Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 13:22 - ພຣະຄຳພີລາວສະບັບສະໄໝໃໝ່

22 ພວກສາວົກ​ແນມເບິ່ງ​ໜ້າ​ກັນ ບໍ່​ຮູ້​ວ່າ​ພຣະອົງ​ໝາຍ​ເຖິງ​ຄົນ​ໃດ​ໃນ​ພວກເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 ພວກ​ສາວົກ​ແນມ​ເບິ່ງ​ໜ້າ​ກັນແລະກັນ ສົງໄສ​ວ່າ​ຄົນ​ທີ່​ພຣະອົງ​ກ່າວ​ເຖິງ​ນັ້ນ​ໝາຍ​ເຖິງ​ຜູ້ໃດ.

Uka jalj uñjjattʼäta Copia luraña




ໂຢຮັນ 13:22
9 Jak'a apnaqawi uñst'ayäwi  

ແລະ ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ”.


ຝ່າຍ​ພວກສາວົກ​ກໍ​ເປັນ​ທຸກໃຈ​ຫລາຍ ແລະ ທຸກຄົນ​ຕ່າງ​ກໍ​ເລີ່ມ​ຖາມ​ພຣະອົງ​ເທື່ອລະຄົນ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຄົງ​ບໍ່​ໝາຍ​ເຖິງ​ຂ້ານ້ອຍ​ແມ່ນ​ບໍ?”


ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ນັ່ງເອນໂຕ​ຮັບປະທານ​ອາຫານ​ຢູ່​ທີ່​ໂຕະອາຫານ ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ ຄື​ຜູ້​ທີ່​ກຳລັງ​ຮັບປະທານ​ອາຫານ​ຮ່ວມ​ກັບ​ເຮົາ”.


ພວກສາວົກ​ຕ່າງ​ກໍ​ເສຍໃຈ ແລະ ຖາມ​ພຣະອົງ​ເທື່ອລະຄົນ​ວ່າ, “ພຣະອົງ​ຄົງ​ບໍ່​ໝາຍ​ເຖິງ​ຂ້ານ້ອຍ​ແມ່ນ​ບໍ?”


ແຕ່​ມື​ຂອງ​ຜູ້​ທີ່​ຈະ​ທໍລະຍົດ​ເຮົາ​ກໍ​ຢູ່​ເທິງ​ໂຕະ​ນີ້​ດ້ວຍ​ກັນ​ກັບ​ເຮົາ.


ພວກສາວົກ​ຈຶ່ງ​ເລີ່ມ​ຖາມ​ກັນ​ເອງ​ວ່າ​ແມ່ນ​ຜູ້ໃດ​ໃນ​ພວກເພິ່ນ​ທີ່​ຈະ​ເຮັດ​ຢ່າງ​ນີ້.


“ເຮົາ​ບໍ່​ໄດ້​ໝາຍ​ເຖິງ​ທຸກ​ຄົນ​ໃນ​ພວກເຈົ້າ, ເຮົາ​ຮູ້ຈັກ​ບັນດາ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້​ນັ້ນ ແຕ່​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ພຣະຄຳພີ​ທີ່​ກ່າວ​ໄວ້​ວ່າ: ‘ຜູ້​ທີ່​ຮັບປະທານ​ອາຫານ​ຮ່ວມ​ກັບ​ເຮົາ ຍັງ​ໄດ້​ຫັນມາ​ຕໍ່ສູ້​ເຮົາ’.


ເມື່ອ​ພຣະເຢຊູເຈົ້າ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ເປັນທຸກ​ໃຈ ແລະ ກ່າວ​ຢືນຢັນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka