Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 13:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ວ່າ, “ຜູ້​ທີ່​ອາບນ້ຳ​ແລ້ວ​ລ້າງ​ແຕ່​ຕີນ​ກໍ​ພໍ ເພາະ​ທົ່ວ​ທັງ​ຮ່າງກາຍ​ກໍ​ສະອາດ​ຢູ່​ແລ້ວ. ພວກເຈົ້າ​ທັງຫລາຍ​ກໍ​ສະອາດ ເຖິງ​ວ່າ​ຈະ​ບໍ່​ແມ່ນ​ໝົດ​ທຸກ​ຄົນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ພຣະເຢຊູເຈົ້າ​ກ່າວ​ຕໍ່​ເພິ່ນ​ວ່າ, “ຜູ້​ທີ່​ໄດ້​ອາບນໍ້າ​ແລ້ວ ບໍ່​ຈຳເປັນ​ຕ້ອງ​ລ້າງ​ຕົວ​ອີກ ລ້າງ​ແຕ່​ຕີນ​ເທົ່ານັ້ນ​ກໍ​ພໍ. ພວກເຈົ້າ​ກໍ​ເປັນ​ຄົນ​ສະອາດ​ແລ້ວ, ແຕ່​ບໍ່ແມ່ນ​ໝົດ​ທຸກຄົນ.”

Uka jalj uñjjattʼäta Copia luraña




ໂຢຮັນ 13:10
23 Jak'a apnaqawi uñst'ayäwi  

ແລະ ຂໍ​ຍົກ​ໜີ້​ໃຫ້​ພວກ​ຂ້ານ້ອຍ, ເໝືອນ​ທີ່​ພວກ​ຂ້ານ້ອຍ​ໄດ້​ຍົກ​ໜີ້​ໃຫ້​ຜູ້​ທີ່​ເປັນ​ໜີ້​ພວກ​ຂ້ານ້ອຍ​ເໝືອນກັນ.


“ເຮົາ​ບໍ່​ໄດ້​ໝາຍ​ເຖິງ​ທຸກ​ຄົນ​ໃນ​ພວກເຈົ້າ, ເຮົາ​ຮູ້ຈັກ​ບັນດາ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້​ນັ້ນ ແຕ່​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ພຣະຄຳພີ​ທີ່​ກ່າວ​ໄວ້​ວ່າ: ‘ຜູ້​ທີ່​ຮັບປະທານ​ອາຫານ​ຮ່ວມ​ກັບ​ເຮົາ ຍັງ​ໄດ້​ຫັນມາ​ຕໍ່ສູ້​ເຮົາ’.


ຊີໂມນ​ເປໂຕ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຖ້າ​ເປັນ​ຢ່າງ​ນັ້ນ​ບໍ່​ພຽງ​ແຕ່​ຕີນ​ຂອງ​ຂ້ານ້ອຍ ແຕ່​ລ້າງ​ທັງ​ມື ແລະ ຫົວ​ຂອງ​ຂ້ານ້ອຍ​ນຳ​ດ້ວຍ!”


ພວກເຈົ້າ​ສະອາດ​ແລ້ວ​ເພາະ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ.


ເຫດສະນັ້ນ ຖ້າ​ຜູ້ໃດ​ຢູ່ໃນ​ພຣະຄຣິດເຈົ້າ ການ​ສ້າງ​ໃໝ່​ກໍ​ໄດ້​ມາເຖິງ​ແລ້ວ: ສິ່ງ​ເກົ່າ​ໄດ້​ລ່ວງພົ້ນ​ໄປ ສິ່ງ​ໃໝ່​ກໍ​ຢູ່​ທີ່ນີ້!


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ເຫດສະນັ້ນ ບັນດາ​ເພື່ອນ​ທີ່​ຮັກ​ເອີຍ, ເມື່ອ​ພວກເຮົາ​ມີ​ຄຳ​ສັນຍາ​ເຫລົ່ານີ້​ແລ້ວ ກໍ​ຂໍ​ໃຫ້​ພວກເຮົາ​ຊຳລະ​ຕົນເອງ​ຈາກ​ທຸກສິ່ງ​ທີ່​ເຮັດ​ໃຫ້​ຮ່າງກາຍ ແລະ ຈິດວິນຍານ​ເປື້ອນເປິ, ຈົ່ງ​ເຮັດ​ໃຫ້​ຄວາມບໍລິສຸດ​ສົມບູນ​ປາກົດ​ອອກມາ​ຈາກ​ຄວາມ​ຢຳເກງ​ພຣະເຈົ້າ.


ຂໍ​ໃຫ້​ພຣະເຈົ້າ​ເອງ​ຜູ້​ເປັນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຊຳລະ​ພວກເຈົ້າ​ໃຫ້​ບໍລິສຸດ​ໃນ​ທຸກ​ດ້ານ. ຂໍ​ໃຫ້​ທັງ​ວິນຍານ, ຈິດໃຈ ແລະ ຮ່າງກາຍ​ຂອງ​ພວກເຈົ້າ​ບໍ່ມີຕຳໜິ​ໃນ​ວັນ​ທີ່​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ.


ສິ່ງ​ເຫລົ່ານີ້​ເປັນ​ພຽງ​ເລື່ອງ​ຂອງ​ອາຫານ ແລະ ເຄື່ອງດື່ມ ແລະ ການຊຳລະ​ຕ່າງໆ​ຕາມ​ລະບຽບ​ພິທີ ເຊິ່ງ​ເປັນ​ຂໍ້ປະຕິບັດ​ພາຍນອກ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ຂອງ​ລະບົບ​ໃໝ່.


ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ຜິດພາດ​ໃນ​ຫລາຍ​ທາງ. ຜູ້​ທີ່​ບໍ່​ເຄີຍ​ເຮັດ​ຜິດ​ທາງ​ວາຈາ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ສາມາດ​ຄວບຄຸມ​ຮ່າງກາຍ​ທັງໝົດ​ຂອງ​ຕົນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka