Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 12:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ໃນ​ຂະນະ​ດຽວ​ກັນ​ນັ້ນ​ກໍ​ມີ​ຊາວ​ຢິວ​ຈໍານວນ​ຫລວງຫລາຍ​ຮູ້​ວ່າ​ພຣະເຢຊູເຈົ້າ​ຢູ່​ໃນ​ທີ່​ນັ້ນ​ຈຶ່ງ​ພາກັນ​ມາ, ພວກເຂົາ​ບໍ່​ໄດ້​ມາ​ພຽງ​ເພາະ​ພຣະອົງ​ເທົ່ານັ້ນ​ແຕ່​ເພື່ອ​ຈະ​ໄດ້​ເຫັນ​ລາຊາໂຣ​ເໝືອນກັນ, ຜູ້​ທີ່​ພຣະເຢຊູເຈົ້າ​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຄົນ​ຈຳນວນ​ຫລວງຫລາຍ​ໄດ້ຍິນ​ວ່າ ພຣະເຢຊູເຈົ້າ​ຢູ່​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ພາກັນ​ມາ ບໍ່ແມ່ນແຕ່​ຢາກ​ເຫັນ​ພຣະເຢຊູເຈົ້າ​ເທົ່ານັ້ນ ແຕ່​ຢາກ​ເຫັນ​ລາຊະໂຣ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ​ດ້ວຍ.

Uka jalj uñjjattʼäta Copia luraña




ໂຢຮັນ 12:9
8 Jak'a apnaqawi uñst'ayäwi  

ໃນ​ເມື່ອ​ກະສັດ​ດາວິດ​ເອງ​ຍັງ​ເອີ້ນ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ’ ແລ້ວ​ພຣະອົງ​ຈະ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ຢ່າງໃດ?” ປະຊາຊົນ​ຈໍານວນ​ຫລວງຫລາຍ​ຟັງ​ພຣະອົງ​ດ້ວຍ​ຄວາມຊື່ນຊົມຍິນດີ.


ຫົກ​ວັນ​ກ່ອນ​ເຖິງ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ມາ​ຮອດ​ບ້ານ​ເບັດທານີ, ເຊິ່ງ​ເປັນ​ທີ່ຢູ່​ຂອງ​ລາຊາໂຣ​ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ໃຫ້​ເປັນຄືນມາຈາກຕາຍ.


ດັ່ງນັ້ນ ພວກຫົວໜ້າ​ປະໂລຫິດ​ຈຶ່ງ​ວາງແຜນ​ຈະ​ຂ້າ​ລາຊາໂຣ​ເໝືອນກັນ,


ໃນ​ວັນ​ຕໍ່ມາ ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ທີ່​ມາ​ງານ​ເທດສະການ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ມາ​ນະຄອນ​ເຢຣູຊາເລັມ.


ຝ່າຍ​ຄົນ​ທັງປວງ​ທີ່​ຢູ່​ກັບ​ພຣະອົງ​ເມື່ອ​ພຣະອົງ​ເອີ້ນ​ລາຊາໂຣ​ອອກຈາກ​ອຸບມຸງ​ຝັງສົບ ແລະ ເຮັດ​ໃຫ້​ລາວ​ເປັນຄືນມາຈາກຕາຍ​ນັ້ນ​ກໍ​ພາກັນ​ສືບຕໍ່​ເຜີຍແຜ່​ຂ່າວ​ອອກໄປ.


ແຕ່​ເນື່ອງ​ຈາກ​ວ່າ​ພວກເຂົາ​ໄດ້​ເຫັນ​ຊາຍ​ທີ່​ຫາຍດີ​ພະຍາດ​ນັ້ນ​ຢືນ​ຢູ່​ກັບ​ເປໂຕ ແລະ ໂຢຮັນ ພວກເຂົາ​ກໍ​ເວົ້າ​ຫຍັງ​ບໍ່​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka