Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 13:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ພວກເຈົ້າ​ເອີ້ນ​ເຮົາ​ວ່າ ‘ອາຈານ’ ແລະ ‘ອົງພຣະຜູ້ເປັນເຈົ້າ’ ເຊິ່ງ​ຖືກຕ້ອງ​ແລ້ວ, ເພາະ​ນັ້ນ​ຄື​ສິ່ງ​ທີ່​ເຮົາ​ເປັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ພວກເຈົ້າ​ເອີ້ນ​ເຮົາ​ວ່າ ພຣະອາຈານ ແລະ​ພຣະອົງເຈົ້າ ພວກເຈົ້າ​ເອີ້ນ​ຖືກຕ້ອງ​ແລ້ວ ເພາະ​ເຮົາ​ເປັນ​ຢ່າງ​ນັ້ນ​ແທ້.

Uka jalj uñjjattʼäta Copia luraña




ໂຢຮັນ 13:13
18 Jak'a apnaqawi uñst'ayäwi  

ເໝືອນດັ່ງ​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ຕອບ​ຖືກ​ແລ້ວ ຈົ່ງ​ປະຕິບັດ​ຕາມ​ນີ້​ແລ້ວ​ທ່ານ​ຈະ​ໄດ້​ຊີວິດ”.


“ດ້ວຍ​ເຫດ​ໃດ​ພວກເຈົ້າ​ຈຶ່ງ​ເອີ້ນ​ເຮົາ​ວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ’ ແລະ ບໍ່​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ?


ຊີໂມນ​ຕອບ​ວ່າ, “ຂ້ານ້ອຍ​ຄິດ​ວ່າ​ຄົນ​ທີ່​ເປັນໜີ້​ຫລາຍ​ແລ້ວ​ໄດ້​ຮັບ​ການຍົກໜີ້​ໃຫ້”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຈົ້າ​ຕັດສິນ​ຖືກຕ້ອງ​ແລ້ວ”.


(ມາຣີ​ຜູ້​ນີ້​ແມ່ນ​ຜູ້​ທີ່​ນ້ອງຊາຍ​ຂອງ​ລາວ​ຄື​ລາຊາໂຣ​ກຳລັງ​ປ່ວຍ​ຢູ່, ໄດ້​ເອົາ​ນ້ຳມັນຫອມ​ຖອກ​ຫົດສົງ​ອົງພຣະຜູ້ເປັນເຈົ້າ ແລະ ເອົາ​ຜົມ​ຂອງ​ຕົນ​ເຊັດ​ຕີນ​ຂອງ​ພຣະອົງ).


ຫລັງຈາກ​ທີ່​ມາທາ​ກ່າວ​ດັ່ງນີ້​ແລ້ວ ນາງ​ກໍ​ກັບ​ຄືນ​ໄປ ແລະ ເອີ້ນ​ມາຣີ​ນ້ອງສາວ​ຂອງ​ຕົນ ແລະ ບອກ​ວ່າ, “ອາຈານ​ຢູ່​ທີ່​ນີ້​ແລ້ວ ແລະ ກຳລັງ​ຖາມ​ຫາ​ເຈົ້າ”.


ດັ່ງນັ້ນ ເອື້ອຍ​ທັງ​ສອງ​ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຜູ້​ທີ່​ພຣະອົງ​ຮັກ​ນັ້ນ​ກຳລັງ​ປ່ວຍ​ຢູ່”.


ເຫດສະນັ້ນ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ທີ່​ກຳລັງ​ກ່າວ​ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຈະ​ເວົ້າ​ວ່າ, “ຂໍ​ໃຫ້​ພຣະເຢຊູເຈົ້າ​ຖືກ​ສາບແຊ່ງ” ແລະ ບໍ່​ມີ​ຜູ້ໃດ​ສາມາດ​ເວົ້າ​ວ່າ, “ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ”, ນອກຈາກ​ຜູ້​ທີ່​ກ່າວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ.


ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ແຕ່​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ ສິ່ງສາລະພັດ​ທັງປວງ​ກໍ​ມາ​ຈາກ​ພຣະອົງ ແລະ ພວກເຮົາ​ກໍ​ມີຊີວິດ​ຢູ່​ເພື່ອ​ພຣະອົງ ແລະ ມີ​ອົງພຣະຜູ້ເປັນເຈົ້າ​ແຕ່​ອົງ​ດຽວ ຄື​ພຣະເຢຊູຄຣິດເຈົ້າ, ສິ່ງ​ສາລະພັດ​ເປັນ​ມາ​ໂດຍ​ພຣະອົງ ແລະ ພວກເຮົາ​ມີຊີວິດ​ຢູ່​ໂດຍ​ພຣະອົງ.


ແລະ ຜູ້​ທີ່​ເປັນ​ນາຍ ກໍ​ຈົ່ງ​ປະຕິບັດ​ຕໍ່​ຂ້າທາດ​ຂອງ​ຕົນ​ໃນ​ທຳນອງ​ດຽວ​ກັນ​ນີ້. ຢ່າ​ຂົ່ມຂູ່​ພວກເຂົາ, ດ້ວຍ​ວ່າ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ພຣະອົງ​ຜູ້​ເປັນ​ທັງ​ເຈົ້ານາຍ​ຂອງ​ພວກເຂົາ ແລະ ເຈົ້ານາຍ​ຂອງ​ພວກເຈົ້າ​ນັ້ນ​ຢູ່​ໃນ​ສະຫວັນ ແລະ ພຣະອົງ​ບໍ່​ໄດ້​ມີ​ຄວາມລຳອຽງ.


ແລະ ທຸກ​ລິ້ນ​ຈະ​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ, ເພື່ອ​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ພຣະບິດາ.


ຫລາຍກວ່າ​ນັ້ນ ເຮົາ​ຖື​ວ່າ​ທຸກສິ່ງ​ນັ້ນ​ເປັນ​ຂອງ​ໄຮ້ປະໂຫຍດ​ເພາະ​ການ​ທີ່​ໄດ້​ຮູ້ຈັກ​ກັບ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ເຮົາ​ນັ້ນ​ເປັນ​ສິ່ງ​ທີ່​ລໍ້າຄ່າ​ຫລາຍ, ເພາະ​ເຫັນ​ແກ່​ພຣະອົງ​ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ທຸກສິ່ງ. ເຮົາ​ຖື​ວ່າ​ສິ່ງ​ເຫລົ່ານັ້ນ​ເປັນ​ຂີ້ເຫຍື້ອ ເພື່ອ​ເຮົາ​ຈະ​ໄດ້​ພຣະຄຣິດເຈົ້າ


ເຈົ້າ​ເຊື່ອ​ວ່າ​ມີ​ພຣະເຈົ້າ​ອົງ​ດຽວ​ກໍ​ດີ​ແລ້ວ! ແມ່ນແຕ່​ພວກ​ຜີມານຮ້າຍ​ກໍ​ຍັງ​ເຊື່ອ​ຢ່າງ​ນັ້ນ ແລະ ຢ້ານ​ຈົນ​ໂຕສັ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka