Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 13:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເພາະ​ພຣະອົງ​ຮູ້​ແລ້ວ​ວ່າ​ແມ່ນ​ຜູ້ໃດ​ຈະ​ທໍລະຍົດ​ຕໍ່​ພຣະອົງ, ດ້ວຍເຫດນີ້​ພຣະອົງ​ຈຶ່ງ​ກ່າວ​ວ່າ​ບໍ່ແມ່ນ​ໝົດ​ທຸກ​ຄົນ​ທີ່​ສະອາດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ພຣະອົງ​ຮູ້​ແລ້ວ​ວ່າ​ແມ່ນ​ຜູ້ໃດ​ຈະ​ທໍລະຍົດ​ຕໍ່​ພຣະອົງ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ວ່າ, “ພວກເຈົ້າ​ເປັນ​ຄົນ​ສະອາດ​ແລ້ວ ແຕ່​ບໍ່ແມ່ນ​ໝົດ​ທຸກຄົນ.”

Uka jalj uñjjattʼäta Copia luraña




ໂຢຮັນ 13:11
9 Jak'a apnaqawi uñst'ayäwi  

“ເຮົາ​ບໍ່​ໄດ້​ໝາຍ​ເຖິງ​ທຸກ​ຄົນ​ໃນ​ພວກເຈົ້າ, ເຮົາ​ຮູ້ຈັກ​ບັນດາ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້​ນັ້ນ ແຕ່​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ພຣະຄຳພີ​ທີ່​ກ່າວ​ໄວ້​ວ່າ: ‘ຜູ້​ທີ່​ຮັບປະທານ​ອາຫານ​ຮ່ວມ​ກັບ​ເຮົາ ຍັງ​ໄດ້​ຫັນມາ​ຕໍ່ສູ້​ເຮົາ’.


ເມື່ອ​ພຣະອົງ​ກຳລັງ​ຮັບປະທານ​ອາຫານ​ຄ່ຳ​ຢູ່ ແລະ ມານຮ້າຍ​ກໍ​ໄດ້​ເຂົ້າ​ສິງ​ໃນ​ໃຈ​ຂອງ​ຢູດາ​ລູກ​ຂອງ​ຊີໂມນ ອິດສະກາຣີອົດ​ໃຫ້​ມີ​ຄວາມຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.


ເມື່ອ​ພຣະເຢຊູເຈົ້າ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ເປັນທຸກ​ໃຈ ແລະ ກ່າວ​ຢືນຢັນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ຈະ​ເອົາ​ເຂົ້າຈີ່​ປ່ຽງ​ນີ້​ຈ້ຳ​ແລ້ວ​ຍື່ນ​ໃຫ້​ຜູ້ໃດ​ກໍ​ແມ່ນ​ຜູ້​ນັ້ນ​ແຫລະ”. ແລ້ວ​ພຣະອົງ​ກໍ​ຈັບ​ເຂົ້າຈີ່​ປ່ຽງ​ໜຶ່ງ​ຈ້ຳ ແລະ ຍື່ນ​ໃຫ້​ແກ່​ຢູດາ​ລູກ​ຂອງ​ຊີໂມນ ອິດສະກາຣີອົດ.


ເມື່ອ​ຂ້ານ້ອຍ​ຍັງ​ຢູ່​ກັບ​ພວກເຂົາ, ຂ້ານ້ອຍ​ກໍ​ໄດ້​ປົກປ້ອງ ແລະ ຮັກສາ​ພວກເຂົາ​ໄວ້​ໃຫ້​ປອດໄພ​ໂດຍ​ລິດອຳນາດ​ແຫ່ງ​ນາມ​ຂອງ​ພຣະອົງ ຄື​ນາມ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ. ບໍ່​ມີ​ຈັກ​ຄົນ​ທີ່​ສູນເສຍ​ໄປ ຍົກເວັ້ນ​ແຕ່​ຜູ້​ດຽວ​ທີ່​ຈະ​ຕ້ອງ​ຈິບຫາຍ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ.


ພຣະເຢຊູເຈົ້າ​ຮູ້ຈັກ​ທຸກສິ່ງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ກັບ​ພຣະອົງ, ພຣະອົງ​ຈຶ່ງ​ອອກ​ໄປ ແລະ ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຕ້ອງການ​ຜູ້ໃດ?”


ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ມາ​ເປັນພະຍານ​ເຖິງ​ເລື່ອງ​ມະນຸດ, ເພາະ​ພຣະອົງ​ຮູ້ຈັກ​ດີ​ວ່າ​ມີ​ຫຍັງ​ແດ່​ຢູ່​ໃນ​ແຕ່ລະຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka