)


ສາວົກ​ຄົນ​ນີ້​ແຫລະ ທີ່​ເປັນ​ພະຍານ​ເຖິງ​ເຫດການ​ເຫລົ່ານີ້ ແລະ ເປັນ​ຜູ້​ຈົດ​ບັນທຶກ​ໄວ້. ພວກເຮົາ​ກໍ​ຮູ້ຈັກ​ວ່າ​ຄຳພະຍານ​ຂອງ​ເພິ່ນ​ນັ້ນ​ເປັນ​ຈິງ.


ແລ້ວ​ສາວົກ​ຄົນ​ທີ່​ພຣະເຢຊູເຈົ້າ​ຮັກ​ຈຶ່ງ​ເວົ້າ​ກັບ​ເປໂຕ​ວ່າ, “ແມ່ນ​ອົງພຣະຜູ້ເປັນເຈົ້າ!” ເມື່ອ​ຊີໂມນ​ເປໂຕ​ໄດ້​ຍິນ​ລາວ​ເວົ້າ​ວ່າ, “ແມ່ນ​ອົງພຣະຜູ້ເປັນເຈົ້າ” ເປໂຕ​ກໍ​ຈັບ​ເສື້ອຊັ້ນນອກ​ມາ​ນຸ່ງ (ເພາະ​ເພິ່ນ​ໄດ້​ຖອດ​ໄວ້) ແລ້ວ​ໂດດ​ລົງ​ນ້ຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka