ໂຢຮັນ 13:18 - ພຣະຄຳພີລາວສະບັບສະໄໝໃໝ່18 “ເຮົາບໍ່ໄດ້ໝາຍເຖິງທຸກຄົນໃນພວກເຈົ້າ, ເຮົາຮູ້ຈັກບັນດາຜູ້ທີ່ເຮົາໄດ້ເລືອກໄວ້ນັ້ນ ແຕ່ເພື່ອໃຫ້ເປັນໄປຕາມພຣະຄຳພີທີ່ກ່າວໄວ້ວ່າ: ‘ຜູ້ທີ່ຮັບປະທານອາຫານຮ່ວມກັບເຮົາ ຍັງໄດ້ຫັນມາຕໍ່ສູ້ເຮົາ’. Uka jalj uñjjattʼätaພຣະຄຳພີສັກສິ18 ເຮົາບໍ່ໄດ້ກ່າວເຖິງພວກເຈົ້າທຸກຄົນ ເຮົາຮູ້ຈັກຜູ້ທີ່ເຮົາໄດ້ເລືອກໄວ້ນັ້ນ, ແຕ່ຈະເປັນຈິງຕາມພຣະຄຳພີໄດ້ກ່າວໄວ້ວ່າ, ‘ຜູ້ທີ່ກິນອາຫານຂອງເຮົາ ກໍຍໍສົ້ນຕີນໃສ່ເຮົາ.’ Uka jalj uñjjattʼäta |
ພວກເຂົາເວົ້າກັນວ່າ, “ຢ່າຈີກເສື້ອຜືນນີ້ເລີຍ ໃຫ້ພວກເຮົາຈັບສະຫລາກກັນວ່າແມ່ນຜູ້ໃດຈະໄດ້ເສື້ອຜືນນີ້”. ສິ່ງນີ້ໄດ້ເກີດຂຶ້ນກໍເພື່ອຈະໃຫ້ສຳເລັດຕາມພຣະຄຳພີທີ່ວ່າ, “ພວກເຂົາໄດ້ເອົາເຄື່ອງນຸ່ງຂອງຂ້ານ້ອຍມາແບ່ງປັນກັນ ແລະ ເອົາເສື້ອຜ້າຂອງຂ້ານ້ອຍມາຈັບສະຫລາກ”. ພວກທະຫານໄດ້ເຮັດຢ່າງນີ້ແຫລະ.
ພຣະອົງກ່າວກັບລາວເປັນຄັ້ງທີສາມວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາບໍ?” ເປໂຕຮູ້ສຶກເຈັບປວດໃຈ ເພາະພຣະເຢຊູເຈົ້າໄດ້ຖາມຕົນເປັນເທື່ອທີສາມວ່າ, “ເຈົ້າຮັກເຮົາບໍ?” ເປໂຕຈຶ່ງຕອບພຣະອົງວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງຮູ້ຈັກທຸກສິ່ງ ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ”. ພຣະເຢຊູເຈົ້າສັ່ງເປໂຕວ່າ, “ຈົ່ງລ້ຽງແກະທັງຫລາຍຂອງເຮົາເດີ.