Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 12:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ລາວ​ຫ່ວງໃຍ​ນໍາ​ຄົນຍາກຈົນ​ແຕ່​ເພາະ​ລາວ​ເປັນ​ຄົນຂີ້ລັກ, ໃນ​ຖານະ​ເປັນ​ຜູ້​ຖື​ຖົງ​ເງິນ ລາວ​ເຄີຍ​ຍັກຍອກ​ເອົາ​ເງິນ​ທີ່​ໃສ່​ໄວ້​ໃນ​ຖົງ​ນັ້ນ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້ ບໍ່ແມ່ນ​ວ່າ​ລາວ​ຫ່ວງໃຍ​ນຳ​ຄົນ​ຍາກຈົນ, ແຕ່​ລາວ​ເປັນ​ຄົນ​ຂີ້ລັກ, ລາວ​ຖື​ຖົງ​ເງິນ ແລະ​ຍັກ​ຍອກ​ເອົາ​ເງິນ​ຈາກ​ຖົງ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຮັນ 12:6
19 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ວິຫານ​ຂອງ​ເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ສະຖານທີ່​ແຫ່ງ​ການອະທິຖານ’ ແຕ່​ພວກເຈົ້າ​ກຳລັງ​ເຮັດ​ໃຫ້​ກາຍເປັນ ‘ຖ້ຳໂຈນ’”.


ໂຢຮັນນາ​ເມຍ​ຂອງ​ຈູຊາ ຜູ້​ທີ່​ເປັນ​ຜູ້ຈັດການ​ດູແລ​ໃນ​ເຮືອນ​ຂອງ​ເຮໂຣດ, ນາງ​ຊູຊັນນາ ແລະ ແມ່ຍິງ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ. ແມ່ຍິງ​ເຫລົ່ານີ້​ເຄີຍ​ບົວລະບັດ​ພວກເພິ່ນ​ດ້ວຍ​ຊັບສິນ​ຂອງ​ຕົນ​ເອງ.


ຄົນ​ນັ້ນ​ໄດ້​ແລ່ນ​ໜີ​ໄປ​ເພາະ​ວ່າ​ລາວ​ເປັນ​ພຽງ​ແຕ່​ຄົນຮັບຈ້າງ ແລະ ລາວ​ບໍ່​ໄດ້​ຫ່ວງໃຍ​ນຳ​ແກະ​ເລີຍ.


“ເປັນຫຍັງ​ຈຶ່ງ​ບໍ່​ຂາຍ​ນ້ຳຫອມ​ນີ້ ແລະ ເອົາ​ເງິນ​ໄປ​ແຈກຢາຍ​ໃຫ້​ຄົນຍາກຈົນ? ນ້ຳຫອມ​ນີ້​ມີ​ມູນຄ່າ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຜູ້​ໜຶ່ງ​ໝົດ​ທັງ​ປີ”.


ເນື່ອງ​ຈາກ​ວ່າ ຢູດາ​ເປັນ​ຄົນ​ຖື​ເງິນ ບາງຄົນ​ຈຶ່ງ​ຄິດ​ວ່າ​ພຣະເຢຊູເຈົ້າ​ບອກ​ໃຫ້​ລາວ​ໄປ​ຊື້​ສິ່ງຂອງ​ຈຳເປັນ​ສຳລັບ​ງານ​ສະຫລອງ​ເທດສະການ ຫລື ໃຫ້​ລາວ​ເອົາ​ເຄື່ອງຂອງ​ໄປ​ໃຫ້​ແກ່​ຄົນຍາກຈົນ.


ຫລື ຄົນຂີ້ລັກ, ຫລື ຄົນໂລບ, ຫລື ຄົນຂີ້ເຫລົ້າ, ຫລື ຄົນ​ໃສ່ຮ້າຍປ້າຍສີ ຫລື ຄົນສໍ້ໂກງ ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ.


ສິ່ງ​ທັງໝົດ​ທີ່​ພວກເຂົາ​ຂໍ​ກໍ​ຄື​ວ່າ​ພວກເຮົາ​ຄວນ​ສືບຕໍ່​ຄິດເຖິງ​ຄົນຍາກຈົນ, ເຊິ່ງ​ເປັນ​ສິ່ງ​ທີ່​ເຮົາ​ກະຕືລືລົ້ນ​ທີ່​ຈະ​ເຮັດ​ມາ​ຕະຫລອດ.


ຈົ່ງ​ປະຕິເສດ​ຄວາມຊົ່ວ​ທຸກ​ຢ່າງ.


ສົມມຸດ​ວ່າ​ມີ​ຊາຍ​ຄົນ​ໜຶ່ງ​ໃສ່ແຫວນຄຳ ແລະ ແຕ່ງກາຍ​ງົດງາມ​ເຂົ້າ​ມາ​ໃນ​ທີ່ປະຊຸມ​ຂອງ​ພວກເຈົ້າ ແລະ ມີ​ຄົນ​ທຸກຍາກ​ຄົນ​ໜຶ່ງ​ແຕ່ງກາຍ​ດ້ວຍ​ເຄື່ອງນຸ່ງ​ເກົ່າ​ເປື້ອນເປິ​ເຂົ້າ​ມາ​ໃນ​ທີ່ປະຊຸມ​ເໝືອນກັນ.


ແຕ່​ພວກເຈົ້າ​ບໍ່​ໃຫ້​ກຽດ​ຄົນຍາກຈົນ. ບໍ່​ແມ່ນ​ຄົນຮັ່ງມີ​ບໍ​ທີ່​ຂູດຮີດ​ພວກເຈົ້າ? ບໍ່​ແມ່ນ​ພວກເຂົາ​ນີ້​ບໍ​ທີ່​ລາກ​ພວກເຈົ້າ​ໄປ​ຂຶ້ນ​ສານ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka